6 ເດືອນຕົ້ນປີ 2023 ພາສີ ປະຈຳແຂວງອັດຕະປື ເກັບລາຍຮັບເຂົ້າງົບປະມານໄດ້ເກີນແຜນການປີ
ທ່ານ ເຄນໄຊ ທອງພຸດ ຮອງຫົວໜ້າພາສີ ປະຈຳແຂວງອັດຕະປື ໃຫ້ຮູ້ວ່າ: ໃນປີ 2023 ພາສີປະຈຳແຂວງໄດ້ຮັບຕົວເລກແຜນການ ທີ່ກົມພາສີໄດ້ແບ່ງໃຫ້ຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດທັງໝົດ 89 ຕື້ກີບ. ໃນນີ້, ໄດ້ແບ່ງໃຫ້ດ່ານພາສີ ສາກົນພູເກືອຈັດເກັບລາຍຮັບເຂົ້າງົບປະມານທັງໝົດ 84 ຕື້ກີບ. ສະເພາະລາຍຮັບພາສີ ປະຈໍາແຂວງຮັບຜິດຊອບ ຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຈໍານວນ 5 ຕື້ກີບ. ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໃນ 6 ເດືອນຕົ້ນປີ 2023 ສາມາດປະຕິບັດໄດ້ທັງໝົດ 5,92 ຕື້ກີບ, ຖ້າທຽບໃສ່ແຜນການ…









