ແຂວງສະຫວັນນະເຂດ ຜະລິດເຂົ້າສົ່ງອອກໄປຕ່າງປະເທດ ໜຶ່ງແສນກ່ວາໂຕນ ແລະ ແຜນໃນຕໍ່ໜ້າຈະໃຫ້ໄດ້ສອງແສນໂຕນ

ວັນທີ 26 ກໍລະກົດ 2023, ທ່ານ ປອ ດາໂຕ ສິຣິ ຊິເຕຍ ຮາຈິ ອັບດູນ ມານາມ ບິນຮາຈິ ມາຕູຊິນ ລັດຖະມົນຕີກະຊວງຊັບພະຍາກອນ ແລະ ທ່ອງທ່ຽວ ບຣູໄນ ດາຣູຊາລາມ ພ້ອມຄະນະ ໄດ້ເຂົ້າພົບປະ-ຢ້ຽມຢາມ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ໃນໂອກາດທີ່ໄດ້ມາເຄື່ອນໄຫວເຮັດວຽກກັບກະຊວງກະສິກຳ ແລະປ່າໄມ້ ພ້ອມມາຢ້ຽມຢາມແຂວງສະຫວັນນະເຂດໃນຄັ້ງນີ້.
ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ຕໍ່ການເຂົ້າພົບປະຢ້ຽມຢາມ, ການມາເຮັດວຽກກັບກະຊວງກະສິກຳ ແລະປ່າໄມ້ ແລະ ຢ້ຽມຢາມພື້ນທີ່ການຜະລິດ ຂອງແຂວງສະຫວັນະເຂດໃນຄັ້ງນີ້, ພ້ອມນັ້ນ ທ່ານກໍໄດ້ຍົກໃຫ້ເຫັນສະພາບການພັດທະນາຂອງແຂວງ, ສະພາບການຕິດຈອດຊາຍແດນກັບບັນດາປະເທດອ້ອມຂ້າງ ມີດ່ານທ້ອງຖິ່ນ ດ່ານປະເພນີຕ່າງໆ ເພື່ອຂົນສົ່ງສິນຄ້າ ແລະ ການໄປມາຫາສູ່ກັບປະເທດອ້ອມຂ້າງພາກພື້ນ ແລະ ມີສາກົນ. ທ່າແຮງຂອງແຂວງສະຫວັນນະເຂດ ທີ່ຖືເອົາການຜະລິດກະສິກຳ, ການປູກຝັງ, ລ້ຽງສັດເປັນຕົ້ນຕໍ. ມີເນື້ອທີ່ປູກເຂົ້ານາປີ, ປູກເຂົ້ານາແຊງ ແລະ ຜະລິດລະດູແລ້ງພຽງພໍ ທີ່ຈະຮອງຮັບການຜະລິດເພື່ອສົ່ງອອກ, ໃນປີຜ່ານມາສາມາດສົ່ງເຂົ້າອອກຕ່າງປະເທດ 1 ແສນກ່ວາໂຕນ ແລະແຜນໃນຕໍ່ໜ້າ ຈະໃຫ້ໄດ້ສອງແສນໂຕນ, ໂດຍການນຳສູນກາງ ກໍຄືແຂວງສະຫວັນນະເຂດ ໄດ້ສຸມໃສ່ການສົ່ງເສີມຊົນລະກະເສດ ເຮັດນາໄຮ່ໃຫຍ່ ນຳໃຊ້ເຕັກນິກທີ່ທັນສະໄໝ.
ທ່ານ ປອ ດາໂຕ ສິຣິ ຊິເຕຍ ຮາຈິ ອັບດູນ ມານາມ ບິນຮາຈິ ມາຕູຊິນ ລັດຖະມົນຕີກະຊວງຊັບພະຍາກອນ ແລະທ່ອງທ່ຽວ ບຣູໄນ ດາຣູຊາລາມ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງການນຳແຂວງໃນຄັ້ງນີ້, ການມາຢ້ຽມຢາມ ແລະເຮັດວຽກເທື່ອນີ້ ກໍເພື່ອເປັນການສືບຕໍ່ການຮ່ວມມືດ້ານວຽກງານກະສິກຳ ຂອງກະຊວງຊັບພະຍາກອນ ແລະທ່ອງທ່ຽວ ບຣູໄນ ດາຣູຊາລາມ ແລະກະຊວງກະສິກຳ ແລະປ່າໄມ້ ສປປລາວ ທີ່ການນຳຂັ້ນສູງຂອງສອງປະເທດ ໄດ້ລົງນາມຮ່ວມກັນໃນເດືອນຕຸລາ ປີ 2022 ຜ່ານມາ.

