ຖືກຈັບ ຍ້ອນລັກເງິນຄົນອື່ນ ຈຳນວນ 100 ລ້ານກ່ວາກີບ
ວັນທີ 31 ກໍລະກົດ 2023 ຜ່ານມາ, ປກສ ເມືອງຂວາ ແຂວງຜົ້ງສາລີ ລາຍງານວ່າ: ມີຄົນລັກເອົາເງິນຢູ່ທີ່ຫ້ອງນອນ ປະຊາຊົນ ບ້ານໂພນໄຊເໜືອ ເມືອງຂວາ ແຂວງຜົ້ງສາລີ ຈຳນວນ 100 ກ່ວາລ້ານກີບ, ຫລັງຈາກໄດ້ຮັບແຈ້ງຄວາມຈຶ່ງໄດ້ລົງກວດກາສະຖານທີ່ເກີດເຫດ ເຫັນວ່າມີມູນຄວາມຈິງແທ້, ເຈົ້າໜ້າທີ່ຈຶ່ງຕິດຕາມຫາຜູ້ລັກ ມາຮອດ ວັນທີ 1 ສິງຫາ 2023 ຈຶ່ງໄດ້ເຂົ້າຄຸມຕົວ ນາງ ດາວຄຳ, ອາຍຸ 35 ປີ, ຢູ່ບ້ານ ຫາດແດນ, ເມືອງຂວາ, ແຂວງຜົ້ງສາລີ ມາສືບສວນ-ສອບສວນ, ຜ່ານການສືບສວນ-ສອບສວນ ຜູ້ກ່ຽວຮັບສາລະພາບວ່າ: ຕົນໄດ້ລັກຊັບເເທ້ ແລະ ໄດ້ເຂົ້າໄປຫ້ອງນອນຂອງຜູ້ເສຍຫາຍພົບເຫັນຖົງຢາງສີດຳມີເງິນວາງໄວ້ຢູ່ເທິງຜ້າເສື່ອ ແລະ ໄດ້ນຳຖົງດັ່ງກ່າວມາໄວ້ຢູ່ເຮືອນຂອງຕົນ ເວລາຕໍ່ມາ ຈຶ່ງຖືກເຈົ້າໜ້າທີ່ກວດພົບເຫັນ ແລະ ຍຶດຂອງກາງໄດ້ພຽງ: ເງິນກີບຈຳນວນ 53.063.000 ກີບ, ເງິນບາດ 200 ບາດ, ເງິນຢ໋ວນ 330 ຢ໋ວນ, ເງິນໂດຣາ 5 ໂດລາ ແລະ ເງິນດົງ 40.000 ດົງ.
ປັດຈຸບັນຄະດີດັ່ງກ່າວ, ເຈົ້າໜ້າທີ່ ພວມດຳເນີນການສືບສວນ-ສອບສວນ ຂໍ້ມູນຊັບສິນທີ່ຫາຍໄປເພີ່ມເຕີ່ມ ເພື່ອມາດຳເນີນຄະດີຕາມລະບຽບກົດໝາຍ.

