ເຈົ້າແຂວງສະຫວັນນະເຂດ ລົງເຄື່ອນໄຫວວຽກຢູ່ເມືອງ ຈໍາພອນ, ຊົນນະບູລີ ແລະ ສອງຄອນ
ໃນອາທິດຜ່ານມານີ້, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະຕິດຕາມ ຊຶ່ງປະກອບດ້ວຍຫົວໜ້າຫ້ອງວ່າການປົກຄອງແຂວງ, ຫົວໜ້າພະແນກສາທາລະນະສຸກແຂວງ ແລະ ພະແນກກະສິກຳ-ປ່າໄມ້ແຂວງ ລົງເຄື່ອນໄຫວຊີ້ນໍາ, ຕິດຕາມ, ຊຸກຍູ້ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢູ່ເມືອງຈໍາພອນ, ເມືອງຊົນນະບູລີ ແລະ ເມືອງສອງຄອນ ໂດຍມີການນຳຂັ້ນສູງທັງ…









