ອຸດສາຫະກຳ ແລະ ການຄ້າ ແຂວງວຽງຈັນ ກວດກາຄ່າບໍລິມາດນ້ຳມັນເຊື້ອໄຟຢູ່ເມືອງກາສີ

ວັນທີ 23 ມີນາ 2022 ຜ່ານມານີ້, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງວຽງຈັນ ໄດ້ລົງມາສົມທົບກັບຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງກາສີ ເພື່ອລົງກວດກາຄ່າບໍລິມາດນ້ຳມັນເຊື້ອໄຟປະຈຳປີ 2022 ຢູ່ເມືອງກາສີ.
ນໍາພາໂດຍທ່ານ ຄຳເພັດ ທອງພາລິດ ຮອງຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າແຂວງວຽງຈັນ, ມີຂະແໜງ ຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ, ມີຫົວໜ້າຫ້ອງການ ອຸດສາຫະກໍາ ແລະ ການຄ້າເມືອງ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.
ຈຸດປະສົງເພື່ອເຮັດໃຫ້ຜູ້ຈຳໜ່າຍ ແລະ ຜູ້ຊົມໃຊ້ມີຄວາມຍຸຕິທຳ, ມີຄວາມທ່ຽງທຳ, ຊື່ສັດ, ຕ້ານການສໍ້ໂກງ, ຕ້ານການເອົາລັດເອົາປຽບເຊິ່ງກັນ ແລະ ກັນເຊິ່ງ. ສໍາລັບປ້ຳນ້ຳມັນຢູ່ເມືອງກາສີແມ່ນມີທັງໝົດ 13 ປ້ຳ ທີ່ເປີດໃຊ້ບໍລິການຢ່າງເປັນປົກກະຕິ, ທຸກປ້ຳແມ່ນບໍ່ມີຄວາມຜິດປົກກະຕິ ແລະ ໄດ້ມາດຕະຖານ, ຖືກຕ້ອງຕາມລະບຽບຫຼັກການທີ່ກະຊວງອຸກສາຫະກໍາ ແລະ ການຄ້າວາງອອກ.

(ພາບ-ຂ່າວ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ)

