ອາຊຽນ ເນັ້ນການຮ່ວມມື-ການຄ້າ ຫລຸດຜົນກະທົບຄວາມເຄັ່ງຕຶງທາງດ້ານພູມສາດ

       ທ່ານ ໂມຮາໝັດ ຮາຊັນ ລັດຖະມົນຕີຕ່າງປະເທດມາເລເຊຍ ກ່າວວ່າ: ສະມາຊິກສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ຈະເຮັດວຽກຮ່ວມກັນເພື່ອໃຫ້ການຮ່ວມມືທາງການຄ້າ ແລະ ເສດຖະກິດເດີນໜ້າຢ່າງລາບລື່ນ ເຖິງວ່າຕ້ອງຜະເຊີນຄວາມເຄັ່ງຕຶງທາງພູມສາດ ແລະ ອຸປະສັກອື່ນໆ.

       ການຖະແຫລງຂ່າວຫລັງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ທ່ານ ໂມຮາໝັດ ກ່າວວ່າ: ສະມາຊິກອາຊຽນເຫັນພ້ອມໃນຈຸດຢືນກ່ຽວກັບຄວາມຈໍາເປັນໃນການຮັກສາການເປັນສູນກາງ ແລະ ການເປັນກາງຂອງອາຊຽນ. ພ້ອມທັງຈະເຮັດວຽກເພື່ອປົກປ້ອງຜົນປະໂຫຍດຂອງພາກພື້ນທ່າມກາງສະຖານະການຄວາມຂັດແຍ່ງ, ການພັດຖິ່ນຄັ້ງໃຫຍ່, ໄພພິບັດທາງທໍາມະຊາດ, ການປະຕິວັດເຕັກໂນໂລຊີ ແລະ ແຮງກະແທກທາງເສດຖະກິດ.

       ຂະນະທີ່ອາຊຽນວາງແຜນເສັ້ນທາງສໍາລັບພາກພື້ນໃນອີກ 20 ປີຕໍ່ໜ້າຜ່ານວິໄສທັດປະຊາຄົມອາຊຽນ 2045 ແລະ ແຜນກົນລະຍຸດຕ່າງໆ ອາຊຽນຕ້ອງລວມຕົວກັນໃຫ້ແໜ້ນແຟ້ນ, ສົ່ງເສີມການເປັນເອກະພາບ, ການເປັນນໍ້າໜຶ່ງໃຈດຽວ ແລະ ການເປັນສູນກາງ.

      ຂະນະດຽວກັນ, ອາຊຽນຕ້ອງສ້າງຄວາມຢືດຢຸ່ນທາງພູມສາດ ເພື່ອກຽມພ້ອມຮັບມືເຫດສຸກເສີນ ແລະ ວິກິດຕະຫລອດເວລາ. ລັດຖະມົນຕີຕ່າງປະເທດມາເລເຊຍເນັ້ນວ່າ: ອາຊຽນຕ້ອງເດີນໜ້າສົ່ງເສີມການຄ້າ ແລະ ການລົງທຶນໃນພາກພື້ນເພື່ອປ້ອງກັນຜົນກະທົບເພີ່ມຕື່ມ.

      ໃນຖານະປະທານອາຊຽນປະຈໍາປີ 2025 ມາເລເຊຍຈະໃຫ້ຄວາມສໍາຄັນຕໍ່ຄວາມພະຍາຍາມ ເພື່ອຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນຜ່ານການເຈລະຈາ ແລະ ການທູດ ບົນພື້ນຖານຂອງຫລັກການຄວາມເປັນເອກະພາບ ແລະ ການເປັນສູນກາງຂອງອາຊຽນ. ອາຊຽນມຸ່ງໝັ້ນຈະບໍ່ຖືກດຶງເຂົ້າສູ່ຄວາມເຄັ່ງຕຶງທາງພູມສາດ, ແຕ່ຈະມຸ່ງປົກປ້ອງຜົນປະໂຫຍດຂອງຕົນເອງ.

      ອາຊຽນຕ້ອງຮັກສາການເປັນຜູ້ນໍາໃຈການກໍານົດໂຄງສ້າງການພົວພັນໃນພາກພື້ນ ເພື່ອເດີນໜ້າກໍານົດທິດທາງ ແລະ ອະນາຄົດຂອງພາກພື້ນ ລວມທັງປະຊາຄົມອາຊຽນຕໍ່ໄປ.