ເຈົ້າແຂວງສະຫວັນນະເຂດ ລົງເຄື່ອນໄຫວວຽກຢູ່ເມືອງ ຈໍາພອນ, ຊົນນະບູລີ ແລະ ສອງຄອນ

ໃນອາທິດຜ່ານມານີ້, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະຕິດຕາມ ຊຶ່ງປະກອບດ້ວຍຫົວໜ້າຫ້ອງວ່າການປົກຄອງແຂວງ, ຫົວໜ້າພະແນກສາທາລະນະສຸກແຂວງ ແລະ ພະແນກກະສິກຳ-ປ່າໄມ້ແຂວງ ລົງເຄື່ອນໄຫວຊີ້ນໍາ, ຕິດຕາມ, ຊຸກຍູ້ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢູ່ເມືອງຈໍາພອນ, ເມືອງຊົນນະບູລີ ແລະ ເມືອງສອງຄອນ ໂດຍມີການນຳຂັ້ນສູງທັງ 3 ເມືອງ ພ້ອມຄະນະຮ່ວມຕິດຕາມ ແລະ ໃຫ້ການຕ້ອນຮັບ.
ກ່ອນອື່ນທ່ານເຈົ້າແຂວງໄດ້ລົງຕິດຕາມການສັກຢາວັກຊິນປ້ອງກັນໂຄວິດ-19 ຢູ່ເມືອງຈໍາພອນ ຮອດປັດຈຸບັນມີສະຖານທີ່ໃຫ້ບໍລິການຢູ່ໂຮງໝໍເມືອງ ແລະ ໂຮງໝໍນ້ອຍ 21 ແຫ່ງ, ຈຸດຄົງທີ່ 79 ຈຸດ, ຈຸດເຄື່ອນທີ່ 101 ຈຸດ, ມີທີມແພດ 40 ທີມ, ມີ 200 ຄົນ, ໂດຍມີກຸ່ມເປົ້າໝາຍລວມ 118.042 ຄົນ, ເປົ້າໝາຍຕົວຈິງ 104.001 ຄົນ, ເປົ້າໝາຍອາຍຸ 6-11 ປີ ມີ 14.873 ຄົນ, ເປົ້າໝາຍອາຍຸແຕ່ 12-17 ປີ ມີ 13.267 ຄົນ, ເປົ້າໝາຍອາຍຸ 18 ປີຂຶ້ນໄປມີ 75.383 ຄົນ, ການປະຕິບັດໄລຍະຜ່ານມາ: ເຂັມ ທີ 1 ປະຕິບັດໄດ້ 58.417 ຄົນ ເທົ່າກັບ 49,48%, ເຂັມທີ 2 ປະຕິບັດໄດ້ 48.203 ຄົນ ເທົ່າກັບ 40,83%, ເຂັມກະຕຸ້ນ ປະຕິບັດໄດ້ 4.455 ຄົນ ເທົ່າກັບ 3,77%.
ສໍາລັບເມືອງຊົນນະບູລີ ໃນທົ່ວເມືອງມີພົນລະເມືອງເປົ້າໝາຍຮັບວັກຊິນທັງໝົດ 66.887 ຄົນ ຊຶ່ງມີເປົ້າໝາຍຮັບວັກຊິນທັງໝົດ 58.666 ຄົນ ເທົ່າກັບ 87,70%, ໃນນີ້ເປົ້າໝາຍອາຍຸແຕ່ 6-11 ປີ, ມີ 8.429 ຄົນ, ອາຍຸ 12-17 ປີ ມີ 8.914 ຄົນ, ອາຍຸ 18-59 ປີ ມີ 36.666 ຄົນ ແລະ ເປົ້າໝາຍ 60 ປີຂຶ້ນໄປ ມີ 4.657 ຄົນ, ສ່ວນຜົນການຈັດຕັ້ງປະຕິບັດແມ່ນ ເຂັມທີ 1 ປະຕິບັດໄດ້ 38.254 ຄົນ ເທົ່າກັບ 57,29%, ເຂັມທີ 2 ປະຕິບັດໄດ້ 25.642 ຄົນ ເທົ່າກັບ 38,40%, ເຂັມກະຕຸ້ນປະຕິບັດໄດ້ 4.289 ຄົນ ເທົ່າກັບ 6,42%.
ຈາກນັ້ນ, ທ່ານເຈົ້າແຂວງ ພ້ອມຄະນະໄດ້ລົງຕິດຕາມເບິ່ງໂຄງການປູກເຂົ້ານາໄຮ່ໃຫຍ່ ຂອງ ບໍລິສັດ ສະຫວັນສົ່ງເສີມການຜະລິດເປັນສິນຄ້າ ຢູ່ບ້ານໂພນຄໍ້ ເມືອງຈໍາພອນ ຊຶ່ງປັດຈຸບັນກໍາລັງສືບຕໍ່ການບຸກເບີກເນື້ອທີ່ນາໃຫ້ປະຊາຊົນຕື່ມອີກ ຈໍານວນ 150 ເຮັກຕາ, ຕາມແຜນຂອງໂຄງການແມ່ນ 700 ເຮັກຕາ, ໃນນີ້ໄດ້ນໍາໃຊ້ເນື້ອທີ່ການຜະລິດໄປແລ້ວ 30 ເຮັກຕາ ຊຶ່ງໂຄງການປູກເຂົ້ານາໄຮ່ໃຫຍ່ ຢູ່ເມືອງຈໍາພອນ ເປັນການສຸມໃສ່ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໄປຄຽງຄູ່ກັບການຜັນຂະຫຍາຍວາລະແຫ່ງຊາດ, ຊຸກຍູ້ສົ່ງເສີມການຜະລິດກະສິກໍາເປັນສິນຄ້າໃຫ້ເປັນຂະບວນກວ້າງຂວາງ.
ພ້ອມນັ້ນ, ກໍໄດ້ລົງຕິດຕາມ ເບິ່ງຄວາມຄືບໜ້າໂຄງການກໍ່ສ້າງ-ສ້ອມແປງ ແລະ ຟື້ນຟູລະບົບ ຊົນລະປະທານດົງບູນ ຢູ່ເມືອງຊົນນະບູລີ, ໂດຍຄວາມຄືບໜ້າຂອງໂຄງການປະຕິບັດໄດ້ທັງໝົດ 21,09%, ໃນນີ້ ໜ້າງານປະຕິບັດໄດ້ 30,99%. ເວລາຕໍ່ມາໄດ້ພົບປະອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນໃນໂຄງການບ້ານຈັດສັນໃຫ້ບ້ານດອນຍາໂນງ, ໃນການຈັດສັນທີ່ດິນຂອງເມືອງໄດ້ຈັດຫາດິນທີ່ໄດ້ມາຈາກດິນລວມຂອງເມືອງ ຈັດສັນໃຫ້ປະຊາຊົນບ້ານດັ່ງກ່າວທີ່ຖືກນ້ຳຖ້ວມມາຫຼາຍປີ ຊຶ່ງຄະນະກຳມະການໄດ້ແບ່ງດິນອອກເປັນ 217 ຕອນ, ມີລວງກວ້າງ 20×30 ແມັດ ຊຶ່ງມີການຈັດພິທີມອບໃຫ້ ປະຊາຊົນໃນວັນທີ 2 ສິງຫາ 2021, ສະເພາະບ້ານດອນຍາໂນງ ແມ່ນໄດ້ 171 ຕອນ ແລະ ບ້ານໃກ້ຄຽງອີກ 43 ຕອນ, ມາຮອດປັດຈຸບັນປະຊາຊົນໄດ້ປົວແປງ, ເຮັດຮົ້ວ, ປຸກເຮືອນ, ເຮັດສວນ ແລະ ລໍຖ້າການປຸກເຮືອນ.
ຈາກນັ້ນ, ທ່ານເຈົ້າແຂວງ ພ້ອມຄະນະກໍໄດ້ລົງຕິດຕາມເບິ່ງໂຄງການຊົນລະປະທານຈັກສູບນໍ້າດົງສະຫວ່າງ ຊຶ່ງເປັນໂຄງການກໍ່ສ້າງ ແລະ ສ້ອມແປງຊົນລະປະທານໂຄງການຍ່ອຍດົງຫວ່າງທົ່ງ ເມືອງສອງຄອນ ແຂວງສະຫວັນນະເຂດ ເປັນໂຄງການຍ່ອຍໜຶ່ງຂອງໂຄງການພັດທະນາພື້ນຖານໂຄງລ່າງກະສິກໍາຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ໂດຍໄດ້ອອກແບບສະໜອງນໍ້າໃຫ້ແກ່ເນື້ອທີ່ການຜະລິດກະສິກໍາ ໃນເນື້ອທີ່ປະມານ 761 ເຮັກຕາ, ໃນນີ້ມີຄອງເໝືອງ ທັງໝົດ 24 ເສັ້ນ, ມີລວງຍາວທັງໝົດ 20.075 ແມັດ ຊຶ່ງຜົນການຈັດຕັ້ງປະຕິບັດກໍ່ສ້າງໂຄງການເລີ່ມແຕ່ມື້ລົງມືຮອດປັດຈຸບັນ ທຸກໜ້າວຽກສໍາເລັດ 100%. ຈາກນັ້ນກໍໄດ້ໄປຕິດຕາມເບິ່ງສະຖານີຈັກສູບນໍ້າລະຫານໍ້າ ແມ່ນນອນໃນໂຄງການພັດທະນາຊົນລະກະເສດ ແລະ ຊົນນະບົດຮອບດ້ານໃນເມືອງສອງຄອນ ແລະ ເມືອງຈໍາພອນ ໂດຍໄດ້ຮັບທຶນກູ້ຢືມຈາກທະນາຄານຂາອອກ-ຂາເຂົ້າ ສ ເກົາຫຼີ, ໂດຍສະຖານີຈັກສູບນໍ້າລະຫານໍ້າຈັດຕັ້ງປະຕິບັດເຖິງປັດຈຸບັນປະຕິບັດໄດ້ 1,57% ຄື: ຫົວງານສໍາເລັດການດັດແກ້ດິນບວມຖານຮາກອາຄານຫ້ອງເຮືອນຈັກ ໂດຍເອົາດິນທີ່ບໍ່ດີອອກແລ້ວເອົາຊາຍປະສົມກັບຫີນ 1/3 ເພື່ອຮັບປະກັນການຊຸດໂຕຂອງອາຄານ, ສໍາເລັດການເທເບຕົງກັນເປື້ອນ, ຫ້ອງອາຄານ, ຫ້ອງເຮືອນຈັກ, ປັດຈຸບັນໄດ້ມັດເຫຼັກແຜ່ນພື້ນສໍາເລັດ ແລະ ສືບຕໍ່ເທເບຕົງແຜ່ນພື້ນຫ້ອງເຮືອນຈັກ ແລະ ວຽກເຄື່ອງຈັກ, ໄດ້ມີການຄົ້ນຄວ້າປຶກສາຫາລືຊອກບໍລິສັດນໍາເຂົ້າເຄື່ອງກົນຈັກ, ສໍາລັບທໍ່ແມ່ນກະກຽມເອກະສານເພື່ອສະເໜີປຶກສາຫາລື.
ໂອກາດດຽວກັນ ທ່ານເຈົ້າແຂວງສະຫວັນນະເຂດ ພ້ອມຄະນະທີ່ຕິດຕາມຍັງໄດ້ສືບຕໍ່ຕິດຕາມ ເບິ່ງການກໍ່ສ້າງເສັ້ນທາງເບຕົງຂອງອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນບ້ານເຊບັ້ງຫຽງຕື່ມອີກ.