ໄຊສົມບູນເນັ້ນ ແຮ່ທາດສົ່ງອອກຕ້ອງກວດກາຄຸ້ມຄອງ ແລະ ຊັ່ງນໍ້ານັກໃຫ້ຖືກຕ້ອງ

ວັນທີ 23 ມີນາ 202 ຜ່ານມານີ້, ກອງບັນຊາການ ປກສ ແຂວງໄຊສົບູນ ໄດ້ເປີດກອງປະຊຸມຈັດສັນ ຄວາມເປັນລະບຽບຮຽບຮ້ອຍໃນການຂົນສົ່ງແຮ່ທາດ ຢູ່ພາຍໃນແຂວງ, ໂດຍການເປັນທານຂອງ ພົຈວ ບົວພັນ ອິນທະປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ບັນດາ ບໍລິສັດຂົນສົ່ງແຮ່ທາດພາຍໃນແຂວງເຂົ້າຮ່ວມ.
ພັທ ທອງດໍາ ໄຊບຸນມີ ຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ໄຊສົມບຸນ ວ່າດ້ວຍມາດຕະການຄຸ້ມຄອງການສົ່ງອອກແຮ່ທາດຢູ່ພາຍໃນແຂວງ ເພື່ອເປັນການກໍານົດທິດທາງອັນຊັດເຈນຕໍ່ກັບການປະຕິບັດມາດຕະການຄຸ້ມຄອງການສົ່ງອອກແຮ່ທາດຂອງບັນດາຫົວໜ່ວຍ ທຸລະກິດພາຍໃນແຂວງ, ແຮ່ທາດທີ່ຈະສົ່ງອອກນັ້ນຕ້ອງມີການກວດກາຄຸ້ມຄອງຈາກພາກສ່ວນທີ່ກ່ຽວຂ້ອງໂດຍກົງ, ສ່ວນບໍລິສັດທີ່ສາມສາມາດສົ່ງແຮ່ທາດອອກໄດ້ແຕ່ຕ້ອງມີເຂດສໍາປະທານ ແລະ ເອກະສານ ໃນການຂຸດຄົ້ນແຮ່ທາດທີ່ຖືກຕ້ອງ, ລົດຄົນສົ່ງແຮ່ທາດທຸກຄັນຕ້ອງໄດ້ຮັບການກວດນ້ໍາໜັກບໍ່ໃຫ້ເກີນທີ່ກົດໝາຍກໍານົດໄວ້ສ່ວນແຮ່ທີ່ຈະນໍາອອກຕ້ອງໄດ້ຜ່ານການກວດກາຈາກພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຈຶ່ງຈະສາມາດນໍາອອກໄດ້.
ສ່ວນການຄຸ້ມຄອງເສັ້ນທາງໃນການຂົນສົ່ງແຮ່ ແມ່ນມອບໃຫ້ພະແນກໂຍທາທິການ ແລະ ການ ຂົນສົ່ງຮັບຜິດຊອບໂດຍກົງ, ຖ້າຫາກເສັ້ນທາງມີການເປເພຈາກຂະບວນຂອງລົດຂົນແຮ່ແມ່ນມອບໃຫ້ກັບ ຜູ້ປະກອບການຮັບຜິດຊອບໃນບູລະນະສອ້ມແປງ ແລະ ໃຫ້ຖືກຕາມມາດຖານຂອງກະຊວງໂຍທາທິການ ແລະ ຂົນສົ່ງວາງອອກຢ່າງເຂັ້ມງວດ.
ໂອກາດນີ້, ພົຈວ ບົວພັນ ອິນທະປັນຍາ ຮຽກຮ້ອງໃຫ້ບັນດາຫົວໜ່ວຍທຸລະກິດທີ່ຂົນສົ່ງແຮ່ທາດໃຫ້ ດໍາເນີນທຸລະກິດຢ່າງຖືກຕ້ອງຕາມລະບຽບກົດໝາຍ ແລະ ກົດຈະລາຈອນທີ່ສໍາຄັນ ກໍເພື່ອຈັດສັນຄວາມ ເປັນລະບຽບຮຽບຮ້ອຍໃນການສັນຈອນໄປ-ມາໃຫ້ມີຄວາມປອດໄພຫຼີກລ່ຽງການການອຸບັດຕິເຫດຕາມ ທ້ອງຖະໜົນ, ເພື່ອຫຼຸດຜ່ອນຄວາມແອອັດຂອງການສັນຈອນໃນເຂດຊຸມຊົນ, ແກ້ບັນຫາລົດແກ່ແຮ່ຈອດຊະຊາຍຕາມແຄມທາງ ແລະ ຕ້ອງມີລົດນໍາໜ້າຂະບວນທຸກຄັ້ງ.

