ປະຫວັດຂອງ ທ່ານ ໂດນັລ ທຣຳ ປະທານາທິບໍດີ ຄົນໃໝ່ ຂອງສະຫະລັດອາເມລິກາ

ທ່ານ ໂດນັລ ທຣຳ ອະດີດມະຫາເສດຖີອະສັງຫາລິມະຊັບ ອາຍຸ 78 ປີ, ໄດ້ສ້າງປະຫວັດສາດ ໃນການເປັນປະທານາທິບໍດີ ສະຫະລັດອາເມລິກາ ສະໄໝທີ 2 ໂດຍເອົາຊະນະຄູ່ແຂ່ງ ຈາກພັກເດໂມແຄຣັດ ທ່ານ ນາງ ຄາມາລາ ແຮລິສ ໃນການເລືອກຕັ້ງເມື່ອທ້າຍປີທີ່ຜ່ານມາ
ປະຫວັດຂອງ ທ່ານ ທຣຳ ຫລື ຊື່ເຕັມ ໂດນັລ ຈອນ ທຣຳ (Donald John Trump), ເກີດໃນວັນທີ 14 ມິຖຸນາ 1946 ໃນ ຄວີນ ນິວຢອກ ສະຫະລັດອາເມລິກາ ເຊິ່ງເປັນລູກຜູ້ທີ 4 ຈາກທັງໝົດ 5 ຄົນຂອງ ເຟເດີຣິກ ນັກພັດທະນາອະສັງຫາລິມະຊັບ ແລະ ແມຣີ ທຣຳ ໄຮໄຊ ແລະ ນັກການກຸສົນນິວຢອກ
ທ່ານ ທຣຳ ເປັນຜູ້ຊາຍທີ່ມີຄວາມກະຕືລືລົ້ນ ແລະ ມີຄວາມໝັ້ນໃຈຕົນເອງ ເມື່ອອາຍຸ 13 ປີ, ໄດ້ເລີ່ມເຮັດພຶດຕິກຳທີ່ບໍ່ດີຢູ່ໃນໂຮງຮຽນ. ສະນັ້ນ, ພໍ່ແມ່ຂອງລາວຈຶ່ງຕັດສິນໃຈສົ່ງລາວໄປຮຽນຢູ່ໂຮງຮຽນການທະຫານນິວຢອກ (New York Military Academy), ຫວັງວ່າລະບຽບວິໄນຂອງໂຮງຮຽນຈະຊ່ວຍປັບປຸງ ແລະ ສົ່ງເສີມຄວາມກະຕືລືລົ້ນຂອງລາວໄປໃນທາງທີ່ດີ.
ວຽກງານທາງດ້ານສັງຄົມ ແລະ ທາງວິຊາການ ທ່ານ ທຣຳ ເຮັດໄດ້ດີຈົນກາຍເປັນນັກກິລາດາວເດັ່ນ ແລະ ຜູ້ນໍານັກຮຽນ, ກ່ອນທີ່ຈະຮຽນຈົບລະດັບປະລິນຍາຕີທີ່ມະຫາວິທະຍາໄລ ຟອດແຮັມ ໃນປີ 1964 ແລະ ໄດ້ຍ້າຍໄປຮຽນສາຂາເສດຖະສາດຢູ່ທີ່ໂຮງຮຽນການເງິນວໍຕັນ (Wharton School of Finance), ມະຫາວິທະຍາໄລເພັນຊິວເວເນຍ ໃນ 2 ປີຕໍ່ມາ ແລະ ສໍາເລັດການສຶກສາໃນປີ 1968
ຫລັງຈາກຮຽນຈົບ ທ່ານ ໄດ້ຮັບສິດສືບທອດບໍລິສັດຈາກພໍ່ ເພາະ ເຟຣດ ອ້າຍຂອງລາວ ເລືອກທີ່ຈະເປັນນັກບິນ ໂດຍມີສ່ວນຊ່ວຍບໍລິຫານໂຄງການທີ່ຢູ່ອາໄສຂະໜາດໃຫຍ່ໃນນິວຢອກ ແລະ ໄດ້ອຳນາດບໍລິຫານບໍລິສັດເຕັມຕົວ ໃນປີ 1971 ກ່ອນທີ່ຈະປ່ຽນຊື່ເປັນ Trump Organization, ພາຍໃຕ້ການບໍລິຫານຂອງຕົນ ທ່ານ ທຣຳ ໄດ້ປັບປ່ຽນທຸລະກິດຂອງຄອບຄົວຈາກໂຄງການທີ່ຢູ່ອາໄສລະດັບກາງໃນ ບລູ໊ກລິນ ແລະ ຄວີນ ໄປສູ່ໂຄງການຫລູຫລາໃນ ແມນຮັດຕັນ.
ຈາກບົດບາດຂອງນັກທຸລະກິດໃຫຍ່ ມີຫລາຍຄັ້ງທີ່ ທ່ານ ທຣຳ ໄດ້ອອກຄວາມເຫັນກ່ຽວກັບເລື່ອງການເມືອງ ທັງໃນແງ່ຂອງຄວາມສົນອົກສົນໃຈ ແລະ ການປະຊົດປະຊັນ ຈົນເຖິງຂັ້ນເບິ່ງວ່າຊີວິດຂອງນັກການເມືອງນັ້ນຮຸນແຮງຫຼາຍ.
ເຖິງຢ່າງໃດກໍຕາມ, ທ່ານ ທຣຳ ໄດ້ຜ່ານການເປັນສະມາຊິກຂອງທັງ ພັກຣີພັບບລີກັນ, ພັກເດໂມແຄຣັດ ແລະ ພັກເອກະລາດ ຣີຟອມ (ທີ່ເຄີຍລົງສະໝັກຮັບການເລືອກຕັ້ງປະທານາທິບໍດີເປັນເວລາສາມເດືອນກ່ອນທີ່ຈະຖອນຕົວ).
ປີ 2011, ທ່ານ ທຣຳ ໄດ້ສະແດງທ່າທີວ່າຢາກລົງສະໝັກຊີງຕຳແໜ່ງປະທານາທິບໍດີ ກັບ ທ່ານ ບາຣັກ ໂອບາມາ ໃນການເລືອກຕັ້ງປີ 2012, ແຕ່ໃນທີ່ສຸດກໍປະກາດວ່າຈະບໍ່ລົງແຂ່ງຂັນ.
ມາໃນເດືອນມິຖຸນາປີ 2015, ທ່ານ ທຣຳ ໄດ້ປະກາດຢ່າງເປັນທາງການວ່າຈະລົງສະໝັກເລືອກຕັ້ງຊິງຕຳແໜ່ງປະທານາທິບໍດີ ໃນປີ 2016, ໂດຍໄດ້ປະກາດວ່າ: “ຄວາມຝັນແບບອາເມລິກາ” ໄດ້ຕາຍໄປແລ້ວ ແຕ່ ທ່ານ ທຣຳ ໃຫ້ສັນຍາວ່າ: “ຈະນຳມັນກັບຄືນມາໃຫ້ຍິ່ງໃຫຍ່ກວ່າ ແລະ ດີຂຶ້ນກວ່າເກົ່າ”
ການດຳລົງຕຳແໜ່ງປະທານາທິບໍດີສະຫະລັດອາເມລິກາ ສະໄໝທີ 2 ຂອງ ທ່ານ ທຣຳ ມີບົດທົດສອບທີ່ສຳຄັນລໍຖ້າຢູ່ຫລາຍຢ່າງ ເຊິ່ງນະໂຍບາຍຕ່າງໆທີ່ ທ່ານ ທຣໍາ ໄດ້ປະກາດໃນການໂຄສະນາຫາສຽງ ທັງນະໂຍບາຍຜູ້ອົບພະຍົບ, ເສດຖະກິດ, ການຄ້າ, ການຕ່າງປະເທດ ລວມໄປເຖິງທັດສະນະຄະຕິກັບຄູ່ປໍລະປັກ ທ່າມກາງຄວາມຂັດແຍ້ງທີ່ພວມແຜ່ຂະຫຍາຍຢູ່ໃນຫລາຍຂົງເຂດ ໂດຍສະເພາະ ອູແກຣນ ແລະ ຕາເວັນອອກກາງ ຄາດວ່າຈະສົ່ງຜົນກະທົບຢ່າງໃຫຍ່ຫລວງຕໍ່ຫລາຍປະເທດໃນທົ່ວໂລກ ເຊິ່ງຕ້ອງໄດ້ຕິດຕາມຢ່າງໃກ້ຊິດ.
ອ້າງອີງ:
https://trumpwhitehouse.archives.gov/people/donald-j-trump/
https://www.bbc.com/news/world-us-canada-35318432
https://www.biography.com/political-figures/donald-trump

