ແຈ້ງການກ່ຽວກັບການຫລິ້ນບຸນປີໃໝ່ຢູ່ຫລວງພະບາງ



ວັນທີ 25 ມີນາ 2022 ນີ້ ຫ້ອງວ່າການແຂວງຫຼວງພະບາງ ອອກແຈ້ງການຕົກລົງ ແລະ ທິດຊີ້ນໍາ ກອງປະຊຸມເຈົ້າແຂວງ-ຮອງເຈົ້າແຂວງມາຍັງທ່ານຊາບ ກ່ຽວກັບການສະເຫຼີມສະຫລອງບຸນປີໃໝ່ລາວ ພສ 2565, ຄສ 2022 ຢູ່ ແຂວງຫລວງພະບາງ ດັ່ງນີ້:

1. ກໍານົດເອົາ ວັນພຸດ ທີ 13/04/2022 ເປັນວັນພັກຊົດເຊີຍປີໃໝ່ລາວ ປີ 2022 ທົດແທນ ວັນເສົາ ທີ 16/04/2022 ເຊິ່ງເປັນວັນພັກລັດຖະການ. ການສະຫຼອງປີໃໝ່ ຕ້ອງບົນຈິດໃຈປະຢັດມັດທະຍັດທີ່ສຸດ ແລະ ບໍ່ໃຫ້ສໍານັກງານອົງການພາຍໃນແຂວງ, ບັນດາເມືອງ ແລະ ນະຄອນ-ຫລວງພະບາງຈັດງານລ້ຽງສະເຫລີມສະຫລອງປີໃໝ່ ແລະ ຈັດຕັ້ງການອວຍພອນເຊິ່ງກັນ ແລະ ກັນຢ່າງເດັດຂາດ ເພື່ອເປັນແບບຢ່າງໃຫ້ແກ່ສັງຄົມ, ການຈັດຕັ້ງປະຕິບັດນະໂຍບາຍປະຢັດແຫ່ງຊາດ, ຕ້ານການຟູມເຟືອຍການນໍາໃຊ້ງົບປະມານຂອງລັດ ແລະ ຊັບສິນສ່ວນຕົວ;

2. ມອບໃຫ້ຄະນະສະເພາະກິດໂຄວິດ-19 ຂັ້ນແຂວງ ເປັນຜູ້ຕົກລົງ ແລະ ອອກແຈ້ງການແນະນໍາລະອຽດ ເພື່ອໃຫ້ທຸກພາກສ່ວນກ່ຽວຂ້ອງ ຮັບຊາບ ແລະ ຈັດຕັ້ງປະຕິບັດກ່ຽວກັບມາດຕະການຕ່າງໆ ໃນການປ້ອງກັນການແພ່ລະບາດຂອງພະຍາດ ໂຄວິດ-19 ໃນໄລຍະການສະຫລອງບຸນປີ ໃໝ່ລາວ ໂດຍອີງໃສ່ສະພາບການລະບາດຕົວຈິງ ຂອງແຕ່ລະບ່ອນ;

3. ໃຫ້ຫລິ້ນບຸນປີໃໝ່ລາວ ຕາມຮີດຄອງປະເພນີອັນດີງາມດັ່ງເດີມທີ່ປູ່ຍາຕາຍາຍ ເຄີຍປະຕິບັດສືບທອດກັນມາ. ຢູ່ຕາມແຕ່ລະບ້ານ, ແຕ່ລະຄອບຄົວ, ຫ້າມຈັດກິດຈະກໍາຕ່າງໆ ທີ່ມີຄົນເຕົ້າໂຮມຢ່າງ ຫລວງຫລາຍ, ຖ້າເຫັນວ່າມີຄວາມຈໍາເປັນຕ້ອງໄດ້ຂໍອານຸຍາດຈາກຄະນະສະເພາະກິດໂຄວິດ-19 ຂັ້ນ ແຂວງ, ເມືອງ-ນະຄອນ;

4. ເອົາໃຈໃສ່ ຊີ້ນໍາ-ນໍາພາ ການຫຼິ້ນບຸນປີໃໝ່ລາວປີນີ້ຕ້ອງຮັບປະກັນ ຄື:

4.1 ຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ໃຫ້ກອງບັນຊາການ ປກສແຂວງ, ເມືອງ-ນະຄອນ, ອອກບົດແນະນໍາລະອຽດຕື່ມ ເປັນຕົ້ນ: ຫ້າມຫຼິ້ນນ້ໍາຢູ່ຕາມຖະໜົນຫົນທາງ ຢ່າງເດັດຂາດ;
4.2 ມີການຄຸ້ມຄອງຮ້ານອາຫານ, ຮ້ານກິນດື່ມ ຕາມລະບຽບກົດຫມາຍກໍານົດ ສໍາລັບຮ້ານບັນເທີງຕ່າງໆ ມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດໂຄວິກ-19 ອອກມາດຕະການສະເພາະ ໂດຍອີງສີ່ງມາດຕະການທີ່ທາງຄະນະສະເພາະກິດຂັ້ນສູນກາງວາງອອກ;
4.3 ຕ້ອງຄຸ້ມຄອງລາຄາສິນຄ້າ, ກະກຽມສະບຽງອາຫານອຸປະໂພກ ແລະ ບໍລິໂພກ ໃຫ້ພຽງພໍ;
4.4 ຈັດຕັ້ງການອະນາໄມສະຖານທີ່ພັກອາໄສຂອງຄອບຄົວ, ບ້ານ, ກຸ່ມບ້ານພາຍໃນເມືອງນະຄອນ ໃຫ້ມີຄວາມສະອາດງາມຕາ;
4.5 ກຽມພ້ອມດ້ານຕ່າງໆ ເປັນຕົ້ນ: ສະຖານທີ່ທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານເພື່ອຮອງຮັບນັກທ່ອງທ່ຽວ, ຮັບປະກັນຄວາມປອດໄພຕໍ່ຊັບສິນ ແລະ ຊີວິດຂອງນັກທ່ອງທ່ຽວແລະ ຜູ້ມາບໍລິການ;
4.6 ທຸກສະຖານທີ່ຈັດງານຕາມຮີດຄອງປະເພນີ, ສະຖານທີ່ບໍລິການການທ່ອງທ່ຽວຕ່າງໆ ຕ້ອງຮັບປະກັນໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນການແພ່ລະບາດຂອງພະຍາດໂຄວິດ19 ຢ່າງເຂັ້ມງວດ;
4.7 ໃຫ້ຄະນະຮັບຜິດຊອບຈັດງານສະເຫຼີມສະຫຼອງປີໃໝ່ລາວ ຄົ້ນຄວ້າລະອຽດ ກິດຈະກໍາທີ່ອານຸມັດໃຫ້ເຄື່ອນໄຫວຕາມຮີດຄອງປະເພນີຢູ່ຕາມວັດວາ, ອາຣາມຕ່າງໆ ແລະ ພິທີອັງເຊີນພະບາງລົງມາຫົດສົ່ງ (ຖ້າມີ), ໃຫ້ຈັດສັນຄວາມເປັນລະບຽບຮຽບຮ້ອຍ, ປະຕິບັດຕາມມາດ ຕະການ ເຂັ້ມງວດໃນການປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19 ແລະ ຄວາມສະຫງົບປອດໄພດ້ານອື່ນໆ;

5. ມອບໃຫ້ ເຈົ້ານະຄອນ-ຫຼວງພະບາງ, ເຈົ້າເມືອງ, ກອງບັນຊາການ ປກຊ-ປກສ ແຂວງ,ພະແນກການ, ຄະນະເລຂາທິການສະພາປະຊາຊົນແຂວງ, ອົງການທຽບພາຍໃນແຂວງ ຈັດຕັ້ງຜັນ ຂະຫຍາຍ ປະຕິບັດແຈ້ງການສະບັບນີ້ ຢ່າງເຂັ້ມງວດ.
ດັ່ງນັ້ນ, ຈິ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມທິດຊີ້ນໍາດ້ວຍ.