ຄົນເຈັບຮັບປູກຖ່າຍ “ຕັບໝູ” ຄົນທໍາອິດຂອງໂລກຈາກໝໍຈີນ ຢູ່ລອດມາ 171 ວັນ
ຄວາມກ້າວໜ້າຄັ້ງໃຫຍ່ຂອງວົງການແພດທີ່ເຜີຍແຜ່ໃນວາລະສານສາຂາວິຊາພະຍາດຕັບ (Journal of Hepatology) ສະບັບເດືອນຕຸລາຜ່ານມາ ລາຍງານວ່າ: ໝໍຊາວຈີນປະສົບຜົນສໍາເລັດໃນການປູກຖ່າຍຕັບໝູທີ່ຜ່ານການດັດແປງພັນທຸກໍາໃຫ້ຄົນເຈັບທີ່ຍັງມີຊີວິດເປັນຄົນທໍາອິດຂອງໂລກ ເຊິ່ງຄົນເຈັບຜູ້ນີ້ມີຊີວິດຢູ່ຕໍ່ໄດ້ເປັນເວລາ 171 ວັນຫລັງການຜ່າຕັດ. ສໍານັກຂ່າວຊິນຮົວລາຍງານວ່າ: ຄວາມກ້າວໜ້ານີ້ຖືເປັນບາດກ້າວສໍາຄັນໃນການແກ້ໄຂບັນຫາການຂາດເຂີນອະໄວຍະວະຈາກຜູ້ບໍລິຈາກທີ່ເປັນມະນຸດ ໂດຍການຜ່າຕັດນໍາໂດຍທີມແພດຈາກໂຮງໝໍແຫ່ງທີ 1 ໃນເຄືອມະຫາວິທະຍາໄລແພດສາດອານຮຸຍ ໃຫ້ຕັບໝູທີ່ຜ່ານການດັດແປງພັນທຸກໍາທີ່ພັດທະນາໂດຍນັກວິໄຈຈາກມະຫາວິທະຍາໄລກະສິກໍາຢຸນໜານ. ໝູທີ່ບໍລິຈາກອະໄວຍະວະຜ່ານການກວດເຊື້ອພະຍາດຢ່າງລະອຽດ…




