ຈີນຂວໍ້າບາດສະຫະລັດ ໂຈະການນຳເຂົ້າຖົ່ວເຫລືອງ ຕອບໂຕ້ສົງຄາມການຄ້າ
ສໍານັກຂ່າວ Reuter ລາຍງານ ວັນທີ 25 ຕຸລາ 2025 ວ່າ: ຈີນ ໄດ້ປະກາດມາດຕະການຂວໍ້າບາດຕໍ່ ສະຫະລັດອາເມຣິກາ ດ້ວຍການ ໂຈະການສັ່ງຊື້ຖົ່ວເຫລືອງຈາກສະຫະລັດຊົ່ວຄາວ ເພື່ອຕອບໂຕ້ຕໍ່ການຂຶ້ນພາສີໃສ່ສິນຄ້ານຳເຂົ້າຈາກຈີນຮອບໃໝ່ຂອງລັດຖະບານວໍຊິງຕັນ ເຊິ່ງຖືວ່າເປັນການ ເພີ່ມລະດັບຄວາມເຄັ່ງຕຶງ ໃນສົງຄາມການຄ້າລະຫວ່າງສອງຊາດມະຫາອຳນາດທາງດ້ານເສດຖະກິດຂອງໂລກ. ກະຊວງການຄ້າຈີນລະບຸວ່າ ການລະງັບນຳເຂົ້າໃນຄັ້ງນີ້ແມ່ນ “ມາດຕະການຍຸດທະສາດ”…



