ເຈົ້າໜ້າທີ່ຕຳຫລວດໄທ ຈັບກຸມຄົນຮ້າຍຂົນຢາເສບຕິດລາຍໃຫຍ່ ຈຳນວນ 7 ຄົນ ພ້ອມຂອງກາງ ຢາບ້າ 1 ລ້ານເມັດ

ວັນທີ 12 ກັນຍາ 2022 ນີ້ ເຈົ້າໜ້າທີ່ຕຳຫລວດ ຈັງຫວັດນະຄອນຣາຊສີິມາ ປະເທດໄທ ຈັບກຸມຂະບວນການລຳລຽງຢາເສບຕິດຂ້າມຊາດລາຍໃຫຍ່ ຈຳນວນ 7 ຄົນ, ພ້ອມຢຶດຂອງກາງເປັນຢາບ້າ ຈຳນວນ 1 ລ້ານເມັດ, ຢາອີ ຈຳນວນ 50.000 ເມັດ ແລະ ຢາກ່ອມປະສາດ 19.700 ເມັດ ລວມມູນຄ່າ 100 ລ້ານບາດ ໂດຍຕຳຫລວດໄດ້ແຈ້ງຂໍ້ຫາຮ່ວມກັນມີຢາເສບຕິດໃຫ້ໂທດປະເພດ 1 (ຢາບ້າ ແລະ ຢາອີ) ໄວ້ໃນຄອບຄອງ ແລະ ຮ່ວມກັນມີສານອອກລິດຕໍ່ຈິດ ແລະ ປະສາດ ປະເພດ 2 ( ອິຣິມິນໄຟ ຫລື Erimin 5) ໄວ້ຄອບຄອງ, ໂທລະສັບ 9 ໜ່ວຍ, ລົດເກັງ 1 ຄັນ ເຮັດໜ້າທີ່ເປັນລົດນຳ ແລະ ລົດກະບະທີ່ໃຊ້ຂົນຢາເສບຕິດອີກ 1 ຄັນ.

ເຈົ້າໜ້າທີ່ຕຳຫລວດປະເທດໄທ ໃຫ້ຮູ້ວ່າ: ຂະບວນການຄ້າຢາເສບຕິດຄັ້ງນີ້ແມ່ນລຳລຽງມາຈາກຈັງຫວັດໜອງຄາຍ ຜ່ານນະຄອນຣາຊະສີມາ ເພື່ອຂົນສົ່ງເຂົ້າສູ່ກຸງເທບ ແລະ ພື້ນທີ່ຈັງຫວັດພາກໃຕ້ ໂດຍໃຊ້ລົດເກັງສີດຳເປັນລົດນຳທີ່ຂົນຢາເສບຕິດ ແລະ ໃຊ້ລົດກະບະສີຂາວຂົນຢາໂດຍທ້າຍກະບະມີກອງຜັກວາງທັບເພື່ອປິດບັງຢາເສບຕິດໄວ້ ເຈົ້າໜ້າທີ່ຈຶ່ງວາງແຜນກ່ອນການຈັບກຸມຜູ້ຕ້ອງຫາທັງໝົດໄດ້ທີ່ບໍລິເວນປ່າຂ້າງທາງ ບ້ານໂຄກກາງ ໝູ່ 7 ຕຳບົນ ເມືອງພະໄລ, ອຳເພີ ບົວສາຍ, ຈັງຫວັດນະຄອນຣາຊສີມາ.