ຜູ້ນຳຈີນກຽມຢ້ຽມຢາມຕ່າງປະເທດຄັ້ງທຳອິດ ນັບແຕ່ໂຄວິດລະບາດ

ປະທານປະເທດຈີນກຽມຢ້ຽມຢາມກາຊັກສະຖານ ແລະ ອຸຊເບກິດສະຖານ ໃນອາທິດນີ້ ເຊິ່ງຈະເປັນການອອກຕ່າງປະເທດຢ່າງເປັນທາງການຄັ້ງທຳອິດ ນັບແຕ່ເກີດການແພ່ລະບາດຂອງພະຍາດໂຄວິດ-19.

ວັນທີ 12 ກັນຍາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງການຕ່າງປະເທດຈີນ ອອກຖະແຫລງໃນວັນທີ 12 ກັນຍາວ່າ: ປະທານປະເທດ ສີ ຈິ້ນຜິງ ກຽມຢ້ຽມຢາມກາຊັກສະຖານ ແລະ ອຸຊເບກິດສະຖານ ລະຫວ່າງວັນທີ 14-16 ກັນຍານີ້ ໂດຍພາລະກິດຢູ່ອຸຊເບກິດສະຖານ ຄືການເຂົ້າຮ່ວມກອງປະຊຸມອົງການການຮ່ວມມືຊຽງໄຮ້ (SCO) ທີ່ສະມາຊິກປະກອບມີ: ຈີນ, ຣັດເຊຍ, ອິນເດຍ, ກາຊັກສະຖານ, ອຸຊເບກິດສະຖານ, ກຽກກິດສະຖານ, ທາຈິກິດສະຖານ ແລະ ປາກິດສະຖານ.

ທັງນີ້, ເດິ ວໍ ສະຕຣີດ ເຈີນັລ ລາຍງານໃນເດືອນຜ່ານມາວ່າ: ຜູ້ນຳຈີນກຳລັງພິຈາລະນາແຜນການຢ້ຽມຢາມບາງປະເທດໃນພາກພື້ນອາຊີກາງ ເພື່ອຫາໂອກາດພົບປະຫາລືແບບສອງຝ່າຍກັບປະທານາທິບໍດີ ວະລາດິເມຍ ປູຕິນ ຜູ້ນຳຣັດເຊຍ. ເຖິງຢ່າງໃດກໍດີ, ເນື້ອໃນຖະແຫລງການຂອງກະຊວງການຕ່າງປະເທດຈີນ ບໍ່ໄດ້ລະບຸກ່ຽວກັບເລື່ອງນີ້.

ພາລະກິດໃນຕ່າງປະເທດຢ່າງເປັນທາງການຄັ້ງຫລ້າສຸດຂອງທ່ານ ສີ ຈິ້ນຜິງ ຄືການຢ້ຽມຢາມມຽນມາ ໃນເດືອນມັງກອນ 2020 ແລະ ເຖິງວ່າຜູ້ນຳຈີນຫາກໍຢ້ຽມຢາມຮົງກົງ ໃນເດືອນກໍລະກົດຜ່ານມາ ເພື່ອຮ່ວມສະເຫລີມສະຫລອງຄົບຮອບ 25 ປີ ການຮັບມອບເຂດບໍລິຫານພິເສດແຫ່ງນີ້ກັບຄືນຈາກອັງກິດ. ເຖິງຢ່າງໃດກໍຕາມ, ການທີ່ຮົງກົງເປັນສ່ວນໜຶ່ງຂອງແຜ່ນດິນໃຫຍ່ ຈຶ່ງຖືໄດ້ວ່າການຢ້ຽມຢາມກາຊັກສະຖານ ແລະ ອຸຊເບກິດສະຖານຄັ້ງນີ້ ຄືການປາກົດຕົວນອກຈີນຢ່າງເປັນທາງການຄັ້ງທຳອິດຂອງທ່ານ ສີ ຈິ້ນ ຜິງ ນັບແຕ່ເກີດການແພ່ລະບາດຂອງພະຍາດໂຄວິດ-19.