ອິນໂດເນເຊຍກຽມທົບທວນຄ່າແຮງງານຂັ້ນຕໍ່າ ຫລັງປະຊາຊົນປະທ້ວງການຂຶ້ນລາຄານ້ຳມັນ

ສຳນັກງານປະທານາທິບໍດີຂອງອິນໂດເນເຊຍເປີດເຜີຍໃນວັນທີ 13 ກັນຍາວ່າ: ລັດຖະບານກຽມທົບທວນກົດຄ່າແຮງງານຂັ້ນຕໍ່າ ແລະ ກົດດ້ານແຮງງານອື່ນໆ ຫລັງຈາກສະຫະພາບແຮງງານຕ່າງໆ ຈັດການຊຸມນຸມທົ່ວປະເທດເພື່ອຕໍ່ຕ້ານການປັບຂຶ້ນລາຄານ້ຳມັນໃນໄລຍະຜ່ານມາ. ຂະນະທີ່ລາຍໄດ້ຂອງແຮງງານຍັງຄືເກົ່າ.

ສຳນັກຂ່າວຣອຍເຕີລາຍງານວ່າ: ປະທານາທິບໍດີ ໂຈໂກ ວິໂດໂດ ຂອງອິນໂດເນຊຍ ໄດ້ປັບຂຶ້ນລາຄານ້ຳມັນເຊື້ອໄຟ 30% ໃນຕົ້ນເດືອນນີ້ ເພື່ອຄວບຄຸມງົບປະມານທີ່ເພີ່ມຂຶ້ນໃນການອຸດໜູນດ້ານພະລັງງານ ເຊິ່ງສົ່ງຜົນໃຫ້ແຮງງານ ແລະ ນັກສຶກສາອອກມາຊຸມນຸມປະທ້ວງທົ່ວປະເທດ.

ການປັບຂຶ້ນລາຄານ້ຳມັນຈະເລັ່ງໃຫ້ເກີດເງິນເຟີ້ເຖິງລະດັບສູງສຸດນັບແຕ່ປີ 2015 ແລ້ວ ເນື່ອງຈາກລາຄາອາຫານທີ່ເພີ່ມສູງຂຶ້ນ.

ທ່ານ ເຮຣູ ບູດີ ຮາໂຕໂນ ຫົວໜ້າສຳນັກງານປະທານາທິບໍດີຂອງອິນໂດເນເຊຍ ໄດ້ປະຊຸມກັບຜູ້ປະທ້ວງຢູ່ທຳນຽບປະທານາທິບໍດີໃນນະຄອນຫລວງຈາກາຕາວັນທີ 12 ກັນຍາ ເພື່ອຫາລືກ່ຽວກັບຂໍ້ຮຽກຮ້ອງຂອງພວກເຂົາ.

ທ່ານ ເຮຣູ ລະບຸໃນຖະແຫລງການວ່າ: ແຮງງານໄດ້ຮຽກຮ້ອງໃຫ້ມີການປ່ຽນແປງສູດທີ່ລັດຖະບານໃຊ້ເພື່ອກຳນົດການປັບເພີ່ມຄ່າແຮງງານຂັ້ນຕໍ່າປະຈຳປີ. ພ້ອມຮຽກຮ້ອງການປ່ຽນແປງກົດໝາຍການສ້າງວຽກ (Job Creationlaw) ທີ່ອະນຸມັດໃນປີ 2020 ເນື່ອງຈາກສະຫະພາບແຮງງານເບິ່ງວ່າເອື້ອອຳນວຍຕໍ່ກຸ່ມທຸລະກິດຫລາຍເກີນໄປ.

ທັງນີ້, ທ່ານ ເຮຣູ ກ່າວວ່າ: ລັດຖະບານຈະດຳເນີນການທົບທວນຂໍ້ຮຽກຮ້ອງຂອງແຮງງານໃນວັນທີ 13 ກັນຍານີ້.