ຈີນຊີ້ມາດຕະການຂວ້ຳບາດຄັ້ງໃໝ່ ຂອງອາເມລິກາບໍ່ດີຕໍ່ການຮ່ວມມື ເລື່ອງ ສປປ ເກົາຫລີ

ຈີນເຕືອນອາເມລິກາວ່າ: ມາດຕະການຂວ້ຳບາດຄັ້ງໃໝ່ຂອງອາເມລິກາທີ່ລົງໂທດບໍລິສັດຈີນກ່ຽວຂ້ອງກັບ ສປປ ເກົາຫລີ ຈະບໍ່ເປັນຜົນດີຕໍ່ການຮ່ວມມືເລື່ອງວິກິດນິວເຄຼຍ ສປປ ເກົາຫລີ.
ໂຄສົກກະຊວງຕ່າງປະເທດຈີນກ່າວລະຫວ່າງການຖະແຫລງຂ່າວປະຈຳວັນໃນວັນທີ 23 ສິງຫານີ້ວ່າ: ການກະທຳຂອງອາເມລິກາບໍ່ຊ່ວຍແກ້ໄຂບັນຫານິວເຄຼຍ ສປປ ເກົາຫລີ. ອີກທັງຍັງບໍ່ເປັນຜົນດີຕໍ່ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືກັບຈີນ, ຂໍຮຽກຮ້ອງໃຫ້ອາເມລິກາຢຸດການກະທຳຜິດພາດ ແລະ ຫາທາງແກ້ໄຂໃຫ້ຖືກຕ້ອງ. ຂະນະດຽວກັນ ຈີນເບິ່ງວ່າສະຖານະການເຄັ່ງຕຶງຢູ່ແຫລມເກົາຫລີມີສັນຍານວ່າເລີ່ມບັນເທົາລົງແລ້ວ ອັນເປັນຜົນມາຈາກການທີ່ຫລາຍຝ່າຍຮ່ວມມືກັນຢ່າງແຂງແກ່ນ, ເຖິງວ່າສະຖານະການຍັງມີຄວາມສັບຊ້ອນ ແລະ ບອບບາງກໍຕາມ.
ຈີນສະແດງທ່າທີດັ່ງກ່າວ ເນື່ອງຈາກກະຊວງການເງິນອາເມລິກາປະກາດມາດຕະການລົງໂທດບຸກຄົນ ແລະ ນິຕິບຸກຄົນຈີນ ແລະ ຣັດເຊຍ ໃນວັນທີ 22 ສິງຫາ ໂດຍກ່າວຫາວ່າ: ສະໜັບສະໜູນໂຄງການນິວເຄຼຍ ສປປ ເກົາຫລີ ແລະ ພະຍາຍາມຫລົບຫລີກມາດຕະການຂວ້ຳບາດຂອງອາເມລິກາ. ກ່ອນໜ້ານີ້ ປະທານາທິບໍດີ ໂດນັນ ທຣຳ ຂອງອາເມລິກາ ໄດ້ກົດດັນໃຫ້ຈີນເພີ່ມການເກ່ຍກ່ອມ ສປປ ເກົາຫລີ ໃຫ້ປະຖິ້ມໂຄງການນິວເຄຼຍມາແລ້ວ.

