ADB ຫລຸດຄາດຄະເນເສດຖະກິດ “ປະເທດກຳລັງພັດທະນາ” ໃນອາຊີ ປີ 2022 ເຕີບໃຫຍ່ພຽງ 4,3%

ວັນທີ 21 ກັນຍາ 2022, ທະນາຄານພັດທະນາອາຊີ (ADB) ຫລຸດຕົວເລກຄາດຄະເນການເຕີບໃຫຍ່ທາງເສດຖະກິດຂອງກຸ່ມປະເທດກຳລັງພັດທະນາໃນພາກພື້ນອາຊີ ແລະ ປາຊີຟິກໃນປີ 2022 ເຫລືອ 4,3% ທ່າມກາງຄວາມທ້າທາຍຫລາຍຢ່າງທີ່ສົ່ງຜົນກະທົບທົ່ວພາກພື້ນ.
ລາຍງານວິເຄາະທ່າອ່ຽງເສດຖະກິດໃນພາກພື້ນອາຊີປະຈຳປີ 2022 ສະບັບປັບປຸງຫລ້າສຸດ ຫລຸດຕົວເລກຄາດຄະເນການເຕີບໃຫຍ່ທາງເສດຖະກິດຂອງພາກພື້ນອາຊີ ແລະ ປາຊີຟິກໃນປີ 2023 ເຫລືອ 4,9% ຫລຸດລົງຈາກທີ່ເຄີຍຄາດຄະເນໄວ້ໃນເດືອນເມສາ 5,3%.
ການໃຊ້ຈ່າຍ ແລະ ການລົງທຶນຂອງຜູ້ບໍລິໂພກໃນປະເທດກຳລັງຂັບເຄື່ອນການເຕີບໃຫຍ່, ຂະນະທີ່ກຸ່ມປະເທດໃນພາກພື້ນເດີນໜ້າຟື້ນຕົວຈາກການລະບາດຂອງພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ຢ່າງຕໍ່ເນື່ອງ ເຊິ່ງສ່ວນໜຶ່ງເປັນຜົນຈາກແຜນສັກວັກຊີນ ແລະ ຈຳນວນຜູ້ເສຍຊີວິດຈາກພະຍາດໂຄວິດ-19 ຫລຸດລົງ.
ເຖິງຢ່າງໃດກໍດີ, ຄວາມຂັດແຍ່ງຣັດເຊຍ-ອູແກຣນທີ່ຍືດເຍື້ອສົ່ງຜົນໃຫ້ທົ່ວໂລກຜະເຊີນຄວາມບໍ່ແນ່ນອນເພີ່ມຂຶ້ນ, ພາວະອຸປະທານຢຸດສະງັກ ແລະ ຕະຫລາດພະລັງງານ ແລະ ອາຫານໄຮ້ສະຖຽນລະພາບ. ຂະນະດຽວກັນ ການຮັດແໜ້ນນະໂຍບາຍທາງການເງິນທີ່ເຂັ້ມງວດຍິ່ງຂຶ້ນຂອງທະນາຄານກາງອາເມລິກາ ແລະ ທະນາຄານກາງເອີຣົບ ກຳລັງສົ່ງຜົນກະທົບຕໍ່ອຸປະສົງທົ່ວໂລກ ແລະ ສັ່ນຄອນຕະຫລາດການເງິນ.
ຫົວໜ້ານັກເສດຖະສາດຂອງທະນາຄານພັດທະນາອາຊີ ລະບຸວ່າ: ກຸ່ມປະເທດກຳລັງພັດທະນາໃນອາຊີຍັງຟື້ນຕົວຢ່າງຕໍ່ເນື່ອງ ແຕ່ມີຄວາມສ່ຽງຫລາຍ ຈຶ່ງຮຽກຮ້ອງລັດຖະບານຂອງກຸ່ມປະເທດກຳລັງພັດທະນາລະມັດລະວັງຄວາມສ່ຽງເຫລົ່ານີ້ ແລະ ດຳເນີນມາດຕະການຈຳເປັນເພື່ອຄວບຄຸມອັດຕາເງິນເຟີ້ໂດຍບໍ່ສົ່ງຜົນກະທົບຕໍ່ການເຕີບໃຫຍ່ທາງເສດຖະກິດ.
ນອກຈາກນັ້ນ, ທະນາຄານ ADB ຍັງເພີ່ມຕົວເລກຄາດຄະເນອັດຕາເງິນເຟີ້ຂອງກຸ່ມປະເທດກຳລັງພັດທະນາໃນອາຊີປີ 2022 ຈາກ 3,7% ເປັນ 4,5%. ຂະນະທີ່ຕົວເລກຄາດຄະເນຂອງປີ 2023 ເພີ່ມຂຶ້ນຈາກ 3,1% ເປັນ 4,0%.

