ຈີນອະນຸຍາດນັກເດີນທາງຂາເຂົ້າບໍ່ຈຳເປັນຕ້ອງກວດໂຄວິດ-19 ເລີ່ມ 30 ສິງຫາ 2023

ທ່ານ ຫວັງ ເຫວິນປິນ ໂຄສົກກະຊວງການຕ່າງປະເທດຈີນ ປະກາດໃນວັນທີ 28 ສິງຫາວ່າ: ຈີນຈະບໍ່ບັງຄັບໃຫ້ນັກເດີນທາງຂາເຂົ້າສະແດງຫລັກຖານການກວດໂຄວິດ-19 ທີ່ເປັນລົບອີກຕໍ່ໄປ ໂດຍຈະເລີ່ມມີຜົນບັງຄັບໃຊ້ນັບແຕ່ວັນທີ 30 ສິງຫາເປັນຕົ້ນໄປ.

ສຳນັກຂ່າວ AP ລາຍງານວ່າ: ການຍົກເລີກມາດຕະການສະແດງຜົນກວດໂຄວິດ-19 ຄັ້ງນີ້ຈະຖືເປັນບາດກ້າວສຳຄັນໃນການຢຸດມາດຕະການຈຳກັດທີ່ກ່ຽວກັບໂຄວິດ-19 ທີ່ບັງຄັບໃຊ້ມາແຕ່ປີ 2020.

ທັງນີ້, ຈີນໄດ້ຍົກເລີກນະໂຍບາຍໂຄວິດເປັນສູນໃນເດືອນທັນວາ 2022 ຫລັງຈາກບັງຄັບໃຊ້ມາດຕະການດັ່ງກ່າວຢ່າງເຂັ້ມງວດມາເປັນເວລາຫລາຍປີ ເຊິ່ງບາງຄັ້ງຕ້ອງປິດເມືອງຢ່າງເຕັມຮູບແບບ ແລະ ກັກຕົວຜູ້ຕິດເຊື້ອເປັນເວລາດົນ ສົ່ງຜົນໃຫ້ນັກເດີນທາງຂາເຂົ້າຈຳເປັນຕ້ອງກັກຕົວຢູ່ໂຮງແຮມທີ່ລັດຖະບານກຳນົດເປັນເວລາຫລາຍອາທິດ. ເຖິງຢ່າງໃດກໍຕາມ, ເວລານັ້ນຈີນຍັງບັງຄັບໃຊ້ມາດຕະການຈຳກັດບາງປະການເຊັ່ນ: ການສະແດງຜົນກວດໂຄວິດ-19 ແບບແອນຕິເຈນ (Antigen).

ລາຍງານລະບຸວ່າ: ນະໂຍບາຍໂຄວິດເປັນສູນເຮັດໃຫ້ເສດຖະກິດຂອງຈີນຂະຫຍາຍຕົວຊ້າ ອີກທັງຍັງເຮັດໃຫ້ມີອັດຕາການວ່າງງານເພີ່ມຂຶ້ນ ລວມທັງເຮັດໃຫ້ເກີດເຫດການປະທ້ວງຂຶ້ນນຳ.