ບັງກະລາເທດເປີດເຜີຍຈຳນວນຜູ້ຕິດເຊື້ອໄຂ້ເລືອດອອກ ນັບແຕ່ຕົ້ນປີສູງເຖິງ 110.000 ຄົນ

ກະຊວງສາທາລະນະສຸກຂອງບັງກະລາເທດເປີດເຜີຍວ່າ: ມີຜູ້ເສຍຊີວິດຈາກພະຍາດໄຂ້ເລືອດອອກຈຳນວນ 14 ຄົນ ໃນວັນທີ 25 ສິງຫາ ສົ່ງຜົນໃຫ້ຈຳນວນຜູ້ເສຍຊີວິດນັບແຕ່ຕົ້ນປີມີທັງໝົດ 528 ຄົນ.

ນອກຈາກນີ້, ບັງກະລາເທດມີຜູ້ຕິດເຊື້ອໄຂ້ເລືອດອອກຈຳນວນ 1.594 ຄົນໃນວັນທີ 25 ສິງຫາ ສົ່ງຜົນໃຫ້ຈຳນວນຜູ້ຕິດເຊື້ອນັບແຕ່ຕົ້ນປີມານີ້ມີທັງໝົດ 110.224 ຄົນ.

ເຈົ້າໜ້າທີ່ໄດ້ແນະນຳໃຫ້ປະຊາຊົນກຳຈັດແຫລ່ງເພາະພັນຍຸງເພື່ອສະກັດການແພ່ລະບາດຂອງພະຍາດໄຂ້ເລືອດອອກໃນປະເທດ.