ຫລາຍຄຸນປະໂຫຍດທີ່ໄດ້ຈາກກາກກາເຟ

ຫລາຍຄົນທີ່ມັກດື່ມກາເຟ ເມື່ອບົດກາເຟຈົນໄດ້ກາເຟທີ່ເຮົາດື່ມກັນຈົນພໍໃຈແລ້ວ ກໍຈະເຫລືອກາກກາເຟຫລົງເຫລືອຢູ່ ແລະ ຍ້ອນປະລິມານການດື່ມກາເຟທີ່ຫລວງຫລາຍໃນປະຈຸບັນ ເຮັດໃຫ້ມີກາກກາເຟເຫລືອຫລາຍເປັນເງົາຕາມໂຕ. ມື້ນີ້ພວກເຮົາຈຶ່ງ ຢາກນຳເອົາເຄັດລັບດີໆໃນການເອົາກາກກາເຟມາໃຊ້ໃໝ່ດັ່ງນີ້ :
– ເອົາມາເຮັດປຸ໋ຍໃສ່ຕົ້ນໄມ້.
– ປະສົມກາກກາເຟເຄິ່ງຖ້ວຍກັບນຳ້ອຸ່ນເອົາມາໃສ່ກະຕຸກສະເປສີດຕົ້ນໄມ້ຈະເລັ່ງໃຫ້ຕົ້ນໄມ້ໃຫຍ່ໄວ.
– ໃຊ້ອາບນຳ້ໃຫ້ໝາໄລ່ໝັດ, ໄລ່ເຫັບ.
– ໃສ່ກາກກາເຟ 1 ບ່ວງຊາລົງໃນຢາສະຜົມໝາ ຈະຊ່ວຍໄລ່ເຫັບ, ໄລ່ໝັດໄດ້.
– ໃຊ້ຜັດຖູຮອຍດຳຂອງໝໍ້ ແລະ ກະທະໃຫ້ສະອາດ ເພາະກາກກາເຟເປັນກົດ ແລະ ສາມາດຜັດຖູເຮັດຄວາມສະອາດໄດ້ດີ ໃຫ້ ລອງໃຊ້ກາກກາເຟ 2 – 3 ບ່ວງຊາມາຜັດຖູໝໍ້ຮັບຮອງສະອາດ.
– ຜັດຖູໄມ້ໃຫ້ເບິ່ງໃໝ່ຂຶ້ນໄດ້ ໂດຍໃຊ້ກາກກາເຟປຽກ ແລະ ຝອຍທອງຜັດຖູ.
– ເອົາຖົງໃສ່ກາກກາເຟ ແລ້ວຈຶ່ງເອົາໄປໃສ່ໄວ້ໃນເກີບເພື່ອດັບກິ່ນອັນບໍ່ເພິງປະສົງໃນເກີບ.

