ເມື່ອເຊົາດື່ມນ້ຳອັດລົມສຸຂະພາບຂອງທ່ານຈະດີຂຶ້ນ

- ມີຄວາມສຸກໃນການກິນຫລາຍຂຶ້ນ : ນຳ້ອັດລົມມີນຳ້ຕານຫລາຍທີ່ເຮັດໃຫ້ລົດຊາດຂອງອາຫານປ່ຽນແປງໄປໄດ້ ແລະ ຍິ່ງທ່ານດື່ມນຳ້ອັດລົມເປັນປະຈຳ ປະສາດການຮັບລົດຊາດຂອງທ່ານກໍຈະປ່ຽນໄປເທົ່ານັ້ນ.
- ຫລຸດຄວາມສ່ຽງການເປັນເບົາຫວານໄດ້ເຖິງ 2 ປະເພດ : ເພາະຄວາມຫວານເຮັດໃຫ້ທ່ານຢາກດື່ມນຳ້ອັດລົມຈຶ່ງມີໂອກາດສ່ຽງເປັນເບົາຫວານ 2 ປະເພດໄດ້ເຖິງ 26% (ຈາກການສຶກສາຂອງ Diabetes Care ໃນປີ 2010) ແລະ ເຖິງວ່າຈະດື່ມນຳ້ອັດລົມແບບບໍ່ມີໄຂມັນກໍບໍ່ດີ ທາງທີ່ດີຄວນຈະເຊົາດື່ມດີກ່ວາ.
3. ຫລຸດນຳ້ໜັກໄດ້ງ່າຍຂຶ້ນ : ທ່ານຕ້ອງຕັດນຳ້ອັດລົມອອກໄປຈາກຊີວິດ ນຳ້ໜັກຂອງທ່ານຈຶ່ງຈະຫລຸດລົງໄດ້ໄວ ເພາະນຳ້ອັດລົມພຽງ 1 ຈອກ ກໍມີນຳ້ຕານ 39 ກຣາມ ແລະ ມີພະລັງງານຫລາຍກ່ວາ 90 ກາລໍຣີ.
- ໝາກໄຂ່ຫລັງເຮັດວຽກດີຂຶ້ນ : ການເຊົາດື່ມນຳ້ອັດລົມເຮັດໃຫ້ໝາກໄຂ່ຫລັງເຮັດວຽກໄດ້ດີຂຶ້ນ ເພາະຍິ່ງທ່ານດື່ມນຳ້ອັດລົມຫລາຍເທົ່າໃດ ໝາກໄຂ່ຫລັງກໍເຮັດວຽກໜັກຫລາຍເທົ່ານັ້ນ. ສະນັ້ນ ເຊົາດື່ມແຕ່ດຽວນີ້ດີກ່ວາ.
- ຫົວໃຈແຂງແຮງຂຶ້ນ : ຕາມຜົນການສຶກສາຂອງມະຫາວິທະຍາໄລ Harvard ພົບວ່າ : ໃນບັນດາເຄື່ອງດື່ມທັງໝົດ ນຳ້ອັດລົມຈະເຮັດໃຫ້ຫົວໃຈປ່ວຍໄດ້ຫລາຍທີ່ສຸດ ເພາະນຳ້ອັດລົມຈະເພີ່ມຄວາມດັນເລືອດໃນຮ່າງກາຍ.
- ແຂ້ວຂາວຂຶ້ນ : ຍ້ອນກົດຊິຕຣິກຈະທຳລາຍເຄືອບແຂ້ວ ເພີ່ມຄວາມເປັນຫລຸມໃຫ້ແຂ້ວ ແລະ ເຮັດໃຫ້ແຂ້ວເຫລືອງ ຖ້າເຊົາດື່ມນຳ້ອັດລົມນອກຈາກຈະເຮັດໃຫ້ແຂ້ວຂາວຂຶ້ນ, ບໍ່ເປັນແຂ້ວແມງ.
- ທ່ານຈະສະຫລາດຂຶ້ນ : ບໍ່ໜ້າເຊື່ອວ່ານຳ້ຕານສົ່ງຜົນໂດຍກົງກັບສະໝອງຂອງທ່ານນຳ ຖ້າດື່ມນຳ້ອັດລົມດົນເທົ່າໃດກໍຍິ່ງທຳລາຍສະໝອງຫລາຍເທົ່ານັ້ນ.
- ເຂົ້າຫ້ອງນຳ້ໜ້ອຍລົງ : ເນື່ອງຈາກນຳ້ອັດລົມບໍ່ແມ່ນນຳ້ດື່ມບໍລິສຸດ ເຮັດໃຫ້ຮ່າງກາຍຕ້ອງໝັ່ນເອົາຂອງເສຍອອກຈາກຮ່າງກາຍ ເອີ້ນໄດ້ວ່າຍິ່ງທ່ານດື່ມນຳ້ອັດລົມເທົ່າໃດ ທ່ານຍິ່ງທຳລາຍພົກຍ່ຽວຂອງທ່ານເທົ່ານັ້ນ.
- ພູມຕ້ານທານດີຂຶ້ນ : ນຳ້ອົດລົມເຮັດໃຫ້ຄວາມດັນຂອງທ່ານສູງຂຶ້ນ, ນຳ້ໜັກຂຶ້ນ, ເຈັບປ່ວຍງ່າຍຂຶ້ນ ແລະ ຖ້າບໍ່ດື່ມຈະ ເກີດຫຍັງຂຶ້ນກໍບໍ່ມີຄວາມດັນ, ນຳ້ໜັກຫລຸດລົງ, ບໍ່ເຈັບປ່ວຍ.
- ກະດູກແຂງແຮງຂຶ້ນ : ການດື່ມນຳ້ອັດລົມສົ່ງຜົນໃຫ້ແມ່ຍິງໃນໄວໝົດປະຈຳເດືອນສ່ຽງກະດູກຫັກເພີ່ມຂຶ້ນ 14%.

