ຢູກັນດາລັອກດາວ 21 ວັນ ເພື່ອສະກັດການລະບາດຂອງອີໂບລາ

ລັດຖະບານຢູກັນດາປະກາດມາດຕະການລັອກດາວພື້ນທີ່ແພ່ລະບາດຂອງພະຍາດອີໂບລາ ເປັນເວລາ 21 ວັນ ເພື່ອຄວບຄຸມສະຖານະການ.

ວັນທີ 16 ຕຸລາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ໂຢເວຣີ ເມເຊເວນີ ຜູ້ນຳຢູກັນດາ ຖະແຫລງຜ່ານສະຖານີໂທລະພາບແຫ່ງຊາດ ໃນວັນທີ 15 ຕຸລາຜ່ານມາ ປະກາດມາດຕະການ “ຈຳກັດການເຄື່ອນຍ້າຍ” ຂອງປະຊາຊົນໃນເຂດມູເບນເດ ແລະ ເຂດຄາຊັນດາ ເຊິ່ງລວມທັງເຄີຟິວລະຫວ່າງເວລາ 19:00 ໂມງ ຈົນຮອດ 06:00 ໂມງ ຕາມເວລາທ້ອງຖິ່ນ ລວມທັງການປິດສະຖານບັນເທີງ ແລະ ສາສະນະສະຖານ. ມາດຕະການດັ່ງກ່າວມີຜົນບັງຄັບໃຊ້ທັນທີ ເປັນເວລາຢ່າງໜ້ອຍ 21 ວັນ ເພື່ອຄວບຄຸມສະຖານະການການແພ່ລະບາດຂອງພະຍາດອີໂບລາ.

ທັງນີ້, ຢູກັນດາປະກາດການແພ່ລະບາດຮອບຫລ້າສຸດຂອງພະຍາດດັ່ງກ່າວ ໃນວັນທີ 20 ກັນຍາຜ່ານມາ ຈົນຮອດຕອນນີ້ມີຜູ້ເສຍຊີວິດສະສົມຢ່າງໜ້ອຍ 19 ຄົນ ຈາກຈຳນວນຜູ້ຕິດເຊື້ອສະສົມຢ່າງໜ້ອຍ 58 ຄົນ ໂດຍທັງຜູ້ເສຍຊີວິດ ແລະ ຜູ້ຕິດເຊື້ອມີບຸກຄະລາກອນການແພດລວມຢູ່ນຳ. ຂະນະທີ່ມີການບັນທຶກສະຖິຕິຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອແລ້ວຫລາຍກວ່າ 1.100 ຄົນ.

ສຳລັບການທີ່ເຊື້ອໄວຣັສອີໂບລາເຊິ່ງກຳລັງແພ່ລະບາດຢູ່ໃນຢູກັນດາຮອບນີ້ ເປັນເຊື້ອສາຍພັນຊູດານ ເຊິ່ງພົບເປັນຄັ້ງທຳອິດໃນຮອບ 1 ທົດສະວັດ ສ້າງຄວາມກັງວົນໃຫ້ອົງການອະນາໄມໂລກ (WHO) ເນື່ອງຈາກຍັງບໍ່ມີວັກຊີນຕ້ານໂດຍກົງ.

ຢູກັນດາຜະເຊີນການແພ່ລະບາດໃຫຍ່ຄັ້ງຫລ້າສຸດຂອງພະຍາດອີໂບລາ ໃນປີ 2019 ມີຜູ້ຕິດເຊື້ອຢືນຢັນ 24 ຄົນ ແລະ ເສຍຊີວິດ 17 ຄົນ ຄິດເປັນອັດຕາການເສຍຊີວິດ 71%.