ຕຳຫລວດລາວ ສຳເລັດການເຂົ້າຮ່ວມກອງປະຊູມສຸດຍອດວຽກງານຕໍາຫລວດລະດັບສາກົນ ທີ່ ສ ເກົາຫລີ

ທ່ານ ພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ໄດ້ສຳເລັດການເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດ ວຽກງານຕໍາຫລວດລະດັບສາກົນ ປະຈຳປີ 2023 ໃນລະຫວ່າງວັນທີ 17-20 ຕຸລາ 2023 ທີ່ນະຄອນຫລວງເຊອຸນ, ສາທາລະນະລັດ ເກົາຫລີ.
ກອງປະຊຸມສຸດຍອດວຽກງານຕໍາຫລວດລະດັບສາກົນ ຄັ້ງທີ4 ປີ 2023 ຈັດຂຶ້ນພາຍໃຕ້ຄໍາຂວັນ“ ວຽກງານຕໍາຫລວດພາຍໃຕ້ສະພາບການທີ່ຄາດຄະເນບໍ່ໄດ້ ການຮັບມືລ່ວງໜ້າກັບໄພຂົ່ມຂູ່ໃນອະນາຄົດ”. ໂດຍມີເຈົ້າໜ້າທີ່ຕຳຫລວດຂັ້ນສູງຈາກບັນດາປະເທດໃນພາກພື້ນອາຊີ, ອາຟຣິກາ, ອາເມລິກາ, ໂອເຊອານີ, ອົງການຕໍາຫລວດສາກົນ, ອົງການສະຫະປະຊາຊາດວ່າດ້ວຍການຄວບຄຸມຢາເສບຕິດ ແລະ ອົງການຕໍາຫລວດເອີຣົບ ລວມທັງໝົດ 38 ພາກສ່ວນເຂົ້າຮ່ວມ.
ໃນກອງປະຊຸມໄດ້ແລກປ່ຽນປຶກສາຫາລືໃນ 3 ຂົງເຂດສຳຄັນຄື:
- ການນຳໃຊ້ເຕັກໂນໂລຊີທັນສະໄໝເຂົ້າໃນການເຄື່ອນໄຫວວຽກງານຕຳຫຼວດແມ່ນເປັນສິ່ງຈຳເປັນຢ່າງພາວະວິໄສ ເພື່ອຍົກສູງປະສິດທິພາບຂອງວຽກງານຕຳຫຼວດໃຫ້ທັດທຽມກັບສະພາບການຂະຫຍາຍຕົວຂອງອາຊະຍາກຳຂ້າມຊາດ.
- ການຫັນເປັນວິຊາສະເພາະຂອງເຈົ້າໜ້າທີ່ປະຕິບັດກົດໝາຍ ເພື່ອໃຫ້ແທດເໝາະກັບສະພາບການປ່ຽນແປງທາງດ້ານເຕັກໂນໂລຊີ ແລະ ລະດັບການພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ.
3.ການຍົກສູງຄວາມສາມັກຄີ ແລະ ການຮ່ວມມືສາກົນ ໃນການຕ້ານອາຊະຍາກຳຂ້າມຊາດ ທີ່ເປັນສິ່ງຈຳເປັນຢ່າງຍິ່ງ ຍ້ອນວ່າປະເທດດຽວບໍ່ສາມາດຮັບມືກັບບັນຫາອາຊະຍາກຳຂ້າມຊາດໄດ້.
ທ່ານ ພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນແລກປ່ຽນທັດສະນະວ່າ: ອາຊະຍາກໍາຂ້າມຊາດແມ່ນບັນຫາລວມ ແລະ ບໍ່ມີປະເທດໃດປະເທດໜຶ່ງຈະສາມາດແກ້ໄຂບັນຫາເຫລົ່ານັ້ນໄດ້ຢ່າງສົມບູນແບບດ້ວຍຕົນເອງພຽງຝ່າຍດຽວ. ສະນັ້ນ, ຈຶ່ງມີຄວາມຈໍາເປັນຢ່າງຍິ່ງທີ່ ຕໍາຫລວດບັນດາປະເທດຕ້ອງຮ່ວມມືແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນປະສົບການ, ຊ່ວຍເຫຼືອເຊິ່ງກັນແລະກັນ ໃນການສ້າງຄວາມອາດສາມາດຂອງເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ, ໃນການນຳໃຊ້ເຄື່ອງເຕັກນິກການກວດກາເຂົ້າຊ່ວຍ, ວິທີການສືບສວນ-ສອບສວນ, ຂັ້ນຕອນການດຳເນີນຄະດີ ແລະ ວິຊາການດ້ານວິທະຍາທີ່ຈຳເປັນອື່ນໆ ຜ່ານກົນໄກຮ່ວມມືສອງຝ່າຍ, ຫຼາຍຝ່າຍ ທີ່ມີຢູ່ແລ້ວ ແລະ ກົນໄກອື່ນ ເພື່ອຮ່ວມມືກັນສະກັດກັ້ນ ແລະ ຕ້ານຕໍ່ທຸກເລ່ລ່ຽມ, ກົນອຸບາຍ ແລະ ຮູບການທີ່ເລິກແລບແນບນຽນ ຂອງກຸ່ມອາຊະຍາກຳໃນຍຸກໃໝ່ ທີ່ມີເຈດຈຳນົງ ກໍ່ຄວາມບໍ່ສະຫງົບຂຶ້ນໃນທຸກໆພື້ນທີ່ ຂອງແຕ່ລະປະເທດ, ພາກພື້ນ ແລະໃນທົ່ວໂລກ.
ຕໍາຫລວດ ສປປ ລາວ ພວກເຮົາພ້ອມສະເໝີ ທີ່ຈະຮ່ວມມືກັບທຸກໆປະເທດ ເພື່ອປ້ອງກັນສະກັດກັ້ນ ແລະ ແກ້ໄຂບັນຫາອາຊະຍາກຳຂ້າມຊາດ ແນໃສ່ປະກອບສ່ວນເຂົ້າໃນການຮັກສາຄວາມສະຫງົບປອດໄພໃຫ້ແກ່ປະຊາຊົນພາຍໃນຊາດ ແລະ ມວນມະນຸດຂອງວົງຂະນະຍາດສາກົນໃຫ້ມີຄວາມປອດໄພ ແລະ ສ້າງເງື່ອນໄຂອຳນວຍຄວາມ ສະດວກ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ວັດທະນະທຳ, ການປົກປັກຮັກສາສິ່ງແວດລ້ອມ, ສະພາບແວດລ້ອມ ແຫ່ງຊາດ ກໍຄືໃນຂົງເຂດພາກພື້ນ ແລະ ສາກົນໃຫ້ໄດ້ມີການພັດທະນາແບບຍືນຍົງ.
ນອກນັ້ນ, ທ່ານ ພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ຢູນ ຮີ ຄືນ ຜູ້ບັນຊາການຕຳຫລວດແຫ່ງຊາດ ສ. ເກົາຫຼີ ເພື່ອປຶກສາຫາລືກ່ຽວກັບທິດທາງການຍົກລະດັບການ ຮ່ວມມື ລະຫວ່າງ 2 ກຳລັງຕຳຫລວດ ຂອງສອງຊາດ ທາງດ້ານວຽກງານຕ່າງໆ ເຊັ່ນ: ວຽກງານການຄຸ້ມຄອງການເຂົ້າ-ອອກເມືອງ ຂອງປະຊາ ຊົນສອງຊາດ ໃນການໄປ-ມາຫາສູ່ກັນ, ການປະກອບອາຊີບ, ການແຕ່ງງານລະຫວ່າງປະຊາ ຊົນສອງຊາດລາວ-ເກົາຫລີ, ການພັກເຊົາໄລຍະສັ້ນ, ໄລຍະຍາວ, ການດຳລົງຊີວິດໃນດີນແດນຂອງກັນແລະກັນ ໃຫ້ຖືກຕ້ອງຕາມກົດໝາຍພາຍໃນຂອງກັນ ແລະກັນ ແລະກົດໝາຍລະຫວ່າງປະເທດ; ຖ້າຫາກມີກໍລະນີປະຊາຊົນຂອງສອງຊາດຫາກພົບຄວາມຫຍູ້ງຍາກຕົກຢູ່ໃນຄວາມສ່ຽງໄພ ໃນດ້ານຕ່າງໆ ກໍໃຫ້ມີກົນໄກຊ່ວຍເຫຼືອທີ່ແທດເໝາະ ແລະ ມີຄວາມປອດໄພໃຫ້ແກ່ກັນ.
ໄດ້ປືກສາຫາລື ແລກປ່ຽນກ່ຽວກັບຄວາມເປັນໄປໄດ້ໃນຕໍ່ຫນ້າ ໃນການສ້າງຄວາມອາດສາມາດທາງດ້ານຊັບພະຍາກອນມະ ນຸດໃຫ້ແກ່ ເຈົ້າໜ້າທີ່ຕຳຫຼວດ ສປປ ລາວ ທາງດ້ານພາສາຕ່າງປະເທດ, ຊ່ຽວຊານການແພດ, ການສື່ສານ, ການນຳໃຊ້ເຄື່ອງເທັກໂນໂລຊີ, ວັດຖຸ-ເຕັກນິກທີ່ທັນສະໄໝ, ວຽກມອດໄຟ, ກູ້ໄພ ແລະ ອື່ນໆ ເພື່ອແນໃສ່ການຮ່ວມມື ດ້ານວຽກງານປ້ອງກັນຄວາມ ສະຫງົບສຸກໃຫ້ປະຊາຊົນ ສອງຊາດ ລາວ ແລະ ສ ເກົາຫຼີ ທີ່ມີການເດີນທາງໄປ-ມາຫາສູ່ກັນດ້ວຍຈຸດປະສົງທ່ອງທ່ຽວ, ຢ້ຽມຢາມ, ເຮັດທຸລະກິດ, ສຶກສາຄົ້ນຄວ້າ, ຊອກວຽກເຮັດງານທຳ ແລະ ວຽກທາງລັດຖະການ ທີ່ເຫັນວ່ານັບມື້ນັບເພີ່ມຂຶ້ນຢ່າງວ່ອງໄວ.

