ສະພາອ່າວອາຣັບ-ອາຊຽນ ຮຽກຮ້ອງໃຫ້ຢຸດຍິງ-ປ່ອຍຕົວປະກັນຢູ່ກາຊາ

ສະພາການຮ່ວມມືລັດອ່າວອາຣັບ ແລະ ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ຮ່ວມກັນຮຽກຮ້ອງການຢຸດຍິງຢູ່ເຂດກາຊາ ແລະ ການປ່ອຍຕົວປະກັນອອກຈາກພື້ນທີ່.
ວັນທີ 21 ຕຸລາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສະພາການຮ່ວມມືລັດອ່າວອາຣັບ (GCC) ເຊິ່ງປະກອບມີ ຊາອຸດິອາຣະບີ, ສະຫະລັດອາຣັບເອມິເຣດ (UAE), ກູເວດ, ກາຕາ ແລະ ໂອມານ ແລະ ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ອອກຖະແຫລງການຮ່ວມ ຫລັງສໍາເລັດກອງປະຊຸມສຸດຍອດຢູ່ນະຄອນຫລວງຣິຍາດ ໃນວັນທີ 20 ຕຸລາຜ່ານມາ.
ທັງນີ້, ເນື້ອໃນຕອນໜຶ່ງຂອງຖະແຫລງການ ເປັນການປະນາມການໂຈມຕີພົນລະເຮືອນຢູ່ເຂດກາຊາ ແລະ ຮຽກຮ້ອງການຢຸດຍິງຖາວອນ, ການປ່ອຍຕົວປະກັນປະມານ 200 ຄົນ ແລະ ການເປີດທາງໃຫ້ມີການມອບການຊ່ວຍເຫລືອດ້ານມະນຸດສະທໍາຕໍ່ຊາວປາແລັສຕິນຢູ່ເຂດກາຊາ.
ເຈົ້າຊາຍໂມຮໍາເໝັດ ບິນ ຊັລມານ ມົງກຸດລາດຊະກຸມມານ ແລະ ນາຍົກລັດຖະມົນຕີແຫ່ງຊາອຸດິອາຣະບີ ກ່າວວ່າ: ພົນລະເຮືອນຜູ້ບໍລິສຸດໄດ້ຮັບຜົນກະທົບໂດຍກົງຈາກຄວາມຮຸນແຮງທີ່ກໍາລັງເກີດຂຶ້ນຢູ່ເຂດກາຊາ, ກອງປະຊຸມຄັດຄ້ານການໃຊ້ພົນລະເຮືອນເປັນເປົ້າໝາຍ ແລະ ເງື່ອນໄຂທຸກຮູບແບບ ແລະ ໃຫ້ຄວາມສໍາຄັນສູງສຸດຕໍ່ການມອບການຊ່ວຍເຫລືອທາງມະນຸດສະທໍາ.
ສ່ວນປະທານາທິບໍດີ ໂຈໂຄ ວິໂດໂດ ຜູ້ນໍາອິນໂດເນເຊຍ ເຊິ່ງເຮັດໜ້າທີ່ປະທານອາຊຽນປີນີ້ ຮຽກຮ້ອງຄູ່ກໍລະນີໃນສົງຄາມຢຸດການໃຊ້ຄວາມຮຸນແຮງ ແລະ ໃຫ້ຄວາມສໍາຄັນຕໍ່ມະນຸດສະທໍາໃນລະດັບສູງສຸດ.

