ນາມິເບຍກຽມສ້າງໂຮງງານໄຟຟ້າ “ແສງຕາເວັນ-ໄຮໂດຣເຈນ” ແຫ່ງທຳອິດຂອງອາຟຣິກາ

ວັນທີ 9 ພະຈິກ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ລັດຖະບານປະຈຳພາກພື້ນຂອງນາມິເບຍເປີດເຜີຍວ່າໂຄງການໂຮງງານໄຟຟ້າພະລັງງານແສງຕາເວັນ-ພະລັງງານໄຮໂດຣເຈນສີຂຽວ (solar-green hydrogen) ແຫ່ງທຳອິດຂອງອາຟຣິກາໃນນາມິເບຍ ຈະເລີ່ມຕົ້ນການກໍ່ສ້າງໃນຊ່ວງໄຕມາດທຳອິດຂອງປີ 2023.
ລາຍງານລະບຸວ່າ: HDF Energy ຜູ້ຜະລິດໄຟຟ້າເອກະຊົນລາຍໃຫຍ່ຂອງຝຣັ່ງ ກຳລັງກຽມການກໍ່ສ້າງໂຮງງານໄຟຟ້າໄຮໂດຣເຈນ ມູນຄ່າ 3 ພັນລ້ານໂດລານາມິເບຍ ໃກ້ກັບເມືອງຊາຍທະເລສວາຄອບມຸນ.
ໃນວັນທີ 8 ພະຈິກ, ຫົວໜ້າສະພາເມືອງສວາຄອບມຸນ ກ່າວວ່າ: HDF Energy ໄດ້ຄອບຄອງດິນຂະໜາດ 400 ເຮັກຕາ ທາງຕາເວັນອອກຂອງເມືອງສວາຄອບມຸນ ອັນມີຊື່ສຽງເລື່ອງຊາຍຫາດສະອາດ ແລະ ສະຖາປັດຕະຍະກຳຍຸກອານານິຄົມເຢຍລະມັນ.
ຫົວໜ້າສະພາເມືອງລະບຸວ່າ: ລັດຖະບານນາມິເບຍສົ່ງຄຳອວຍພອນຫາບໍລິສັດຝຣັ່ງໃນການເດີນໜ້າກໍ່ສ້າງໂຄງການໂຮງງານໄຟຟ້າດັ່ງກ່າວ ເຊິ່ງຈະຈັດຫາພະລັງງານໄຟຟ້າສະອາດ 24 ຊົ່ວໂມງໝົດປີ ແລະ ເພີ່ມອຸປະທານໄຟຟ້າໃນນາມິເບຍ ເຊິ່ງອາໄສການນຳເຂົ້າພະລັງງານຈາກປະເທດໃກ້ຄຽງຄືອາຟຣິກາໃຕ້.
ໂຄງການໂຮງງານໄຟຟ້ານີ້ຈະປະກອບມີແຜງໂຊລາເຊລປະມານ 90 ເມກາວັດ ສຳລັບຈ່າຍພະລັງງານເອເລັກໂຕຣໄລເຊີ (electrolyzers) ເພື່ອຜະລິດໄຮໂດຣເຈນທີ່ສາມາດກັກເກັບໄດ້.
ນາມິເບຍເປັນປະເທດທີ່ມີແດດຫລາຍ ແລະ ມີປະຊາກອນໜາແໜ້ນໜ້ອຍທີ່ສຸດແຫ່ງໜຶ່ງຂອງໂລກ ໂດຍນາມິເບຍຕ້ອງການໃຊ້ຜົນປະໂຫຍດຈາກພະລັງງານແສງຕາເວັນ ແລະ ພະລັງງານລົມ ເພື່ອຜະລິດໄຮໂດຣເຈນສີຂຽວ ແລະ ປັ້ນຕົນຂຶ້ນເປັນສູນກາງພະລັງງານໝູນວຽນໃນອາຟຣິກາ.

