ເສດຖະກິດຟີລິບປິນໄຕມາດສາມເຕີບໃຫຍ່ດີເກີນຄາດ ແຕ່ອັດຕາເງິນເຟີ້ຍັງສູງ

ອັດຕາການເຕີບໃຫຍ່ທາງເສດຖະກິດຂອງຟີລິປິນໃນຊ່ວງໄຕມາດ 3 ຂອງປີນີ້ ດີກວ່າການຄາດຄະເນໄວ້ ແຕ່ອັດຕາເງິນເຟີ້ຍັງຢູ່ໃນລະດັບສູງ.
ວັນທີ 10 ພະຈິກ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດຂອງຟີລິບປິນລາຍງານວ່າ: ເສດຖະກິດຂອງປະເທດໃນໄຕມາດ 3 ເຊິ່ງຫາກໍຜ່ານພົ້ນໄປ ຂະຫຍາຍຕົວໃນລະດັບ 7,6% ເມື່ອທຽບໃສ່ໄລຍະເວລາດຽວກັນຂອງປີກ່ອນໜ້າ ດີກວ່າທີ່ນັກວິເຄາະຄາດຄະເນໄວ້ກ່ອນໜ້ານີ້ ວ່າຈະຂະຫຍາຍຕົວໃນລະດັບ 6,3% ແລະ ເປັນສະຖິຕິດີກວ່າໄຕມາດ 2 ເຊິ່ງເສດຖະກິດໃນໄລຍະເວລານັ້ນ ຂະຫຍາຍຕົວ 7,5%.
ຂະນະທີ່ການຄິດໄລ່ເປັນແຕ່ລະໄຕມາດ ປາກົດວ່າ: ລວມຍອດຜະລິດຕະພັນພາຍໃນ (GDP) ຂອງຟີລິບປິນເມື່ອໄຕມາດ 3 ຂະຫຍາຍຕົວ 2,9% ຫລັງຫລຸດລົງ 0,1% ເມື່ອໄຕມາດ 2.
ເຖິງຢ່າງໃດກໍຕາມ, ເງິນເປໂຊຟີລິບປິນທີ່ຍັງອ່ອນຄ່າຢ່າງໜັກເມື່ອທຽບໃສ່ເງິນໂດລາສະຫະລັດ ສົ່ງຜົນໃຫ້ອັດຕາເງິນເຟີ້ເພີ່ມເປັນສະຖິຕິສູງສຸດໃນຮອບເກືອບ 14 ປີ ໃນເດືອນທັນວາຜ່ານມາ ຍິ່ງເຮັດໃຫ້ຫລາຍຝ່າຍຄາດໝາຍເພີ່ມຂຶ້ນວ່າ: ທະນາຄານກາງຟີລິບປິນຈະປັບເພີ່ມອັດຕາດອກເບ້ຍນະໂຍບາຍອີກ ໃນກອງປະຊຸມວັນທີ 17 ພະຈິກນີ້.

