ອາຊຽນ ເຫັນພ້ອມຕາມຫລັກການຮັບ ຕິມໍເລສເຕ ເປັນສະມາຊິກປະເທດທີ 11

ວັນທີ 11 ພະຈິກ 2022, ຖະແຫລງການຈາກຄະນະຜູ້ນຳຂອງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນ ລະບຸວ່າ: ກຸ່ມຜູ້ນຳປະເທດອາຊຽນເຫັນພ້ອມຕາມຫລັກການຮັບຕິມໍເລສເຕເຂົ້າເປັນສະມາຊິກອາຊຽນລຳດັບທີ 11.

ຖະແຫລງການດັ່ງກ່າວມີຂຶ້ນໃນຂະນະທີ່ຜູ້ນຳປະເທດອາຊຽນລວມຕົວກັນຢູ່ນະຄອນຫລວງພະນົມເປັນ ເມືອງຫລວງຂອງກຳປູເຈຍ ເພື່ອຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.

ຖະແຫລງການລະບຸວ່າ: ບັນດາຜູ້ນຳເຫັນພ້ອມຕາມຫລັກການດັ່ງກ່າວ ຫລັງພິຈາລະນາຜົນການສຶກສາຂອງຄະນະຄົ້ນຫາຂໍ້ມູນຄວາມຈິງໃນຕິມໍເລສເຕທີ່ດຳເນີນໂດຍປະຊາຄົມການເມືອງ ແລະ ຄວາມໝັ້ນຄົງອາຊຽນ (APSC), ປະຊາຄົມເສດຖະກິດອາຊຽນ (AEC) ແລະ ປະຊາຄົມສັງຄົມ ແລະ ວັດທະນະທຳອາຊຽນ (ASCC). ພ້ອມກ່າວອີກວ່າ: ກຸ່ມຜູ້ນຳປະເທດອາຊຽນຕົກລົງຈະໃຫ້ສະຖານະຜູ້ສັງເກດການຕໍ່ຕິມໍເລສເຕ ແລະ ອະນຸຍາດໃຫ້ຕິມໍເລສເຕມີສ່ວນຮ່ວມໃນກອງປະຊຸມອາຊຽນທັງໝົດ ເຊິ່ງລວມທັງກອງປະຊຸມເຕັມຄະນະ.

ບັນດາຜູ້ນຳອາຊຽນຍັງຕົກລົງຈະຈັດແຜນງານທີ່ອີງຕາມເກນທີ່ເປັນທຳ ເພື່ອຮັບຮອງສະມາຊິກພາບຢ່າງເຕັມຮູບແບບຂອງຕິມໍເລສເຕ ໂດຍປະເທດສະມາຊິກອາຊຽນທັງໝົດ ແລະ ຫຸ້ນສ່ວນພາຍນອກຈະຕ້ອງສະໜັບສະໜູນຕິມໍເລສເຕຢ່າງເຕັມທີ່ ເພື່ອບັນລຸເປົ້າໝາຍດັ່ງກ່າວຜ່ານການໃຫ້ການຊ່ວຍເຫລືອໃນການສົ່ງເສີມຂີດຄວາມສາມາດ ແລະ ການສະໜັບສະໜູນທີ່ຈຳເປັນ ແລະ ກ່ຽວຂ້ອງອື່ນໆ ເພື່ອໃຫ້ຕິມໍເລສເຕບັນລຸສະມາຊິກພາບຢ່າງເຕັມຮູບແບບໃນອາຊຽນ.

ປະເທດສະມາຊິກອາຊຽນ ເຊິ່ງສ້າງຕັ້ງຂຶ້ນໃນປີ 1967 ປະກອບມີບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ ແລະ ຫວຽດນາມ.