ຝົນຕົກໜັກເປັນປະຫວັດສາດ ເຮັດໃຫ້ນ້ຳຖ້ວມກະທັນຫັນ ທີ່ເມືອງ ເຈດດາ ປະເທດຊາອຸດິອາຣະເບຍ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 24 ພະຈິກ 2022 ນີ້ ເກີດນ້ຳຖ້ວມຮຸນແຮງຢ່າງກະທັນຫັນ, ກະແສນ້ຳແຮງພັດເຂົ້າບໍລິເວນໃຈກາງນະຄອນເຈດດາ ເມືອງສຳຄັນທີ່ຕິດທະເລແດງ ທາງພາກຕາເວັນຕົກຂອງປະເທດ ຊາອຸດິອາຣະເບຍ ຫລັງຈາກມີຝົນຕົກໜັກຕໍ່ເນື່ອງຫລາຍຊົ່ວໂມງ ສົ່ງຜົນໃຫ້ລົດຈຳນວນຫລາຍສິບຄັນຖືກພັດໄປກັບກະແສນ້ຳ.
ໂດຍໂຄສົກກະຊວງປ້ອງກັນພົນລະເຮືອນຂອງນະຄອນເຈດດາ ເປີດເຜີຍວ່າ: ບ້ານເຮືອນຂອງປະຊາຊົນໄດ້ຮັບຄວາມເສຍຫາຍຢ່າງໜັກ ແລະ ມີລາຍງານຕົວເລກຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ພ້ອມກັບເຕືອນປະຊາຊົນໃຫ້ຫລີກລ່ຽງການອອກມານອກໃນຊ່ວງທີ່ເກີດນ້ຳຖ້ວມ.

