Who ປະກາດພະຍາດຫັດ ກຳລັງເປັນໄພຄຸກຄາມລະດັບໂລກ

ສຳນັກຂ່າວນິວຢອກໂພສ ລາຍງານໃຫ້ຮູ້ວ່າ: ວັນທີ 24 ພະຈິກ 2022 ນີ້, ອົງການອະນາໄມໂລກ ຮ່ວມກັບ ສູນຄວບຄຸມ ແລະ ປ້ອງກັນພະຍາດສະຫະລັດ ປະກາດວ່າ ພະຍາດຫັດກຳລັງຈະເປັນໄພຄຸກຄາມຕໍ່ສັງຄົມໂລກ ໂດຍມີສາເຫດມາຈາກການລະບາດຂອງໂຄວິດ-19.
ຕາມການລາຍງານຂອງ Who: ປະເທດອິນເດຍ, ໂຊມາເລຍ ແລະ ເຢເມັນ ເປັນປະເທດທີ່ມີການລະບາດຂອງພະຍາດຫັດຫລາຍທີ່ສຸດໃນປັດຈຸບັນ ໂດຍທ່ານ ດຣ ເທດຣອສ ອັດຣານອມ ເກເບຣເຍຊຸສ ຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກກ່າວວ່າ: ເປັນເລື່ອງທີ່ສຳຄັນໃນການເຮັດໃຫ້ໂຄງການສັກວັກຊີນກັບມາຢູ່ເທີງເສັ້ນທາງທີ່ຖືກຕ້ອງ ເພື່ອຫລີກລ່ຽງການລະບາດຂອງພະຍາດນີ້
ພະຍາດຫັດ ຖືກຈັດເປັນພະຍາດໜຶ່ງທີ່ມີອັດຕາການຕິດຕໍ່ສູງທີ່ສຸດ ແຕ່ການສັກວັກຊີນຕັ້ງແຕ່ຍັງນ້ອຍຖືວ່າເປັນວິທີປ້ອງກັນທີ່ດີ ຫລື ຫລຸດການຕິດຕໍ່ໃນອະນາຄົດ, ໂດຍພະຍາດດັ່ງກ່າວສາມາດຕິດຕໍ່ກັນຜ່ານສານຄັດຫລັ່ງຈາກການໄອ ແລະ ຈາມ ຂອງຜູ້ຕິດເຊື້ອ ໂດຍມີອາການທົ່ວໄປຄື: ເປັນໄຂ້, ໜາວສັ່ນ, ຕາອັກເສບ ແລະ ມີຜືນແດງຂຶ້ນຕາມໃບໜ້າ ກ່ອນທີ່ຈະແພ່ໄປທົ່ວຮ່າງກາຍຫລັງຜ່ານໄປ 3-4 ວັນ

