WHO ກຽມປ່ຽນຊື່ໝາກສຸກລີງເປັນ “MPOX” ຫລັງຫລາຍຝ່າຍຮຽກຮ້ອງແກ້ໄຂຄວາມເຂົ້າໃຈຜິດ

ເວັບໄຊຂ່າວໂພລິຕິໂຄລາຍງານໂດຍອ້າງແຫລ່ງຂ່າວວ່າ: ອົງການອະນາໄມໂລກ (WHO) ກຳລັງວາງແຜນຈະປ່ຽນຊື່ Monkeypox (ພະຍາດໝາກສຸກລີງ) ເປັນ “ເອັມພອກ” (MPOX) ເພື່ອແກ້ໄຂຄວາມເຂົ້າໃຈຜິດທີ່ວ່າ ພະຍາດດັ່ງກ່າວມີສາເຫດມາຈາກລີງເທົ່ານັ້ນ ເນື່ອງຈາກໄວຣັສຊະນິດນີ້ພົບໄດ້ໃນສັດຫລາຍຊະນິດ ແລະ ມັກພົບໃນສັດແຂ້ວແທະເປັນສ່ວນຫລາຍ.
ແຫລ່ງຂ່າວລະບຸວ່າ: WHO ຈະປະກາດການປ່ຽນແປງດັ່ງກ່າວໃນວັນທີ 23 ພະຈິກ ເພື່ອຕອບສະໜອງຕໍ່ແຮງກົດດັນທີ່ເພີ່ມຂຶ້ນຈາກບັນດາເຈົ້າໜ້າທີ່ລະດັບສູງໃນຄະນະບໍລິຫານຂອງປະທານາທິບໍດີ ໂຈ ໄບເດນ ທີ່ອອກມາຮຽກຮ້ອງໃຫ້ WHO ປ່ຽນຊື່ພະຍາດໝາກສຸກລີງ ແລະ ສົ່ງສັນຍານວ່າລັດຖະບານອາເມລິກາອາດຈະກະທຳການພຽງຝ່າຍດຽວ ຖ້າອົງການລະດັບໂລກຄື WHO ບໍ່ໄດ້ດຳເນີນການໃດໆທີ່ພຽງພໍ.
ໂດຍປົກກະຕິແລ້ວ WHO ຈະເຮັດໜ້າທີ່ເປັນຜູ້ປະສານງານລະດັບໂລກໃນບັນຫາສາທາລະນະສຸກ ເຊິ່ງລວມທັງການປະກາດມາດຕະການສຸກເສີນດ້ານສາທາລະນະສຸກສາກົນ ແລະ ໃຫ້ຄຳແນະນຳກ່ຽວກັບຊື່ພະຍາດທີ່ເກີດຂຶ້ນໃນແຕ່ລະປະເທດ, ແຕ່ໃນໄລຍະຫລາຍເດືອນຜ່ານມາ ຄະນະບໍລິຫານຂອງປະທານາທິບໍດີ ໂຈ ໄບເດນ ໄດ້ສະແດງຄວາມກັງວົນກ່ຽວກັບຊື່ຂອງພະຍາດໝາກສຸກລີງ ໂດຍສະເພາະໃນບັນດາຄົນຜິວສີ ແລະ ຄວາມພະຍາຍາມເຄື່ອນໄຫວໃຫ້ມີການປ່ຽນຊື່ພະຍາດໃໝ່ນັ້ນໄດ້ກາຍມາເປັນອຸປະສັກຂັດຂວາງການປຸກລະດົມວັກຊີນປ້ອງກັນພະຍາດໝາກສຸກລີງ.
ເຖິງຢ່າງໃດກໍດີ, WHO ແລະ ທຳນຽບຂາວຍັງບໍ່ໄດ້ອອກມາສະແດງຄວາມເຫັນໃດໆກ່ຽວກັບລາຍງານຂ່າວຂອງໂພລິຕິໂຄ.
ກ່ອນໜ້ານີ້ບັນດາຜູ້ຊ່ຽວຊານ ແລະ ນັກເຄື່ອນໄຫວທີ່ສະໜັບສະໜູນຄວາມຫລາກຫລາຍທາງເພດ (LGBT) ໄດ້ອອກມາຮຽກຮ້ອງໃຫ້ປ່ຽນຊື່ພະຍາດໝາກສຸກລີງເຊັ່ນກັນ ໂດຍພວກເຂົາກ່າວວ່າ: ການເອີ້ນພະຍາດນີ້ວ່າໝາກສຸກລີງນັ້ນຖືເປັນການສ້າງຄວາມຄຸມເຄືອ ແລະ ອາດລ່ວງລ້ຳຈະກາຍເປັນບັນຫາຢຽດເຊື້ອຊາດກ່ຽວກັບອາຟຣິກາ ລວມທັງອາດສົ່ງຜົນກະທົບຕໍ່ການຮັບມືທົ່ວໂລກ.
ທັງນີ້, ນອກຈາກ WHO ໄດ້ປະກາດໃຫ້ການລະບາດຂອງໝາກສຸກລີງທົ່ວໂລກເປັນເຫດສຸກເສີນດ້ານສາທາລະນະສຸກທີ່ໜ້າກັງວົນໃນລະດັບນາໆຊາດແລ້ວ, WHO ຍັງລະບຸຢ່າງຊັດເຈນວ່າ: ຄວາມສ່ຽງຂອງໝາກສຸກລີງໃນປັດຈຸບັນນັ້ນລວມຕົວໃນຜູ້ຊາຍທີ່ມີເພດສຳພັນກັບຜູ້ຊາຍ.
ການລະບາດຂອງພະຍາດໝາກສຸກລີງເຮັດໃຫ້ຊຸມຊົນຊາຍຮັກຊາຍຫລາຍປະເທດເລີ່ມເນັ້ນໜັກ ແລະ ກັງວົນເຖິງການເລືອກປະຕິບັດ ແລະ ຖືກຕີກາທາງສັງຄົມ ໃນກຸ່ມຜູ້ຕິດເຊື້ອໝາກສຸກລີງຢ່າງຫລີກລ່ຽງບໍ່ໄດ້.

