ຕຳຫລວດຈີນຈັບກຸມຍິງອາຍຸ 59 ປີ ທີ່ປ່ຽນແປງໃບໜ້າເພື່ອໜີໜີ້ຈຳນວນ 25 ລ້ານຢວນ

ສຳນັກຂ່າວຣອຍເຕີລາຍງານຈາກນະຄອນຫລວງປັກກິ່ງໃນວັນທີ 30 ກໍລະກົດແລ້ວນີ້ວ່າ: ຄະດີທີ່ສະແດງໃຫ້ເຫັນຈະແຈ້ງເຖິງຄວາມທ້າທາຍທີ່ປະເທດຈີນກຳລັງຜະເຊີນ ໃນຂະນະທີ່ພະຍາຍາມກໍ່ຕັ້ງສັງຄົມສິນເຊື່ອ. ສຳນັກຂ່າວຊິນຮົວລາຍງານວ່າ: ເຈົ້າໜ້າທີ່ຕຳຫລວດທີ່ຈັບກຸມຕ້ອງຕົກໃຈເມື່ອເຫັນໃບໜ້າໃໝ່ທີ່ປ່ຽນໄປຂອງນາງ ຈູ ໝ່າຈ້ວນ ທີ່ຫລົບໜີຄະດີໄປຢູ່ເມືອງເສິນເຈິ້ນ ທາງພາກຕາເວັນອອກສຽງໃຕ້ ພາຍຫລັງສານເມືອງຫວູຮັນ ມົນທົນຫູເປຍ ທາງພາກກາງ ມີຄຳສັ່ງໃຫ້ນາງຊຳລະໜີ້.
ຕຳຫລວດເປີດເຜີຍກັບນັກຂ່າວຊິນຮົວວ່າ: ຮູ້ສຶກແປກໃຈກັບໃບໜ້າໃໝ່, ນາງ ຈູ ເບິ່ງຄືຜູ້ຍິງອາຍຸປະມານ 30 ປີ ບໍ່ຄືໃນຮູບທີ່ຕຳຫລວດໃຊ້ຕິດຕາມຈັບກຸມ ແລະ ພາຍຫລັງຈັບກຸມນາງ ຈູ ເປີດເຜີຍວ່າ: ນາງໃຊ້ບັດປະຊາຊົນຂອງຄົນອື່ນ ສຳລັບການເດີນທາງໄປທົ່ວປະເທດ ໂດຍລົດໄຟ ແລະ ນາງຜ່າຕັດປ່ຽນໃບໜ້າໂດຍໃຊ້ເງິນຢືມຈາກບັດທະນາຄານ ໃນຕົ້ນເດືອນກໍລະກົດ. ຕົວແທນຈາກເມືອງຕ່າງໆກວ່າ 300 ເມືອງທົ່ວຈີນ ອອກຖະແຫລງການໃຫ້ຄຳໝັ້ນ ຈະເຮັດໃຫ້ການກູ້ເງິນເພື່ອການໃຊ້ຈ່າຍຂອງຜູ້ບໍລິໂພກສະດວກງ່າຍຂຶ້ນ.
ສານຍຸຕິທຳແຫ່ງໜຶ່ງໃນມົນທົນຈຽງຊູ ໄດ້ຮວບຮວມລາຍຊື່ບັນຊີດຳກຸ່ມຜູ້ທີ່ສໍ້ໂກງໜີ້ສິນ ແລະ ໃຜກໍຕາມທີ່ໂທລະສັບຫາບຸກຄົນໃນບັນຊີດຳຈະໄດ້ຍິນສຽງຂໍ້ຄວາມທີ່ບັນທຶກໄວ້ວ່າ: ກະລຸນາບອກໃຫ້ບຸກຄົນຜູ້ນີ້ຊຳລະໜີ້ ແລະ ເຈົ້າໜ້າທີ່ເມືອງຫວູຮັນໄດ້ມີການກວາດລ້າງກຸ່ມຜູ້ສໍ້ໂກງໜີ້ເຊັ່ນກັນ ໂດຍໃນເຄິ່ງທຳອິດຂອງປີນີ້ສາມາດຈັບກຸມຜູ້ທີ່ໜີໜີ້ໄດ້ 186 ຄົນແລ້ວ.

