ເມືອງຢາງກຸ້ງຂອງມຽນມາປະສົບບັນຫາຂາດເຂີນເຊື້ອໄຟ

ປະຊາຊົນຢູ່ເມືອງໃຫຍ່ທີ່ສຸດຂອງມຽນມາ ກໍາລັງຜະເຊີນບັນຫາການຂາດເຂີນເຊື້ອໄຟສໍາລັບຍານພາຫະນະ.

ວັນທີ 6 ທັນວາ, ເດິ ໂກລບອລ ນິວ ໄລ ອອຟ ມຽນມາ ເຊິ່ງເປັນສື່ກະບອກສຽງຂອງລັດ ລາຍງານສະຖານະການການຂາດເຂີນເຊື້ອໄຟຢູ່ເມືອງຢາງກຸ້ງ ສົ່ງຜົນເຮັດໃຫ້ປະຊາຊົນຈໍານວນຫລາຍນໍາເອົາພາຫະນະຂອງຕົນເອງມາຕໍ່ແຖວຍາວ ເພື່ອໃສ່ນໍ້າມັນຕາມສະຖານີບໍລິການເກືອບທຸກແຫ່ງຢູ່ເມືອງໃຫຍ່ທີ່ສຸດຂອງປະເທດນັບແຕ່ວັນທີ 5 ທັນວາຜ່ານມາ.

ທັງນີ້, ເດິ ໂກລບອລ ນິວ ໄລ ອອຟ ມຽນມາ ໃຫ້ເຫດຜົນວ່າ: ສາເຫດຂອງເລື່ອງນີ້ກ່ຽວຂ້ອງກັບ “ຄວາມຊັກຊ້າ” ຂອງການລໍາລຽງເຊື້ອໄຟອອກຈາກທ່າເຮືອຕິລະວາ ໃນເຂດເສດຖະກິດພິເສດຕິລະວາ ທີ່ຕັ້ງຢູ່ຫ່າງຈາກເມືອງຢາງກຸ້ງໄປທາງຕອນໃຕ້ປະມານ 16 ກິໂລແມັດ.

ເສດຖະກິດຂອງມຽນມາຜະເຊີນສະພາບຫລຸດຖອຍຢ່າງໜັກ ນັບແຕ່ເກີດການລັດຖະປະຫານ ໃນວັນທີ 1 ກຸມພາ 2021 ຕໍ່ດ້ວຍມາດຕະການຂວໍ້າບາດຂອງຝ່າຍຕາເວັນຕົກ ແລະ ສະຖານະການສູ້ຮົບລະຫວ່າງທະຫານກັບກອງກໍາລັງຊາດພັນ ເຊິ່ງທະວີຄວາມຮຸນແຮງອີກ ນັບແຕ່ທ້າຍເດືອນຕຸລາຜ່ານມາ.

ຂະນະທີ່ທະນາຄານໂລກ (World Bank) ຄາດຄະເນໃນຕົ້ນປີນີ້ວ່າ: ເສດຖະກິດຂອງມຽນມາມີທ່າອ່ຽງເຕີບໃຫຍ່ອີກ 3% ພາຍໃນໄລຍະເວລາ 12 ເດືອນ ຈົນຮອດເດືອນກັນຍາຜ່ານມາ, ແຕ່ຍັງເປັນສະຖິຕິທີ່ຕໍ່າກວ່າປີ 2019 ປະມານ 10%.