WHO ຢືນຢັນ ບໍ່ມີໂຄວິດສາຍພັນໃໝ່ລະບາດໃນຈີນ

ວັນທີ 4 ມັງກອນ, ເຈົ້າໜ້າທີ່ຈາກອົງການອະນາໄມໂລກ (WHO) ເປີດເຜີຍວ່າ: ຈາກການທົບທວນຂໍ້ມູນຈາກທາງການຈີນພົບວ່າ: ປັດຈຸບັນຍັງບໍ່ມີໂຄວິດສາຍພັນໃໝ່ລະບາດໃນຈີນ.

ລາຍງານຈາກ WHO ລະບຸວ່າ: ໂຄວິດສາຍພັນທີ່ແພ່ລະບາດໜັກຢູ່ຈີນໃນປັດຈຸບັນຄືໂອມິຄຣອນ BA.5.2 ແລະ BF.7 ເຮັດໃຫ້ທົ່ວໂລກຫລຸດຜ່ອນຄວາມກັງວົນກ່ຽວກັບບັນຫາທີ່ວ່າອາດມີໂຄວິດສາຍພັນໃໝ່ເກີດຂຶ້ນຢູ່ຈີນ.

ອ້າງອີງ: