ໂຕກຽວກຽມແຈກເງິນ 1 ລ້ານເຢນຕໍ່ລູກ 1 ຄົນ ສຳລັບຄອບຄົວທີ່ຍ້າຍອອກຈາກເມືອງຫລວງ ຫລຸດປະຊາກອນແອອັດ

ນະຄອນຫລວງໂຕກຽວຂອງຍີ່ປຸ່ນກຽມອອກນະໂຍບາຍມອບເງິນໃຫ້ຄອບຄົວທີ່ຕັດສິນໃຈຍ້າຍເຮືອນອອກຈາກເຂດເມືອງຫລວງ ເພື່ອຫລຸດບັນຫາປະຊາກອນແອອັດ ໂດຍຈະມອບເງິນໃຫ້ສູງສຸດ 1 ລ້ານເຢນຕໍ່ລູກ 1 ຄົນ ຈາກລະດັບກ່ອນໜ້ານີ້ 300.000 ເຢນ.
ຍີ່ປຸ່ນຕັດສິນໃຈເພີ່ມຈຳນວນເງິນດັ່ງກ່າວເພື່ອສ້າງແຮງຈູງໃຈໃຫ້ປະຊາຊົນຍ້າຍອອກຈາກເມືອງຫລວງເພີ່ມຂຶ້ນ ເຊິ່ງນະໂຍບາຍໃໝ່ຈະມີຜົນໃນເດືອນເມສານີ້ ໂດຍເພີ່ມຈາກນະໂຍບາຍເກົ່າທີ່ທາງການຈະສະໜັບສະໜູນທາງການເງິນຂັ້ນພື້ນຖານສູງສຸດ 3 ລ້ານເຢນ ໃຫ້ຄອບຄົວທີ່ຍ້າຍຖິ່ນຖານ.
ຜູ້ທີ່ອາໄສຢູ່ໃນ 23 ເຂດຂອງນະຄອນຫລວງໂຕກຽວ ເຊິ່ງບວກກັນເປັນເຂດເມືອງຫລັກ ລວມທັງຜູ້ທີ່ເດີນທາງມາຈາກພື້ນທີ່ອ້ອມຮອບ ໄດ້ແກ່ ແຂວງໄຊຕາມະ, ຊິບະ ແລະ ຄານາງາວະ ມີສິດໄດ້ຮັບເງິນສະໜັບສະໜູນການຍ້າຍຖິ່ນຖານພາຍໃຕ້ໂຄງການນີ້ ແລະ ຕ້ອງຢູ່ອາໄສໃນພື້ນທີ່ໃໝ່ຢ່າງໜ້ອຍ 5 ປີ ບໍ່ສະນັ້ນຈະຕ້ອງຄືນເງິນໃຫ້ລັດ ຍົກຕົວຢ່າງ: ຖ້າຄູ່ຜົວເມຍທີ່ມີລູກອາຍຸຕໍ່າກວ່າ 18 ປີ 2 ຄົນ ຍ້າຍຖິ່ນຖານ ແລະ ເລີ່ມຕົ້ນທຸລະກິດໃໝ່ໃນພື້ນທີ່ທີ່ຢູ່ອາໄສໃໝ່ ພວກເຂົາຈະໄດ້ຮັບເງິນສະໜັບສະໜູນສູງເຖິງ 5 ລ້ານເຢນ.
ເຖິງວ່າປະຊາກອນໃນນະຄອນຫລວງໂຕກຽວຈະຫລຸດລົງເປັນຄັ້ງທຳອິດໃນປີຜ່ານມາ ເນື່ອງຈາກຫລາຍບໍລິສັດອະນຸຍາດໃຫ້ສາມາດເຮັດວຽກທາງໄກໄດ້ຫລັງເກີດໂຄວິດລະບາດ, ແຕ່ລັດຖະບານຍີ່ປຸ່ນຍັງເບິ່ງວ່າມີຄວາມຈຳເປັນຈະຕ້ອງຫລຸດປະຊາກອນໃນເຂດເມືອງຫລວງລົງອີກ ລວມທັງຄວນສະໜັບສະໜູນໃຫ້ປະຊາຊົນໄປເລີ່ມຕົ້ນຊີວິດໃໝ່ໃນເມືອງທີ່ບໍ່ເປັນທີ່ນິຍົມໃນປະເທດ ເຊິ່ງປັດຈຸບັນກຳລັງຜະເຊີນບັນຫາສັງຄົມຜູ້ສູງອາຍຸ ແລະ ມີຈຳນວນປະຊາກອນຫລຸດລົງ ເນື່ອງຈາກໄວໜຸ່ມມັກຕັດສິນໃຈຍ້າຍເຂົ້າມາຢູ່ໃນນະຄອນຫລວງໂຕກຽວ, ໂອຊາກ້າ ຫລື ເມືອງໃຫຍ່ໆແຫ່ງອື່ນໆ.
ທັງນີ້, ລັດຖະບານຍີ່ປຸ່ນຕັ້ງເປົ້າວ່າຈະມີປະຊາຊົນປະມານ 10.000 ຄົນ ຍ້າຍອອກຈາກນະຄອນຫລວງໂຕກຽວພາຍໃນປີ 2027 ໂດຍປັດຈຸບັນໂຕກຽວມີປະຊາກອນໜາແໜ້ນເຖິງ 35 ລ້ານຄົນ.
ອ້າງອີງ:

