ໂຮງໄຟຟ້ານິວເຄຼຍໃຫຍ່ທີ່ສຸດໃນໂລກ ກຽມກັບມາດໍາເນີນງານບາງສ່ວນ

ທາງການຍີ່ປຸ່ນອະນຸຍາດໃຫ້ໂຮງໄຟຟ້ານິວເຄຼຍຢູ່ແຂວງນີງາຕະ ເຊິ່ງມີຂະໜາດໃຫຍ່ທີ່ສຸດໃນໂລກ ກັບມາດໍາເນີນງານບາງຂັ້ນຕອນ ຫລັງສັ່ງຢຸດໄປດົນຫລາຍປີ ດ້ວຍເຫດຜົນດ້ານຄວາມປອດໄພ.
ວັນທີ 27 ທັນວາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສໍານັກງານກວດສອບນິວເຄຼຍ (NRA) ຂອງຍີ່ປຸ່ນ ອອກຖະແຫລງການໃນວັນທີ 27 ທັນວາ ຢຸດການບັງຄັບໃຊ້ຄໍາສັ່ງຢຸດປະຕິບັດງານຕໍ່ໂຮງໄຟຟ້ານິວເຄຼຍ ຄາຊິວາຊາກິ-ຄາຣິວະ ເຊິ່ງເປັນໂຮງໄຟຟ້າພະລັງງານນິວເຄຼຍຂະໜາດໃຫຍ່ທີ່ສຸດຂອງໂລກໃນປັດຈຸບັນ ຕັ້ງຢູ່ແຂວງນີງາຕະ.
ທັງນີ້, ໂຮງໄຟຟ້າຄາຊິວາຊາກິ-ຄາຣິວະ ເຊິ່ງມີກໍາລັງການຜະລິດສູງສຸດ 8.212 ເມກາວັດ ຢຸດການເຮັດວຽກຂອງເຄື່ອງຈັກໃນປີ 2011 ຫລັງເກີດໄພພິບັດນິວເຄຼຍຕໍ່ໂຮງໄຟຟ້າຟຸກຸຊິມະ.
ຂະນະທີ່ NRA ອອກຄໍາສັ່ງໃນປີ 2021 ຢຸດການອະນຸຍາດໃຫ້ບໍລິສັດໄຟຟ້າໂຕກຽວ (ເທບໂກ) ເຊິ່ງເປັນຜູ້ບໍລິຫານໂຮງໄຟຟ້າຄາຊິວາຊາກິ-ຄາຣິວະ ດໍາເນີນງານກ່ຽວຂ້ອງກັບຂະບວນການຜະລິດ ເນື່ອງຈາກກວດສອບພົບຄວາມບົກພ່ອງຫລາຍປະການ ທັງກ່ຽວຂ້ອງກັບການເບິ່ງແຍງຮັກສາວັດຖຸດິບນິວເຄຼຍ ແລະ ການໃຫ້ປ່ອຍພະນັກງານທີ່ບໍ່ມີສ່ວນກ່ຽວຂ້ອງກັບ “ພື້ນທີ່ອ່ອນໄຫວ” ພາຍໃນໂຮງໄຟຟ້າ ສາມາດເຂົ້າໄປໃນນັ້ນໄດ້.
ເຖິງຢ່າງໃດກໍຕາມ, ຖະແຫລງການຂອງ NRA ລະບຸວ່າ: ຄວາມພະຍາຍາມປັບປຸງຂອງເທບໂກໃນໄລຍະເວລາຜ່ານມາ ເກີດຜົນສືບເນື່ອງດີຂຶ້ນເປັນລໍາດັບ ແລະ ການກັບມາອະນຸຍາດອີກຂອງ NRA ທີ່ມີຕໍ່ໂຮງໄຟຟ້າຄາຊິວາຊາກິ-ຄາຣິວະ. ໝາຍຄວາມວ່າ: ຕໍ່ຈາກນີ້ເທບໂກສາມາດເຄື່ອນຍ້າຍຢູເຣນຽມ ຫລື ເຄື່ອນຍ້າຍແທ່ງເຊື້ອໄຟນິວເຄຼຍເຂົ້າສູ່ເຕົາປະຕິກອນ.

