20 ຄໍາເວົ້າກິນໃຈຂອງຊາວຈີນ ທີ່ບໍ່ເຄີຍລ້າສະໄໝ

“ຄໍາເວົ້າກິນໃຈຂອງປະຊາຊົນຈີນ”
- ຊຸນວູ: “ຊົມຄົນດ້ວຍວາຈາ ມີຄ່າຍິ່ງກວ່າມອບໄຂ່ມຸກໃຫ້ເປັນຂອງຂວັນ, ທໍາຮ້າຍຄົນດ້ວຍວາຈາ ສາຫັດຍິ່ງກວ່າການແທງດ້ວຍຫອກດາບ”.
- ຮົ່ວຫລົວເກິງ: “ຄົນອື່ນຊ່ວຍເຮົາ ເຮົາຈະຈື່ໄວ້ຊົ່ວຊີວິດ, ເຮົາຊ່ວຍຄົນອື່ນ ຈົ່ງຢ່າຈໍາໃສ່ໃຈ”.
- ປັນກູ້: “ນໍ້າໃສສະອາດເກີນໄປ ຍ່ອມໄຮ້ສິ່ງມັດສາ, ຄົນທີ່ເຂັ້ມງວດເກີນໄປ ຍ່ອມໄຮ້ສິ່ງບໍລິວານ”.
- ຫລີ່ຕ້າເຈົາ: “ຄວາມບໍ່ພໍໃຈ ຄວາມຫັດກຸມງຸດງິດ ຄວນຈະເປັນສິ່ງທີ່ເຮັດໃຫ້ເຮົາຮືດສູ້ຫຼາຍຍິ່ງຂຶ້ນ ບໍ່ຄວນເປັນສິ່ງທີ່ເຮັດໃຫ້ເຮົາທໍ້ແທ້ ແລະ ຍອມຈໍານົນຕໍ່ອຸປະສັກ”.
- ປາຈິນ: “ໃນຊີວິດຂອງເຮົາ ມິດຕະພາບປຽບເໝືອນໂຄມສ່ອງສະຫວ່າງດວງໜຶ່ງ, ສິ່ງຊາດສ່ອງຈິດວິນຍານຂອງເຮົາໃຫ້ສະຫວ່າງສະໄຫວ ເຮັດໃຫ້ຊີວິດຂອງເຮົາມີແສງສີອັນງົດງາມ”.
- ຫຍາງວ່ານຫລີ່: “ຕົນໂຕເປື້ອນກໍຄິດຊິອາບນໍ້າ ຕີນເປື້ອນກໍຄິດຊິລ້າງຕີນ ແຕ່ໃຈເປື້ອນ ກັບບໍ່ຄິດທີ່ຈະຊໍາລະໃຈ”.
- ຫູຫລິນອີ້: “ສຸພາບເກີນໄປ ເສັ້ນສາຍກໍຄ່ອຍອ່ອນຍານ ຈິດໃຈກໍຄ່ອຍຢ້ານກົວ”.
- ຊຸນຊືໝຽວ: “ເວົ້າໜ້ອຍ ກຸ່ມໜ້ອຍ ຕັນຫາໜ້ອຍ ນອນໜ້ອຍ ຖ້າສື່ຢ່າງນີ້ໜ້ອຍກໍໃກ້ຊິເປັນຊຽວແລ້ວ”.
- ລູ່ຊູ: “ຄົນທີ່ເຊື່ອໝັ້ນຕົນເອງຫຼາຍເກີນໄປ ເປັນຄົນທີ່ໂດດດ່ຽວອ້າງວ້າງທີ່ສຸດ”.
- ຟັງສຽວຫຍູ: “ບໍ່ມີຫຍັງບໍ່ດີເທົ່າກັບຄວາມອວດດີ ຜູ້ທີ່ຄິດວ່າຕົນເອງບໍ່ດີພໍ ຄືຄົນທີ່ດີພໍ ຜູ້ທີ່ຄິດວ່າຕົນເອງດີແລ້ວ ຄືຜູ້ທີ່ດີບໍ່ພໍ”.
- ຈາງຈື້ຊິນ: “ຕ້ອງກ້າທີ່ຈະເບິ່ງຄວາມຈິງ ເຖິງວ່າຄວາມຈິງອາດຈະເຮັດໃຫ້ເຮົາເຈັບປວດສຸດໆ”.
- ຊຸນຢາງ: “ຄວາມອິດສາ ເປັນອຸປະສັກຕໍ່ມິດຕະພາບ, ຄວາມລະແວງສົງໄສ ເປັນສັດຕູທີ່ໂຫດຮ້າຍຂອງຄວາມຮັກ, ຄວາມຮັກ ຖ້າປາສະຈາກຄວາມຊື່ສັດຈິງໃຈຕໍ່ກັນແລ້ວ ກໍບໍ່ອາດເຊື່ອຖືເຊິ່ງກັນ ແລະ ກັນໄດ້”.
- ເຈິງຈິ້ນສຽນເຫວິນ: “ໃຊ້ຈິດໃຈທີ່ມັກຕຳນິຜູ້ອື່ນ ມາຕຳນິຕົນເອງ ໃຊ້ຈິດໃຈທີ່ມັກໃຫ້ອະໄພຕົນເອງ ໃຫ້ອະໄພຜູ້ອື່ນ”.
- ກ່ວນຈັ້ງ: “ຂຶ້ນຄ້ານແລ້ວຍັງຟຸມເຟີຍ ຍ່ອມຍາກຈົນ, ຂະຫຍັນປະຢັດ ຍ່ອມລໍ່າລວຍ”.
- ຂົງເບັ້ງ: “ສູງສົ່ງແຕ່ບໍ່ເຢີ່ຫຍິ່ງ ຊະນະແຕ່ບໍ່ລໍາພອງ ປາດເປື່ອງແຕ່ບໍ່ຮູ້ຈັກລົງເວທີ ເຂັ້ມແຂງແຕ່ມີຄວາມອົດກັ້ນ”.
- ຫລີ່ປຸເຫວ່ຍ: “ກ່ອນທີ່ຈະເອົາຊະນະຄົນອື່ນ ຕ້ອງເອົາຊະນະຕົນເອງໃຫ້ໄດ້ກ່ອນ, ກ່ອນຈະວ່າຄົນອື່ນ ຄວນພິຈາລະນາເບິ່ງຕົນເອງກ່ອນ, ກ່ອນໜ້າທີ່ຈະຮູ້ຈັກຄົນອື່ນ ຄວາມຈະຮູ້ຈັກຕົນເອງກ່ອນ”.
- ເລົ່າຈື້: “ຜູ້ທີ່ຮູ້ຈັກຄົນອື່ນເປັນຄົນສະຫຼາດ ຜູ້ທີ່ຮູ້ຈັກຕົນເອງເປັນຄົນມີສະຕິ”.
- ຂົງຈື່: “ສິ່ງທີ່ຕົນເອງບໍ່ມັກ ຈົ່ງຢ່າເຮັດກັບຄົນອື່ນ”.
- ຊືຫມ່າຊຽນ: “ຄົນທີ່ເຮັດໄດ້ອາດເວົ້າບໍ່ໄດ້ ຄົນທີ່ເວົ້າໄດ້ອາດເຮັດບໍ່ໄດ້”.
- ຊືຫມ່າຊຽນ: “ຄົນເຮົາໜີບໍ່ພົ້ນຄວາມຕາຍ ແຕ່ຄວາມໝາຍການຕາຍນັ້ນ ບໍ່ຄືກັນ ບາງຄວາມຕາຍມີຄ່າໜັກກວ່າພູເຂົາ ບາງຄວາມຕາຍໄຮ້ຄ່າກວ່າຂົນນົກ”

