ອິນເດຍພົບຜູ້ຕິດເຊື້ອໂຄວິດສາຍພັນໃໝ່ JN.1 ຫລາຍກວ່າ 100 ຄົນ

ກະຊວງສາທາລະນະສຸກອິນເດຍລາຍງານໃນວັນທີ 27 ທັນວາວ່າ: ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນອີກ 412 ຄົນໃນໄລຍະ 24 ຊົ່ວໂມງຜ່ານມາ ສົ່ງຜົນເຮັດໃຫ້ຈໍານວນຜູ້ຕິດເຊື້ອໂຄວິດທົ່ວປະເທດທີ່ພົບໃນຫລາຍວັນຜ່ານມາເພີ່ມເປັນ 4.093 ຄົນ ໃນຈໍານວນນີ້ສ່ວນຫລາຍພົບຢູ່ລັດເກຣລະ.
ນອກຈາກນີ້ຍັງພົບຜູ້ເສຍຊີວິດແລ້ວ 3 ຄົນຢູ່ລັດກໍນາກກະ ແລະ ລັດຄຸຊະຣາດ ແລະ ພົບການແພ່ລະບາດຂອງໂຄວິດສາຍພັນຍ່ອຍ JN.1 ໃນຜູ້ຕິດເຊື້ອຈໍານວນ 109 ຄົນ ເຊິ່ງກໍລະນີການຕິດເຊື້ອສ່ວນຫລາຍທີ່ພົບບໍ່ສະແດງເຖິງການແພ່ລະບາດແບບກຸ່ມ. ຂະນະທີ່ຜູ້ຕິດເຊື້ອໂຄວິດສາຍພັນ JN.1 ທີ່ພົບສ່ວນຫລາຍມີອາການບໍ່ຮຸນແຮງ.
ເຖິງຢ່າງໃດກໍຕາມ, ຊຸມຊົນນັກວິທະຍາສາດຢູ່ອິນເດຍກໍາລັງກວດສອບ ແລະ ຕິດຕາມກໍລະນີການລະບາດຂອງເຊື້ອໂຄວິດສາຍພັນໃໝ່ນີ້ຢ່າງໃກ້ຊິດ, ພ້ອມເນັ້ນເຖິງຄວາມຈໍາເປັນທີ່ທາງການຕ້ອງເພີ່ມການກວດເຊື້ອ ແລະ ລະບົບເຝົ້າລະວັງຜູ້ຕິດເຊື້ອໃຫ້ຫລາຍຂຶ້ນ.
ທັງນີ້, ອິນເດຍພົບຜູ້ຕິດເຊື້ອໂຄວິດແລ້ວທັງໝົດ 45 ລ້ານກວ່າຄົນ ແລະ ເສຍຊີວິດ 5,3 ລ້ານກວ່າຄົນ ສູງເປັນອັນດັບຕົ້ນໆຂອງໂລກ ໂດຍມີອັດຕາຜູ້ຕິດເຊື້ອທີ່ຫາຍດີຢູ່ໃນລະດັບສູງກວ່າ 98,80% ແລະ ອັດຕາເສຍຊີວິດ 1,19%. ຕາມຂໍ້ມູນຈາກກະຊວງສາທາລະນະສຸກອິນເດຍ.
ອ້າງອີງ:

