ນັກວິທະຍາສາດຊີ້ ຫົນທາງໃນການສ້າງຄວາມສຸກດ້ວຍເງິນ ຄືການຈ້າງຄົນອື່ນມາເຮັດແທນເຮົາ

“ມີເງິນກໍບໍ່ສາມາດຫາຊື້ຄວາມສຸກໄດ້” ເປັນປະໂຫຍກທີ່ເຮົາອາດເຄີຍໄດ້ຍິນມາແລ້ວນັບລ້ານຄັ້ງ ແຕ່ຈາກຜົນການວິໄຈຫລ້າສຸດ ຕ້ອງບອກວ່າຂໍ້ຄວາມທີ່ເປັນຄໍາຄົມອຳມະຕະນີ້ ບໍ່ຖືກຕ້ອງທັງໝົດ ແລະ ນັກວິທະຍາສາດພິສູດແລ້ວວ່າ ເຮົາສາມາດໃຊ້ເງິນຊື້ຄວາມສຸກໄດ້ ແຕ່ຈະເປັນການຊື້ໃນຮູບແບບໃດ ຕ້ອງລອງອ່ານເບິ່ງ.
ຜົນວິໄຈຫລ້າສຸດເຜີຍແຜ່ຜ່ານສື່ National Academy of Sciences ເນື້ອໃນລະບຸວ່າ: ເຮົາສາມາດໃຊ້ເງິນຊື້ຄວາມສຸກໄດ້ແທ້ ແຕ່ບໍ່ແມ່ນການໃຊ້ເງິນຊື້ຂອງຂວັນລາຄາແພງ ຫຼື ຈ່າຍເງິນຊື້ສິ່ງຂອງໃດໆໃຫ້ກັບຕົນເອງຄືທີ່ເຮົາເຮັດຢູ່ ແຕ່ເຮົາສາມາດສ້າງຄວາມສຸກຈາກການຈ່າຍເງິນໄດ້ຢ່າງແທ້ຈິງ ດ້ວຍການໃຊ້ເງິນຈ້າງຄົນອື່ນມາເຮັດໃນສິ່ງທີ່ປົກກະຕິເຮົາເຮັດດ້ວຍຕົນເອງ.
ຜົນສໍາຫລວດຄວາມຄິດເຫັນຄົນກວ່າ 60.000 ຄົນໃນ 4 ປະເທດ ຜູ້ວິໄຈໄດ້ເຮັດການວິເຄາະຂໍ້ມູນຈໍານວນມະຫາສານ ເພື່ອຄົ້ນຫາວ່າເຮົາຈະສ້າງຄວາມສຸກຈາກການໃຊ້ເງິນໄດ້ແນວໃດ ໂດຍປຽບທຽບເລື່ອງຄວາມສຸກໃນພາບລວມຂອງຊີວິດ ບວກກັບພຶດຕິກໍາການໃຊ້ເງິນ ແລະ ອົງປະກອບຢ່າງອື່ນໆ ພົບວ່າຄົນທີ່ຈ້າງຄົນອື່ນມາເຮັດວຽກ ຫຼື ຈ້າງຄົນອື່ນມາເຮັດກິດຈະກໍາໃດໆແທນໂຕເອງຕະຫຼອດ ມີທ່າອ່ຽງຈະມີຄວາມສຸກໃນຊີວິດຫຼາຍກວ່າ ຄົນທີ່ເຮັດຫຍັງທັງໝົດດ້ວຍຕົນເອງ.
ໂດຍຂໍ້ມູນທີ່ຮວບຮວມມາໄດ້ ມີການສໍາຫລວດລະດັບຄວາມສຸກການຊື້ສິ່ງຂອງໃດໆ ໃຫ້ກັບຕົນເອງ ແລະ ການສໍາຫລວດລະດັບຄວາມສຸກຈາກຄົນທີ່ມັກຈະຈ້າງຄົນອື່ນໄປເຮັດກິດຈະກໍາບາງຢ່າງແທນຕົນເອງ ເຊັ່ນຄົນທີ່ມັກຈ້າງຄົນອື່ນໃຫ້ໄປຊື້ເຄື່ອງ ຫຼື ອອກຕະຫຼາດໃຫ້, ຄົນທີ່ຈ້າງຄົນອື່ນມາແຕ່ງອາຫານ ລວມເຖິງຄົນທີ່ມັກຈ້າງຄົນອື່ນແປງເຮືອນ ຫຼື ຈ້າງຄົນອື່ນມາເຮັດຄວາມສະອາດເຮືອນ.
ແລະ ຜົນວິໄຈທີ່ໜ້າສົນໃຈ ແລະ ເປັນຕົວຊີ້ຄື ການທົດສອບໃນເມືອງ Vancouver ປະເທດການາດາ ດ້ວຍການໃຫ້ເງິນແກ່ກຸ່ມຕົວຢ່າງຈໍານວນ 60 ໂດລາ ເພື່ອນໍາໄປໃຊ້ຈ່າຍໃນໄລຍະໜຶ່ງອາທິດ ໂດຍໃຫ້ພວກເຂົາຕັດສິນໃຈເອງວ່າ ຈະນໍາເງິນຈໍານວນນີ້ໄປຊື້ສິ່ງຂອງ ຫຼື ຈະນໍາເງິິນຈໍານວນນີ້ໄປຈ້າງຄົນອື່ນມາເຮັດວຽກແທນຕົນເອງ ພົບວ່່າກຸ່ມຕົວຢ່າງທີ່ນໍາເງິນໄປຈ້າງຄົນອື່ນມາເຮັດວຽກນັ້ນມີຜົນຕອບຮັບທີ່ເປັນບວກຢ່າງຈະແຈ້ງ ແລະ ມີຄວາມຄຽດໜ້ອຍກວ່າຄົນທີ່ເອົາເງິນໄປຊື້ສິ່ງຂອງອື່ນ.
ການວິໄຈຄັ້ງນີ້ ວິທະຍາສາດໄດ້ຮັບຄໍາຕອບຢ່າງຈະແຈ້ງວ່າ: ການໃຊ້ເງິນເພື່ອສ້າງຄວາມສຸກຢ່າງຖືກຕ້ອງຖືກທາງນັ້ນ ບໍ່ແມ່ນການນໍາເງິນໄປຊື້ເຄື່ອງມາບໍາລຸງຕົນເອງ ແຕ່ເປັນການໃຊ້ເງິນໄປຈ້າງຄົນອື່ນມາເຮັດວຽກບາງຢ່າງແທນ ເພື່ອໃຫ້ເຮົາມີເວລາວ່າງຜ່ອນຄາຍກັບຊີວິດ ແຕ່ຄົນກັບບໍ່ເຄີຍສົນໃຈເຖິງຄວາມຈິງໃນຂໍ້ນີ້ ໂດຍຈາກຜົນການສໍາຫລວດມີພຽງ 2% ເທົ່ານັ້ນ ທີ່ເລືອກໃຊ້ເງິນເພື່ອຈ້າງຄົນອື່ນມາເຮັດວຽກງານອັນໜ້າເບື່ອແທນຕົນເອງ ສ່ວນຄົນທີ່ເຫຼືອ ແນ່ນອນວ່າພວກເຂົາເລືອກທີ່ຈະໃຊ້ເງິນທີ່ຫາມາໄດ້ດ້ວຍເຫື່ອແຮງ ຊື້ສິ່ງຂອງທີ່ຕົນເອງມັກ.

