ມຽນມາ ສົ່ງອອກປະເພດຖົ່ວ ຫລາຍກວ່າ 1,9 ລ້ານໂຕນ ໃນສົກປີ 2022-2023

ມຽນມາ ສົ່ງອອກປະເພດຖົ່ວ ຫລາຍກວ່າ 1,9 ລ້ານໂຕນ ໃນສົກປີ 2022-2023

ສຳນັກຂ່າວຊິນຮວາ,ກະຊວງການຄ້າຂອງມຽນມາ ລາຍງານວ່າ: ໃນສົກປີ 2022-2023 (ເລີ່ມແຕ່ວັນທີ 1 ເມສາປີ 2022-ວັນທີ 31 ມີນາປີ 2023), ປະລິມານ ການສົ່ງອອກປະເພດຖົ່ວ ຂອງປະເທດນີ້ ບັນລຸ ຫລາຍກວ່າ 1,91 ລ້ານໂຕນ. ໃນນັ້ນ ການຂົນສົ່ງ…

3 ເດືອນຕົ້ນປີ 2023 ນີ້ ຜູ້ມີວຽກເຮັດງານທຳໃນຕົວເມືອງຂອງຈີນເພີ່ມຂຶ້ນ 2,97 ລ້ານຄົນ

3 ເດືອນຕົ້ນປີ 2023 ນີ້ ຜູ້ມີວຽກເຮັດງານທຳໃນຕົວເມືອງຂອງຈີນເພີ່ມຂຶ້ນ 2,97 ລ້ານຄົນ

ຂ່າວສານຊີອາໄອລາຍງານ ເມື່ອວັນທີ 24 ເມສາ ຜ່ານມາ, ກະຊວງຊັບພະຍາກອນມະນຸດ ແລະ ປະກັນສັງຄົມຈີນໄດ້ຈັດກອງປະຊຸມຖະແຫລງຂ່າວໄຕມາດທຳອິດຂອງປີ 2023. ໂດຍອີງຕາມໂຕເລກຂໍ້ມູນຈາກກະຊວງຊັບພະຍາກອນມະນຸດ ແລະ ປະກັນສັງຄົມສະແດງໃຫ້ເຫັນວ່າ: ນັບແຕ່ເດືອນມັງກອນຫາເດືອນມີນາປີນີ້, ຜູ້ມີວຽກເຮັດງານທຳໃນຕົວເມືອງທົ່ວປະເທດຈີນເພີ່ມຂຶ້ນ 2,97 ລ້ານຄົນ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ໃນເດືອນມີນາປີນີ້, ອັດຕາວ່າງງານທີ່ໄດ້ສຳຫລວດໃນຕົວເມືອງທົ່ວປະເທດແມ່ນ…

ອິດສະຣາເອວ ເປີດໂຄງການໂຄງລ່າງພື້ນຖານການຂົນສົ່ງສາທາລະນະທີ່ໃຊ້ໄຟຟ້າ

ອິດສະຣາເອວ ເປີດໂຄງການໂຄງລ່າງພື້ນຖານການຂົນສົ່ງສາທາລະນະທີ່ໃຊ້ໄຟຟ້າ

ຂ່າວຕ່າງປະເທດລາຍງານ,ໂດຍອ້າງອີງແຈ້ງການຂອງລັດຖະມົນຕີກະຊວງຄວາມປອດໄພທາງຫຼວງ ແລະ ການຂົນສົ່ງອິດສະຣາເອວ ລາຍງານວ່າ: ອິດສະຣາ ໄດ້ເປີດໂຄງການວ່າດ້ວຍໂຄງລ່າງພື້ນຖານດ້ານການຂົນສົ່ງສາທາລະນະທີ່ໃຊ້ໄຟຟ້າແຫ່ງຊາດໃນທົ່ວປະເທດ ທີ່ມີມູນຄ່າ 273,66 ລ້ານໂດລາ ຊຶ່ງໄດ້ຮັບການເຫັນດີອະນຸມັດຈາກຄະນະກຳມະການໂຄງລ່າງພື້ນຖານແຫ່ງຊາດຂອງອິດສະຣາເອວ, ໃນນັ້ນລວມມີອາຄານລົດເມ, ບ່ອນຈອດລົດ ແລະ ບ່ອນອຳນວຍຄວາມສະດວກໃນການສາກໄຟຟ້າສຳລັບລົດເມຫຼາຍຮ້ອຍຄັນ. ທ່ານລັດຖະມົນຕີກ່າວວ່າ: ການນຳໃຊ້ການຂົນສົ່ງສາທາລະນະທີ່ໃຊ້ໄຟຟ້າມີຄ່າໃຊ້ຈ່າຍໃນການສ້ອມແປງຕ່ຳ, ທັງສາມາດຫຼຸດສຽງເນືອງນັນ ແລະ ມົນລະພິດທາງອາກາດ, ການຕິດຕັ້ງສິ່ງອຳນວຍຄວາມສະດວກໃນການສາກໄຟຟ້າແມ່ນມີເປົ້າໝາຍເພື່ອເຮັດໃຫ້ການຂົນສົ່ງສາທາລະນະມີຄວາມສະອາດ…

ກຳປັ່ນໂດຍສານຂວໍ້າຢູ່ທະເລອິນໂດເນເຊຍ ເຮັດໃຫ້ມີຜູ້ເສຍຊີວິດ 10 ກວ່າຄົນ

ກຳປັ່ນໂດຍສານຂວໍ້າຢູ່ທະເລອິນໂດເນເຊຍ ເຮັດໃຫ້ມີຜູ້ເສຍຊີວິດ 10 ກວ່າຄົນ

ຕາມ​ຂ່າວ​ຈາກ ​ເປ​ກັນ​ບາຣູ, ວັນ​ທີ 28 ​ເມສາ 2023 ​ຜ່ານມາ,​ ເຈົ້າໜ້າ​ທີ່ ທາງ​ການ​ຂອງ ອິນ​ໂດ​ເນ​ເຊຍ ຖະ​ແຫລ​ງ ກ່ຽວ​ກັບ ກຳ​ປັ່ນ​ ໂດຍສານຂວໍ້າ ໃນ​ພື້ນ​ທີ່ ຕາ​ເວັນ​ຕົກ​ ຂອງ​ປະ​ເທດ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ 11…

ອາເຈນຕິນາກຽມຊໍາລະຄ່າສິນຄ້ານໍາເຂົ້າຈາກຈີນ ດ້ວຍເງິນຢວນແທນເງິນໂດລາ

ອາເຈນຕິນາກຽມຊໍາລະຄ່າສິນຄ້ານໍາເຂົ້າຈາກຈີນ ດ້ວຍເງິນຢວນແທນເງິນໂດລາ

ລັດຖະບານອາເຈນຕິນາກຽມເລີ່ມຊໍາລະຄ່າສິນຄ້ານໍາເຂົ້າຈາກປະເທດຈີນດ້ວຍສະກຸນເງິນຢວນແທນສະກຸນເງິນໂດລາຂອງອາເມລິກາ ເພື່ອຫວັງຊ່ວຍປະຢັດເງິນສະກຸນໂດລາໃນສາງເງິນສໍາຮອງລະຫວ່າງປະເທດທີ່ກໍາລັງຫລຸດລົງຢ່າງຕໍ່ເນື່ອງ. ອາເຈນຕິນາພາຍໃຕ້ການນໍາຂອງປະທານາທິບໍດີ ອັລແບຣໂຕ ເຟຣນັນເດຊ ຕັ້ງເປົ້າພາຍໃນເດືອນເມສານີ້ຈະຊໍາລະຄ່າສິນຄ້ານໍາເຂົ້າຈາກຈີນມູນຄ່າປະມານ 1.000 ລ້ານໂດລາ ໃນຮູບແບບຂອງເງິນຢວນ. ທ່ານ ແຊຈິໂອ ມັສຊາ ລັດຖະມົນຕີດ້ານເສດຖະກິດຂອງອາເຈນຕິນາ ລະບຸວ່າ: ການຕັດສິນໃຈປ່ຽນແປງສະກຸນເງິນທີ່ໃຊ້ໃນການຊໍາລະຄ່າສິນຄ້າ ແລະ ບໍລິການທີ່ນໍາເຂົ້າຈາກປະເທດຈີນນັ້ນ ເປັນໄປເພື່ອຫລຸດການໄຫລອອກຂອງເງິນສະກຸນໂດລາພາຍໃນປະເທດ. ໂດຍອາເຈນຕິນາເປັນໜຶ່ງໃນປະເທດທີ່ກໍາລັງຜະເຊີນສະພາບການຮັກສາສະກຸນເງິນໂດລາໃນສາງເງິນສໍາຮອງລະຫວ່າງປະເທດ ທ່າມກາງສະພາບອັດຕາການສົ່ງອອກຜົນຜະລິດທາງກະສິກໍາຕົກຕໍ່າລົງ…

4 ເມືອງໃນມຽນມາພົບກັບ “ວັນອາກາດຮ້ອນທີ່ສຸດ” ໃນຮອບເກືອບ 60 ປີ

4 ເມືອງໃນມຽນມາພົບກັບ “ວັນອາກາດຮ້ອນທີ່ສຸດ” ໃນຮອບເກືອບ 60 ປີ

ສໍານັກງານອຸຕຸນິຍົມວິທະຍາ ແລະ ອຸທົກກະສາດຂອງມຽນມາ ລາຍງານວ່າ: 4 ເມືອງຂອງປະເທດ ຜະເຊີນວັນອາກາດຮ້ອນທີ່ສຸດໃນຮອບເກືອບ 60 ປີ ໃນວັນທີ 25 ເມສາຜ່ານມາ. ວັນທີ 28 ເມສາ, ສໍານັກຂ່າວຊິນຮົວລາຍງານວ່າ: ມີ 3 ເມືອງຢູ່ໃນລັດມອນ ທີ່ຢູ່ທາງຕອນໃຕ້ຂອງມຽນມາ…

WHO ເຕືອນ “ຢາແກ້ໄອຊະນິດນໍ້າ Guaifenesin TG syrup” ທີ່ຜະລິດໃນອິນເດຍ ມີສານປົນເປື້ອນສູງ

WHO ເຕືອນ “ຢາແກ້ໄອຊະນິດນໍ້າ Guaifenesin TG syrup” ທີ່ຜະລິດໃນອິນເດຍ ມີສານປົນເປື້ອນສູງ

ວັນທີ 25 ເມສາ, ອົງການອະນາໄມໂລກ (WHO) ໄດ້ອອກຄໍາແຈ້ງເຕືອນກ່ຽວກັບຢາແກ້ໄອຊະນິດນໍ້າທີ່ຜະລິດໃນອິນເດຍ ໂດຍເນັ້ນວ່າ: ຢາແກ້ໄອດັ່ງກ່າວມີສານໄດເອທິລີນ ໄກຄໍ (diethylene glycol) ແລະ ເອທິລີນ ໄກຄໍ (ethylene glycol) ໃນປະລິມານສູງເກີນເກນມາດຕະຖານ. ອົງການອະນາໄມໂລກ ລາຍງານການກວດພົບຢາແກ້ໄອຊະນິດນໍ້າທີ່ປົນເປື້ອນປະເພດນີ້ຊຸດໜຶ່ງໃນເກາະມາແຊລ ແລະ…

ຊູດັງເດີນໜ້າຂະຫຍາຍໄລຍະເວລາຢຸດຍິງອອກໄປອີກ 72 ຊົ່ວໂມງ ແຕ່ການປະທະກັນຍັງດໍາເນີນຕໍ່ໄປ

ຊູດັງເດີນໜ້າຂະຫຍາຍໄລຍະເວລາຢຸດຍິງອອກໄປອີກ 72 ຊົ່ວໂມງ ແຕ່ການປະທະກັນຍັງດໍາເນີນຕໍ່ໄປ

ກອງທັບຊູດັງ ແລະ ກຸ່ມກອງກໍາລັງ RSF ເຫັນພ້ອມເດີນໜ້າຂະຫຍາຍໄລຍະເວລາຢຸດຍິງອອກໄປອີກ 72 ຊົ່ວໂມງ ຫລັງໄດ້ຮັບການຊ່ວຍເຫລືອຈາກລັດຖະບານຊາອຸດິອາຣະບີ ແລະ ອາເມລິກາ, ແຕ່ຍັງພົບລາຍງານການປະທະກັນລະຫວ່າງຄູ່ຂັດແຍ່ງທັງສອງກຸ່ມຢ່າງຕໍ່ເນື່ອງ ໂດຍສະເພາະໃນນະຄອນຫລວງຄາທູມ ຂອງຊູດັງ ເພື່ອຍາດແຍ່ງອໍານາດນໍາໃນການບໍລິຫານປະເທດ ຫລັງໂຄ່ນລົ້ມອໍານາດຜູ້ນໍາຂອງຊູດັງລົງໄດ້ໃນປີ 2019 ຜ່ານມາ. ເບື້ອງຕົ້ນຊູດັງໃຕ້ອາສາເປັນຄົນກາງໄກ່ເກ່ຍເພື່ອຫາຂໍ້ຢຸດຕິໃຫ້ແກ່ຄວາມຂັດແຍ່ງໃນຄັ້ງນີ້ ໂດຍກອງທັບຊູດັງຕົກລົງຈະສົ່ງຜູ້ແທນກອງທັບໄປຮ່ວມເຈລະຈາຫາລື ຫລັງຈາກຄວາມຂັດແຍ່ງເກີດຂຶ້ນມາເກືອບ…

UNSC ລົງມະຕິປະນາມຕາລີບັນ ສາເຫດຫ້າມຜູ້ຍິງອັບການິດສະຖານເຮັດວຽກໃຫ້ UN

UNSC ລົງມະຕິປະນາມຕາລີບັນ ສາເຫດຫ້າມຜູ້ຍິງອັບການິດສະຖານເຮັດວຽກໃຫ້ UN

ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (United Nations Security Council: UNSC) ມີມະຕິເປັນເອກະພາບ ປະນາມລັດຖະບານຕາລີບັນທີ່ສັ່ງຫ້າມຜູ້ຍິງຊາວອັບການິດສະຖານເຮັດວຽກໃຫ້ອົງການສະຫະປະຊາຊາດໃນອັບການິດສະຖານ, ພ້ອມຮຽກຮ້ອງໃຫ້ຜູ້ນໍາຕາລີບັນຍົກເລີກການປາບປາມສິດທິຂອງແມ່ຍິງ ແລະ ເດັກຍິງໂດຍໄວ. ໂດຍຮ່າງມະຕິດັ່ງກ່າວ ເຊິ່ງຂຽນໂດຍສະຫະລັດອາຣັບເອມິເຣດ ແລະ ຍີ່ປຸ່ນ ອະທິບາຍຄໍາສັ່ງຫ້າມດັ່ງກ່າວຂອງຕາລີບັນວ່າ: ເປັນສິ່ງທີ່ບໍ່ເຄີຍເກີດຂຶ້ນມາກ່ອນໃນປະຫວັດສາດຂອງ UN. ພ້ອມຊີ້ເຖິງບົດບາດຂອງຜູ້ຍິງໃນສັງຄົມອັບການິດສະຖານ ແລະ…

ກຳປູເຈຍ ສົ່ງອອກເຂົ້າສານ 176.581 ໂຕນ ເພີ່ມຂຶ້ນ 3,5% ເມື່ອທຽບໃສ່ ປີຜ່ານມາ

ກຳປູເຈຍ ສົ່ງອອກເຂົ້າສານ 176.581 ໂຕນ ເພີ່ມຂຶ້ນ 3,5% ເມື່ອທຽບໃສ່ ປີຜ່ານມາ

ສຳນັກຂ່າວຊິນຮວາລາຍງານ: ວັນທີ 27 ເມສາ 2023, ສະຫະພັນເຂົ້າແຫ່ງກຳປູເຈຍເປີດເຜີຍວ່າ: ໃນໄຕມາດທຳອິດ ປະລິມານ ການສົ່ງອອກເຂົ້າສານຂອງກຳປູເຈຍ ລວມມີ 176.581 ໂຕນ, ເພີ່ມຂຶ້ນ 3,5% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ. ໂດຍກຳປູເຈຍ ສ້າງລາຍໄດ້ຈາກການສົ່ງອອກເຂົ້າສານ ຈຳນວນ…