ການຄ້າລະຫວ່າງຈີນກັບ ກຸ່ມປະເທດອາຊຽນຍັງເຕີບໃຫຍ່

ທ່ານ ສຽນ ເຄີໝິງ ຜູ້ຊ່ວຍລັດຖະມົນຕີການຄ້າຈີນ ຖະແຫລງຢູ່ນະຄອນຫລວງປັກກິ່ງ ໃນວັນທີ 10 ກໍລະກົດນີ້ວ່າ: ການຄ້າລະຫວ່າງຈີນກັບກຸ່ມປະເທດອາຊຽນຍັງເຕີບໃຫຍ່ຢ່າງຕໍ່ເນື່ອງ, ເຖິງວ່າຈະເກີດການຫລຸດຖອຍທາງເສດຖະກິດໂລກໃນປີຜ່ານມາ. ການຄ້າລະຫວ່າງຈີນກັບອາຊຽນຍັງມີມູນຄ່າສູງເຖິງ 452,2 ພັນລ້ານໂດລາສະຫະລັດ ແລະ ຈີນຍັງເປັນຄູ່ຄ້າໃຫຍ່ທີ່ສຸດຂອງອາຊຽນ, ສ່ວນອາຊຽນນັ້ນກໍເປັນຄູ່ຄ້າໃຫຍ່ເປັນອັນດັບ 3 ຂອງຈີນ ແລະ ເປັນຕະຫລາດສົ່ງສິນຄ້າອອກຂອງຈີນໃຫຍ່ເປັນອັນດັບ 4 ແລະ ອາຊຽນຍັງເປັນແຫລ່ງສິນຄ້ານຳເຂົ້າໃຫຍ່ເປັນອັນດັບ 2 ຂອງຈີນນຳອີກ, ສ່ວນການຂະຫຍາຍຕົວທາງການຄ້າລະຫວ່າງຈີນກັບອາຊຽນນັ້ນ ຂະຫຍາຍຕົວຢູ່ໃນລະດັບ 16,2%, ສິນຄ້າສົ່ງອອກຂອງຈີນສູ່ອາຊຽນມີມູນຄ່າ 108,86 ພັນລ້ານໂດລາສະຫະລັດ ແລະ ສິນຄ້ານຳເຂົ້າຈາກອາຊຽນມີມູນຄ່າ 86,8 ພັນລ້ານໂດລາສະຫະລັດ.

