ພາກຕາເວັນຕົກອາເມລິກາ-ການາດາ ຜະເຊີນບັນຫາໄຟໄໝ້ປ່າຮຸນແຮງ
ລັດກາລິຟໍເນຍຂອງອາເມລິກາ ແລະ ລັດບຣິຕິໂກລຳເບຍຂອງການາດາ ກຳລັງຜະເຊີນກັບໄຟໄໝ້ປ່າຄັ້ງຮຸນແຮງທີ່ສຸດໃນຮອບຫລາຍປີ ສົ່ງຜົນໃຫ້ຕ້ອງມີການອົບພະຍົບປະຊາຊົນແລ້ວຫລາຍພັນຄົນ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນລອດແອນເຈລິສ ປະເທດສະຫະລັດອາເມລິກາ ໃນວັນທີ 9 ກໍລະກົດນີ້ວ່າ: ສຳນັກງານຮັກສາປ່າໄມ້ແຫ່ງລັດກາລິຟໍເນຍລາຍງານໃນວັນທີ 9 ກໍລະກົດວ່າ: ໄດ້ມີການອົບພະຍົບປະຊາຊົນຫລາຍກວ່າ 4.000 ຄົນ ແລະ ສັ່ງກຽມການອົບພະຍົບອີກປະມານ 7.400 ຄົນ ຢູ່ເຂດເຊີຍຣາ ເນວາດາ ເຊິ່ງເປັນພາກພື້ນທີ່ລັກສະນະພູມີປະເທດສ່ວນຫລາຍເປັນພູ ລະຫວ່າງລັດກາລິຟໍເນຍກັບລັດເນວາດາ ເນື່ອງຈາກສະຖານະການໄຟໄໝ້ປ່າໃນບໍລິເວນດັ່ງກ່າວມີຄວາມຮຸນແຮງ ໂດຍຄວບຄຸມລັດສະໝີຫລາຍກວ່າ 20 ຕາກິໂລແມັດ ສ້າງຄວາມເສຍຫາຍໃຫ້ແກ່ສິ່ງປຸກສ້າງຢ່າງໜ້ອຍ 10 ແຫ່ງ.
ຂະນະທີ່ທ່ານ ແຈຣີ ບຣາວ ເຈົ້າຄອງລັດກາລິຟໍເນຍ ປະກາດສະຖານະການສຸກເສີນຈາກໄຟໄໝ້ປ່າ ທີ່ມີຄວາມຮຸນແຮງທີ່ສຸດນັບແຕ່ທາງການລັດກາລິຟໍເນຍປະກາດການສິ້ນສຸດວິກິດໄພແລ້ງທີ່ເກີດຂຶ້ນເຖິງ 5 ປີ ໃນເດືອນເມສາຜ່ານມາ ໂດຍນອກຈາກສະຖານະການຢູ່ເຂດເຊຍຣາ ເນວາດາ ໃນເວລາດຽວກັນຍັງເກີດໄຟໄໝ້ປ່າອີກ 2 ຈຸດໃນເຂດຊານຕາ ບາບາຣາ ແລະ ອີກຈຸດໜຶ່ງບໍລິເວນເຂດຊານ ຫລຸຍ ໂອບິສໂປ ທີ່ຢູ່ທາງຕອນໃຕ້ຂອງລັດ ສົ່ງຜົນໃຫ້ປະຊາຊົນຫລາຍກວ່າ 3.500 ຄົນຕ້ອງອົບພະຍົບອອກຈາກພື້ນ ໂດຍໄຟໄໝ້ປ່າໃນບໍລິເວນນີ້ສ້າງຄວາມເສຍຫາຍໃຫ້ແກ່ສິ່ງປຸກສ້າງຢ່າງໜ້ອຍ 20 ແຫ່ງ ແລະ ມີທ່າອ່ຽງລຸກລາມຂະຫຍາຍວົງກວ້າງອອກໄປອີກ.
ທັງນີ້, ສະຖານະການໄຟໄໝ້ປ່າຢູ່ລັດກາລິຟໍເນຍ ທີ່ຄາດວ່າເປັນຜົນມາຈາກສະພາບອາກາດຮ້ອນ ແລະ ແຫ້ງແລ້ງ ຍັງເກີດຂຶ້ນໃນເວລາດຽວກັບທາງການລັດບຣິຕິໂກລຳເບຍ ທາງຕາເວັນຕົກຂອງການາດາ ຜະເຊີນກັບໄຟໄໝ້ປ່າຢ່າງໜ້ອຍ 220 ແຫ່ງ ແລະ ສົ່ງຜົນໃຫ້ທາງການລັດບຣິຕິໂກລຳເບຍຕ້ອງປະກາດສະພາບສຸກເສີນຈາກໄຟໄໝ້ປ່າເທື່ອທຳອິດໃນຮອບ 14 ປີ ເພື່ອອົບພະຍົບປະຊາຊົນໃນພື້ນທີ່ສ່ຽງຫລາຍກວ່າ 7.000 ຄົນ ແລະ ລະດົມກຳລັງເຈົ້າໜ້າທີ່ຫລາຍກວ່າ 1.600 ຄົນໃນການເລັ່ງຄວບຄຸມສະຖານະການ.

