ໜ້າຕົກໃຈ ! ຄລິບຕຶກ 5 ຊັ້ນຖະຫລົ່ມ ຫລັງຝົນຕົກນ້ຳຖ້ວມໜັກຢູ່ຕິເບດ
ໜ້າຕົກໃຈ ! ນາທີຕຶກ 5 ຊັ້ນຢູ່ຕິເບດຖະຫລົ່ມ ຫລັງຝົນຕົກນ້ຳຖ້ວມໜັກມາແຕ່ເດືອນມິຖຸນາ.

ເວັບໄຊຂ່າວຈີນຊິນາ ລາຍງານຈາກເຂດປົກຄອງຕົນເອງຕິເບດ ປະເທດຈີນ ໃນວັນທີ 10 ກໍລະກົດນີ້ວ່າ: ເຂດຈຽງຕຳ ທາງຕາເວັນອອກຂອງເຂດປົກຄອງຕົນເອງຕິເບດໃນປະເທດຈີນຜະເຊີນສະພາບຝົນຕົກນ້ຳຖ້ວມໜັກຈົນນ້ຳໃນແມ່ນ້ຳລົ້ນຕາຝັ່ງ ເຮັດໃຫ້ຕຶກ 5 ຊັ້ນທີ່ຕັ້ງຢູ່ບໍລິເວນດັ່ງກ່າວຖະຫລົ່ມລົງມາ ພ້ອມກັບລົດບັນທຸກທີ່ຢູ່ບໍລິເວນໃກ້ຄຽງໄດ້ຖືກພັດລົງໄປໃນແມ່ນ້ຳ ພາຍ ຫລັງກະແສນ້ຳໄຫລແຮງ ເຮັດໃຫ້ດິນແຄມຝັ່ງເຈື່ອນ. ທັງນີ້ ຕຶກທີ່ຖະຫລົ່ມ ແລະ ລົດບັນທຸກທີ່ຕົກລົງໄປໃນແມ່ນ້ຳໃນຄລິບບໍ່ມີຜູ້ໃດຢູ່ ເນື່ອງຈາກລັດຖະບານທ້ອງຖິ່ນໄດ້ສັ່ງອົບພະຍົບປະຊາຊົນອອກຈາກໄປແລ້ວ ຫລັງຝົນຕົກໜັກ ແລະ ມີນ້ຳຖ້ວມມາແຕ່ເດືອນມິຖຸນາ ສ້າງຄວາມເສຍຫາຍໃຫ້ແກ່ເສົາໄຟຟ້າ ແລະ ຖະໜົນຫລາຍໃນພື້ນທີ່ດັ່ງກ່າວ.

