ນະຄອນຫລວງວຽງຈັນສືບຕໍ່ຮ້ອນເອົ້າ ສ່ວນຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ຈະມີຝົນປົກຄຸມ 45% ຂອງພື້ນທີ່
ພະຍາກອນອາກາດປະຈໍາວັນທີ 3 ພຶດສະພາ 2023 ວ່າ: ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ. ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າຂື້ນຕື່ມອີກຢູ່ໃນແຕ່ລະພາກ, ພ້ອມມີຫມອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນ ແລະ ຍັງຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ພາກເໜືອດ້ານຕາເວັນອອກ: (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ…









