ຖວທ ແຂວງເຊກອງເຜີຍແຜ່ເອກະສານການຕິດຕາມ ກວດກາການປະຕິບັດນິຕິກຳລຸ່ມກົດໝາຍ

ເມື່ອທ້າຍອາທິດຜ່ານມານີ້, ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງເຊກອງ, ໄດ້ຈັດເຜີຍແຜ່ ເອກະສານຕິດຕາມ, ກວດກາ ແລະ ການຈັດຕັ້ງປະຕິບັດນິຕິ ກຳລຸ່ມກົດໝາຍ, ໂດຍການເປັນ ປະທານຂອງທ່ານ ບຸນທົງ ຖິ່ນ ດອນໂຂງ ຮອງຫົວໜ້າພະແນກ ຖວທ ແຂວງ, ໃນພິທີ ໄດ້ມີການ ຜ່ານຂໍ້ຕົກລົງຂອງ ເຈົ້າແຂວງ ເຊ ກອງວ່າດ້ວຍແຕ່ງຕັ້ງຄະນະຕິດ ຕາມ, ກວດກາ ແລະ ຊຸກຍູ້ການ ປະຕິບັດມະຕິ, ດໍາລັດ, ຄໍາສັ່ງ, ຂໍ້ ຕົກລົງຂອງລັດຖະບານ, ພ້ອມ ທັງແນະນຳວິທີຈັດຕັ້ງປະຕິບັດ ນິຕິກຳລຸ່ມກົດໝາຍໃນຂົງເຂດ ວຽກງານ ຖວທ ເພື່ອເຮັດໃຫ້ພະ ນັກງານ-ລັດຖະກອນ ເຊື່ອມຊຶມ ຢ່າງເລິກເຊິ່ງ ແລະ ນຳໄປຈັດ ຕັ້ງຜັນຂະຫຍາຍໃຫ້ສອດຄ່ອງ ກັບ ວຽກງານຕົວ ຈິງຢ່າງມີປະສິດທິຜົນສູງ, ພ້ອມນັ້ນກໍເປັນ ການຕີລາຄາຄືນການຈັດຕັ້ງປະ ຕິບັດບັນດາມະຕິ, ຄໍາສັ່ງ, ຂໍ້ຕົກ ລົງຂອງລັດຖະບານເພື່ອຊອກ ໃຫ້ເຫັນດ້ານດີ, ດ້ານອ່ອນເພື່ອ ປັບປຸງແກ້ໄຂໃຫ້ມີຄວາມຖືກ ຕ້ອງ- ສອດຄ່ອງກັບສະພາບ ຕົວຈິງຂອງການພັດທະນາໃນ ແຕ່ລະໄລຍະ.

 

 

 

+ ຖວທ ເຂັ້ມງວດຕໍ່ຫົວໜ່ວຍທຸລະກິດເຄື່ອນໄຫວຜິດລະບຽບກົດໝາຍ

+ ກະຊວງ ຖວທ ຫວນຄືນມູນເຊື້ອຊາວໜຸ່ມ ປະຊາຊົນປະຕິວັດລາວຄົບຮອບ 62 ປີ

+ ກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ດໍາເນີນບັ້ນປັບປຸງປົວແປງພັກໄລຍະທີ 2