ຂ່າວສະເທືອນຂວັນໃນໄທ ! ຄາຕະກອນຕໍ່ເນື່ອງ ວາງຢາລູກຫວຍ ແລະ ລູກໜີ້ ເສຍຊີວິດແລ້ວ 13 ຄົນ

ຂ່າວສະເທືອນຂວັນໃນໄທ ! ຄາຕະກອນຕໍ່ເນື່ອງ ວາງຢາລູກຫວຍ ແລະ ລູກໜີ້ ເສຍຊີວິດແລ້ວ 13 ຄົນ

ເຫດການ ນາງສາວຄາຕະກອນຕໍ່ເນື່ອງ 10 ກວ່າສົບ ທີ່ກາຍເປັນກະຂ່າວໂດ່ງດັງໃນສັງຄົມໄທຢູ່ຕອນນີ້ ເຫດການດັ່ງກ່າວເລີ່ມເກີດຕັ້ງແຕ່ວັນທີ 14 ເມສາ 2023 ຜ່ານມາ, ພະນັກງານສອບສວນສະຖານີ ບ້ານໂປ່ງ ຈັງຫວັດຣາດຊະບູລີ ໄດ້ຮັບແຈ້ງເຫດຜູ້ເສຍຊີວິດ ຊື່ນາງ ສິລິພອນ ຂັນວົງ ຫລື ກ້ອຍ ອາຍຸ…

ສານອີຣານສັ່ງໃຫ້ລັດຖະບານອາເມລິກາ, ທ່ານ ໂອບາມາ ແລະ ທ່ານ ຈ໋ອດ ດັບເບິລຢູ ບຸສ ຈ່າຍເງິນທົດແທນ 313 ລ້ານໂດລາ ຍ້ອນກຸ່ມກໍ່ການຮ້າຍໂຈມຕີໃນປີ 2017

ສານອີຣານສັ່ງໃຫ້ລັດຖະບານອາເມລິກາ, ທ່ານ ໂອບາມາ ແລະ ທ່ານ ຈ໋ອດ ດັບເບິລຢູ ບຸສ ຈ່າຍເງິນທົດແທນ 313 ລ້ານໂດລາ ຍ້ອນກຸ່ມກໍ່ການຮ້າຍໂຈມຕີໃນປີ 2017

ສານອີຣານມີຄໍາສັ່ງໃຫ້ລັດຖະບານອາເມລິກາ ລວມທັງອະດີດປະທານາທິບໍດີ ບາຣັກ ໂອບາມາ, ອະດີດປະທານາທິບໍດີ ຈ໋ອດ ດັບເບິລຢູ ບຸສ ລວມທັງເຈົ້າໜ້າທີ່ລະດັບສູງຂອງທາງການອາເມລິກາ ຕ້ອງຈ່າຍເງິນທົດແທນກໍລະນີຖືກກຸ່ມກໍ່ການຮ້າຍ ISIS ໂຈມຕີໃນປີ 2017 ຫລັງໄດ້ຮັບຄໍາຮ້ອງຈາກຄອບຄົວຜູ້ເສຍຊີວິດຈາກເຫດການໃນຄັ້ງນັ້ນ ໃນວັນທີ 26 ເມສາຜ່ານມາ. ໂດຍໃຫ້ເຫດຜົນວ່າ: ອາເມລິກາເປັນຕົ້ນເຫດຂອງການໂຈມຕີດັ່ງກ່າວ ລວມທັງເບິ່ງວ່າໜ່ວຍງານໃນສັງກັດຂອງອາເມລິກາມີສ່ວນກ່ຽວຂ້ອງ…

ສາທາລະນະສຸກຍີ່ປຸ່ນ ອະນຸຍາດໃຫ້ແມ່ຍິງນຳໃຊ້ຢາຂັບໄລ່ເລືອດເພື່ອຢຸດຕິການຖືພາ ໄດ້ເປັນຄັ້ງທຳອິດ

ສາທາລະນະສຸກຍີ່ປຸ່ນ ອະນຸຍາດໃຫ້ແມ່ຍິງນຳໃຊ້ຢາຂັບໄລ່ເລືອດເພື່ອຢຸດຕິການຖືພາ ໄດ້ເປັນຄັ້ງທຳອິດ

ສຳນັກຂ່າວ The STANDARD ລາຍງານໃນວັນທີ 24 ເມສາ 2023 ຜ່ານມາ: ໂຄສົກກະຊວງສາທາລະນະສຸກ ແຮງງານ ແລະ ສະຫວັດດີການຂອງປະເທດຍີ່ປຸ່ນ ປະກາດວ່າຄະນະກົມການຢາ ຂອງກະຊວງ ມີຄຳສັ່ງການອະນຸມັດໃຫ້ແມ່ຍິງສາມາດນໍາໃຊ້ຢາ Mefeego Pack, ເຊິ່ງເປັນຢາຂັບໄລ່ເລືອດ ເພື່ອຢຸດຕິການຖືພາ ທີ່ຜະລິດໂດຍບໍລິສັດຢາຈາກອັງກິດ…

ທ່ານ ໄບເດນ ແລະ ທ່ານ ຢຸນຊອກຢໍ ບັນລຸຂໍ້ຕົກລົງໃໝ່ ສ.ເກົາຫລີ ຈະບໍ່ຕິດຕັ້ງ ແລະ ພັດທະນາອາວຸດນິວເຄຼຍ

ທ່ານ ໄບເດນ ແລະ ທ່ານ ຢຸນຊອກຢໍ ບັນລຸຂໍ້ຕົກລົງໃໝ່ ສ.ເກົາຫລີ ຈະບໍ່ຕິດຕັ້ງ ແລະ ພັດທະນາອາວຸດນິວເຄຼຍ

ວັນທີ 26 ເມສາ, ທ່ານ ໂຈ ໄບເດນ ປະທານາທິບໍດີອາເມລິກາ ແລະ ທ່ານ ຢຸນຊອກຢໍ ປະທານາທິບໍດີ ສ.ເກົາຫລີ ບັນລຸຂໍ້ຕົກລົງໃໝ່ຮ່ວມກັນວ່າ: ສ.ເກົາຫລີ ຈະບໍ່ຕິດຕັ້ງ ແລະ ພັດທະນາອາວຸດນິວເຄຼຍ ແລກກັບແຜນຮັບມືຕໍ່ສະຖານະການຕ່າງໆທີ່ອາເມລິການໍາສະເໜີໄວ້ ເພື່ອຮັບມືການໂຈມຕີ ແລະ…

ທ່ານ ສີຈິ້ນຜິງ ຫາລືກັບທ່ານ ເຊເລນສກີ ເປັນຄັ້ງທໍາອິດ ນັບແຕ່ສົງຄາມຣັດເຊຍ-ອູແກຣນເລີ່ມຂຶ້ນ

ທ່ານ ສີຈິ້ນຜິງ ຫາລືກັບທ່ານ ເຊເລນສກີ ເປັນຄັ້ງທໍາອິດ ນັບແຕ່ສົງຄາມຣັດເຊຍ-ອູແກຣນເລີ່ມຂຶ້ນ

ປະທານປະເທດ ສີຈິ້ນຜິງ ຂອງຈີນ ຫາລືກັບປະທານາທິບໍດີ ໂວໂລດິເມຍ ເຊເລນສກີ ຂອງອູແກຣນ ເປັນຄັ້ງທໍາອິດ ນັບແຕ່ສົງຄາມຣັດເຊຍ-ອູແກຣນເລີ່ມຂຶ້ນໃນເດືອນກຸມພາ 2022 ຜ່ານມາ ໂດຍທາງການຈີນຕ້ອງການສົ່ງທູດຜູ້ແທນໄປນະຄອນຫລວງກຽບ ຂອງອູແກຣນ ແລະ ອາສາເປັນຄົນກາງໃນການເຈລະຈາເພື່ອຢຸດຄວາມຂັດແຍ່ງໃນຄັ້ງນີ້. ຜູ້ນໍາຈີນ ແລະ ຜູ້ນໍາອູແກຣນໄດ້ຫາລືກັນຜ່ານທາງໂທລະສັບໃນວັນທີ 26 ເມສາຜ່ານມາ…

ກຸ່ມຕາລີບັນ ກ່າວວ່າ: ເຫດລະເບີດໃຫຍ່ສະໜາມບິນນະຄອນຫລວງກາບູນ ປີ 2021 ຂ້າຊີວິດຜູ້ນໍາລະດັບສູງຂອງກຸ່ມ IS

ກຸ່ມຕາລີບັນ ກ່າວວ່າ: ເຫດລະເບີດໃຫຍ່ສະໜາມບິນນະຄອນຫລວງກາບູນ ປີ 2021 ຂ້າຊີວິດຜູ້ນໍາລະດັບສູງຂອງກຸ່ມ IS

ກຸ່ມຕາລີບັນເປີດເຜີຍວ່າ: ເຫດລະເບີດຄັ້ງໃຫຍ່ທີ່ເກີດຂຶ້ນຢູ່ສະໜາມບິນຮາມິດ ກາໄຊ ໃນນະຄອນຫລວງກາບູນ ຂອງອັບການິດສະຖານ ປີ 2021 ຂະນະທີ່ກອງທັບອາເມລິກາກໍາລັງເຄື່ອນຍ້າຍຖອຍທັບກັບປະເທດນັ້ນ ຂ້າຊີວິດປະຊາຊົນ 180 ກວ່າຄົນ ໜຶ່ງໃນນັ້ນຄືຜູ້ນໍາລະດັບສູງຂອງກຸ່ມລັດອິສລາມ ຫລື ກຸ່ມ IS. ທາງການອາເມລິກາໄດ້ຮັບລາຍງານເຖິງກໍລະນີດັ່ງກ່າວໃນອາທິດຜ່ານມາ, ເບື້ອງຕົ້ນຍັງບໍ່ມີການເປີດເຜີຍລາຍລະອຽດທີ່ແນ່ນອນວ່າຜູ້ນໍາລະດັບອາວຸໂສຄົນດັ່ງກ່າວເປັນໃຜ ໂດຍທາງການອາເມລິກາຈະຍັງເດີນໜ້າຮວບຮວມຂໍ້ມູນ ແລະ ພິສູດຂໍ້ມູນວ່າສິ່ງທີ່ກຸ່ມຕາລີບັນເປີດເຜີຍນັ້ນເປັນຄວາມຈິງ…

ມູນຄ່າການຄ້າ ດ້ານກະສິກຳ ໃນຟີລິບປິນ ເພີ່ມຂຶ້ນ 19%

ມູນຄ່າການຄ້າ ດ້ານກະສິກຳ ໃນຟີລິບປິນ ເພີ່ມຂຶ້ນ 19%

ສຳນັກຂ່າວຊິນຮວາລາຍງານ: ວັນທີ 25 ເມສ າ2023 ຜ່ານມາ, ອົງການສະຖິຕິ ຟີລິບປິນ ລາຍງານວ່າ: ປີ 2022, ມູນຄ່າການຄ້າທາງດ້ານກະສິກຳຂອງປະເທດບັນລຸ 2,68 ໝື່ນລ້ານ ໂດລາສະະລັດ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ປີຕໍ່ປີ. ໃນນັ້ນການສົ່ງອອກສິນຄ້າ 7,5…

ລະດັບນ້ຳທະເລທົ່ວໂລກ ຈະເພີ່ມຂຶ້ນຫລາຍກວ່າ 2 ເທົ່າ

ລະດັບນ້ຳທະເລທົ່ວໂລກ ຈະເພີ່ມຂຶ້ນຫລາຍກວ່າ 2 ເທົ່າ

ສຳນັກຂ່າວຣອຍ​ເຕີລາຍງານ: ອົງການ ອຸຕຸນິຍົມໂລກ (WMO)​ ເປີດ​ເຜີຍ​ວ່າ: ລະດັບ​ນ້ຳ​ທະ​ເລ​ ທົ່ວ​ໂລກ ພວມ​ເພີ່ມ​ຂຶ້ນ​ ຫລາຍ​ກວ່າ​ 2 ​ເທົ່າ​ ເມື່ອ​ທຽບ​ໃສ່​ ການ​ວັດ​ແທກ​ໃນ​ປີ 1993-2002, ​ແລະ​ ໄດ້​ສ້າງ​ ສະຖິຕິ​ໃໝ່ ​ໃນ​ປີ​ກາຍ. ພ້ອມເຕືອນວ່າທ່າອ່ຽງ ດັ່ງກ່າວ…

ສິງກະໂປສັ່ງປະຫານຊີວິດນັກໂທດ ຂໍ້ຫາລັກລອບຄ້າຂາຍກັນຊາ

ສິງກະໂປສັ່ງປະຫານຊີວິດນັກໂທດ ຂໍ້ຫາລັກລອບຄ້າຂາຍກັນຊາ

ທາງການສິງກະໂປສັ່ງປະຫານຊີວິດຜູ້ຊາຍຄົນໜຶ່ງໃນວັນທີ 26 ເມສານີ້ ຈາກຄວາມຜິດຂໍ້ຫາພະຍາຍາມລັກລອບຄ້າຂາຍກັນຊານໍ້າໜັກຫລາຍກວ່າ 1 ກິໂລ ສົ່ງຜົນໃຫ້ກຸ່ມນັກສິດທິມະນຸດ ແລະ ນັກເຄື່ອນໄຫວອອກມາປະນາມຄໍາຕັດສິນດັ່ງກ່າວ ທ່າມກາງໄລຍະເວລາທີ່ປະເທດອື່ນໆໄດ້ພະຍາຍາມຫາແນວທາງໃນການຫລຸດຜ່ອນໂທດປະຫານ. ເຖິງວ່າປັດຈຸບັນຫລາຍປະເທດທົ່ວໂລກຈະເປີດໃຫ້ສາມາດນໍາໃຊ້ກັນຊາໄດ້ຢ່າງຖືກຕ້ອງຕາມກົດໝາຍ, ແຕ່ສິງກະໂປຍັງມີຄໍາສັ່ງຫ້າມນໍາໃຊ້ກັນຊາ ແລະ ມີກົດໝາຍປາບປາມຢາເສບຕິດທີ່ເຂັ້ມງວດ ໂດຍລັດຖະບານສິງກະໂປຢືນຢັນຈະໃຊ້ໂທດປະຫານເພື່ອປາບຜູ້ຄ້າຂາຍຢາເສບຕິດ ແລະ ຮັກສາຄວາມປອດໄພໃຫ້ປະຊາຊົນພາຍໃນປະເທດ. ທັງນີ້, ສິງກະໂປເປັນໜຶ່ງໃນປະເທດທີ່ມີມາດຕະການປາບປາມຢາເສບຕິດເຂັ້ມງວດຫລາຍທີ່ສຸດໃນໂລກ ໂດຍໃນປີຜ່ານມາໄດ້ສັ່ງປະຫານຊີວິດນັກໂທດທັງໝົດ…

WHO ກັງວົນຊູດັງສ່ຽງພົບອັນຕະລາຍທາງຊີວະພາບ ຫລັງກອງກໍາລັງຝ່າຍໜຶ່ງເຂົ້າຢຶດຫ້ອງທົດລອງ

WHO ກັງວົນຊູດັງສ່ຽງພົບອັນຕະລາຍທາງຊີວະພາບ ຫລັງກອງກໍາລັງຝ່າຍໜຶ່ງເຂົ້າຢຶດຫ້ອງທົດລອງ

ເຈົ້າໜ້າທີ່ຂອງອົງການສະຫະປະຊາຊາດ (UN) ເປີດເຜີຍວ່າ: ກອງກໍາລັງທະຫານຝ່າຍໜຶ່ງຂອງຊູດັງໄດ້ເຂົ້າຄວບຄຸມຫ້ອງທົດລອງສາທາລະນະສຸກແຫ່ງຊາດໃນນະຄອນຫລວງຄາທູມ ເຊິ່ງເປັນສະຖານທີ່ໃຊ້ກັກເກັບສານຊີວະພາບ ແລະ ເຊື້ອພະຍາດຕ່າງໆ ຖືເປັນການເຄື່ອນໄຫວທີ່ອັນຕະລາຍສໍາລັບປະຊາຊົນ. ດຣ. ນິມາ ຊາອີດ ອາບິດ (Nima Saeed Abid) ຜູ້ແທນອົງການອະນາໄມໂລກ (WHO) ໃນຊູດັງ ອອກມາສະແດງຄວາມກັງວົນວ່າ: “ໜຶ່ງໃນຝ່າຍກອງກໍາລັງທີ່ກໍາລັງຕໍ່ສູ້ກັນ”…