ຫລອດດູດເຈ້ຍນຳມາໃຊ້ແທນຫລອດດູດປລາສຕິກ ແທ້ຈິງແລ້ວມີສານເຄມີທີ່ເປັນພິດສົ່ງຜົນເສຍຕໍ່ສິ່ງແວດລ້ອມບໍ່ຕ່າງກັນ.

ຂ່າວຕ່າງປະເທດລາຍງານ ວັນທີ 24 ສິງຫາ 2023 ຜ່ານມາ, ນັກວິທະຍາສາດແບນຊິກ ໄດ້ເປີດເຜີຍບົດລາຍງານການວິໄຈສະບັບຫລ້າສຸດລະບຸວ່າ: ຫລອດດູດທີ່ເປັນເຈ້ຍທີ່ນຳມາໃຊ້ແທນຫລອດດູດ ປລາສຕິກ ເພາະເຊື່ອກັນວ່າເປັນມິດຕໍ່ສິ່ງແວດລ້ອມ ແທ້ຈິງແລ້ວມີສານເຄມີທີ່ເປັນພິດ ຊຶ່ງສົ່ງຜົນເສຍຕໍ່ສິ່ງແວດລ້ອມບໍ່ຕ່າງກັນ.
ຜົນການວິໄຈທີ່ເຮັດການທົດລອງກັບຫລອດດູດ 39 ຊະນິດ ພົບວ່າ ຫລອດດູດທີ່ເປັນເຈ້ຍທີ່ນຳມາໃຊ້ແທນຫລອດດູດ ປລາສຕິກ ເພາະເຊື່ອກັນວ່າເປັນມິດກັບສິ່ງແວດລ້ອມແທ້ຈິງແລ້ວມີສານເຄມີທີ່ເປັນພິດທີ່ຊື່ວ່າ ສານເຄມີຕະຫລອດການ (PFAS) ຊຶ່ງສົ່ງຜົນເສຍຕໍ່ສິ່ງແວດລ້ອມບໍ່ຕ່າງກັນ ໂດຍຖືວ່າບົດລາຍງານການວິໄຈຄັ້ງນີ້ເປັນການວິໄຈທີ່ກ່ຽວກັບສານເຄມີໃນຫລອດເກືອບທຸກປະເພດເປັນຄັ້ງທຳອິດໃນເອີຣົບ ຊຶ່ງລວມທັງຫລອດດູດທີ່ເປັນເຈ້ຍ, ຫລອດດູດທີ່ເຮັດຈາກໄມ້ໄຜ່, ຫລອດແກ້ວ, ຫລອດດູດສະແຕນເລສ ແລະ ຫລອດດູດປລາສຕິກ ໂດຍພົບວ່າຫລອດດູດສ່ວນຫລາຍ ຫລື ປະມານ 69% ມີສານ PFAS ລວມເຖິງຫລອດດູດທີ່ເຮັດມາຈາກເຈ້ຍ ແລະ ໄມ້ໄຜ່ດ້ວຍເຊັ່ນດຽວກັນ. ໂດຍສານ PFAS ຄືກຸ່ມສານເຄມີທີ່ສາມາດພົບໄດ້ຕາມວັດຖຸຕ່າງໆ ຕັ້ງແຕ່ເຄື່ອງແຕ່ງຕົວ, ເຄື່ອງຄົວໄປຈົນເຖິງວັດສະດຸກໍ່ສ້າງ ໂດຍສານເຫລົ່ານີ້ຈະເປັນອັນຕະລາຍທັງກັບຄົນ, ສັດ ແລະ ສິ່ງແວດລ້ອມ ເນື່ອງຈາກຈະໃຊ້ເວລາການຍ່ອຍສະຫຼາຍຍາວນານນັບຫລາຍພັນປີ ເຮັດໃຫ້ບາງຄົນເອີ້ນສານເຄມີຊະນິດນີ້ວ່າ: ສານເຄມີຕະຫລອດການ.
ນອກຈາກນີ້, ນັກວິທະຍາສາດຍັງພົບວ່າ: ສານໂຕນີ້ເຊື່ອມໂຍງກັບບັນຫາສຸຂະພາບຂອງປະຊາຊົນ ເພາະຈະຢູ່ໃນຮ່າງກາຍມະນຸດໄດ້ດົນຫຼາຍປີ ທັງເຮັດໃຫ້ການຕອບສະໜອງຕໍ່ວັກຊີນຫຼຸດລົງ, ນ້ຳໜັກເດັກເກີດໃໝ່ຕ່ຳກວ່າເກນ, ເຮັດໃຫ້ເກີດພະຍາດໄທຣອຍ, ເພີ່ມລະດັບຄໍເຣສເຕີຣໍ, ທຳລາຍຕັບ ກໍ່ໃຫ້ເກີດມະເຮັງໄຂ່ຫລັງ ແລະ ມະເຮັງອັນທະ ດ້ວຍ ສົ່ງຜົນໃຫ້ທົ່ວໂລກມີການຫ້າມນຳໃຊ້ສິນຄ້າທີ່ມີສານ PFAS ມາຕັ້ງແຕ່ປີ 2020.

