ສະຖານະການໄຟໄໝ້ປ່າຢູ່ປ໋ອກຕຸຍການຍັງວິກິດ

ເຈົ້າໜ້າທີ່ມອດໄຟຂອງປ໋ອກຕຸຍການຫລາຍກວ່າ 2.000 ຄົນຍັງພະຍາຍາມມອດໄຟໄໝ້ປ່າທີ່ຍັງເຫລືອຢູ່ອີກ 35 ຈຸດທົ່ວປະ ເທດ ແລະ ຂ້າຊີວິດປະຊາຊົນໄປແລ້ວຫລາຍກວ່າ 60 ຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງລິສບອນ ປະເທດປ໋ອກຕຸຍການ ໃນວັນທີ 20 ມິຖຸນານີ້ວ່າ: ທ່ານ ອັນໂຕ ນິໂອ ຄອສຕາ ນາຍົກລັດຖະມົນຕີປ໋ອກຕຸຍການ ລົງພື້ນທີ່ຢູ່ເມືອງໄລຣາ ແລະ ກັສເຕໂລ ບຣານໂກ ທາງຕອນກາງຂອງປະເທດ ຫ່າງຈາກນະຄອນຫລວງລິສບອນປະມານ 200 ກິໂລແມັດ ໃນວັນທີ 18 ມິຖຸນາ ເພື່ອສຳຫລວດຄວາມເສຍຫາຍ ແລະ ສັງເກດ ການເຮັດວຽກຂອງເຈົ້າໜ້າທີ່ມອດໄຟ, ຢ້ຽມຢາມ ແລະ ໃຫ້ກຳລັງໃຈປະຊາຊົນທີ່ໄດ້ຮັບຄວາມເດືອດຮ້ອນຈາກໄຟໄໝ້ປ່າໃນ ເທື່ອນີ້ ເຊິ່ງມີຄວາມຮຸນແຮງທີ່ສຸດໃນປະຫວັດສາດຂອງປະເທດ.

ຂະນະທີ່ຈຳນວນຜູ້ເສຍຊີວິດຈາກໄຟໄໝ້ປ່າທີ່ເກີດຂຶ້ນໃນວັນທີ 17 ມິຖຸນາ ເພີ່ມເປັນຢ່າງໜ້ອຍ 63 ຄົນ ແລະ ມີຜູ້ໄດ້ຮັບບາດ ເຈັບອີກຢ່າງໜ້ອຍ 135 ຄົນ ໂດຍເຈົ້າໜ້າທີ່ພົບຜູ້ເສຍຊີວິດໃນບໍລິເວນນີ້ສູງເຖິງ 47 ຄົນ, ຕິດພາຍໃນລົດຢູ່ເສັ້ນທາງຫລວງ ໝາຍເລກ 236 ທີ່ຕອນນີ້ໄດ້ຮັບການຂະໜານນາມໃຫ້ເປັນ “ຖະໜົນສາຍນາຮົກ” ເນື່ອງຈາກພື້ນທີ່ສອງຝາກທາງເປັນປ່າທີ່ຖື ເປັນເຊື້ອໄຟຢ່າງດີ. ເຖິງຢ່າງໃດກໍຕາມ, ມີຂ່າວດີເມື່ອເຈົ້າໜ້າທີ່ພົບຜູ້ລອດຊີວິດຢ່າງໜ້ອຍ 12 ຄົນ ໜຶ່ງໃນນັ້ນເປັນຜູ້ເຖົ້າອາຍຸ 95 ປີ ພາກັນໄປລີ້ຊ້ອນຢູ່ພາຍໃນຖັງເກັບນ້ຳຂອງບ້ານ.

 

 

ສ່ວນແອັສປາຍ, ຝຣັ່ງ, ອີຕາລີ ແລະ ເກຣັກ ຮ່ວມກັນສົ່ງມອບການຊ່ວຍເຫລືອໃນການມອດໄຟໄໝ້ປ່າໃຫ້ແກ່ປ໋ອກຕຸຍການ ທັງການສົ່ງເຮືອບິນມອດໄຟ ແລະ ເຈົ້າໜ້າທີ່ມອດໄຟຮ່ວມປະຕິບັດການ. ປັດຈຸບັນມີລາຍງານພື້ນທີ່ເກີດໄຟໄໝ້ປ່າຍັງເຫລືອອີກ 35 ຈຸດ ຈາກທີ່ເກີດຂຶ້ນຫລາຍກວ່າ 60 ຈຸດທົ່ວປະເທດ ໃນທ້າຍອາທິດຜ່ານມາ ແລະ ເຈົ້າໜ້າທີ່ກຳລັງປະຕິບັດການຢູ່ໃນພື້ນທີ່ມີ ຈຳນວນຫລາຍກວ່າ 2.000 ຄົນ ພ້ອມລົດສີດນ້ຳອີກປະມານ 700 ຄັນ.