ເຮືອບິນໂດຍສານເບຣຊິນຕົກກາງຊຸມຊົນ ມີຜູ້ເສຍຊີວິດ 62 ຄົນ

ເຮືອບິນໂດຍສານເບຣຊິນຕົກກາງຊຸມຊົນ ມີຜູ້ເສຍຊີວິດ 62 ຄົນ

     ເຮືອບິນໂດຍຂະໜາດນ້ອຍຂອງສາຍການບິນຢູ່ເບຣຊິນ ຕົກກາງຊຸມຊົນ ເມືອງວິນເຮໂດ ລັດເຊົາເປົາໂລ ຜູ້ໂດຍສານ ແລະ ຈຸບິນ 62 ຄົນ ເສຍຊີວິດທັງໝົດ, ແຕ່ບໍ່ມີຄົນຢູ່ພື້ນດິນໄດ້ຮັບບາດເຈັບ ຫລື ເສຍຊີວິດ.      ເພຈ World Forum ຂ່າວສານຕ່າງປະເທດ ລາຍງານວ່າ:…

ອິດສະລາແອນເຫັນພ້ອມກັບມາຮ່ວມເຈລະຈາຫາທາງຢຸດຍິງຢູ່ກາຊາ

ອິດສະລາແອນເຫັນພ້ອມກັບມາຮ່ວມເຈລະຈາຫາທາງຢຸດຍິງຢູ່ກາຊາ

     ລັດຖະບານອິດສະລາແອນຢືນຢັນ ກຽມກັບເຂົ້າຮ່ວມການເຈລະຈາເລື່ອງເຂດກາຊາກັບກຸ່ມຮາມັດຜ່ານຄົນກາງ ຄືກາຕາ, ອີຢິບ ແລະ ອາເມລິກາ ໃນອາທິດໜ້າ.      ວັນທີ 9 ສິງຫາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທໍານຽບນາຍົກລັດຖະມົນຕີອິດສະລາແອນອອກຖະແຫລງການຢືນຢັນການກຽມກັບເຂົ້າຮ່ວມການເຈລະຈາກັບກຸ່ມຮາມັດຜ່ານປະເທດຜູ້ໄກ່ເກ່ຍ ຄືກາຕາ, ອີຢິບ ແລະ ອາເມລິກາ ໃນວັນທີ 15…

ດ່ວນ! ຍີ່ປຸ່ນເຕືອນໄພສຶນາມິ ເນື່ອງຈາກເກີດແຜ່ນດິນໄຫວ 6,9 ຣິກເຕີ ໃກ້ກັບເກາະຄິວຊູ

ດ່ວນ! ຍີ່ປຸ່ນເຕືອນໄພສຶນາມິ ເນື່ອງຈາກເກີດແຜ່ນດິນໄຫວ 6,9 ຣິກເຕີ ໃກ້ກັບເກາະຄິວຊູ

ສຳນັກງານຂ່າວ NHK ຂອງຍີ່ປຸ່ນ ລາຍງານວ່າ: ເວລາ 16:43 ໂມງ ຕາມເວລາທ້ອງຖິ່ນ ຫລື ເວລາປະມານ 14:42 ໂມງ ຂອງ ສປປ ລາວ ວັນທີ 8 ສິງຫາ 2024 ນີ້,…

ກົດໝາຍກ່ຽວກັບຊີ້ນໝາເລີ່ມມີຜົນບັງຄັບໃຊ້ຢູ່ ສ.ເກົາຫລີ

ກົດໝາຍກ່ຽວກັບຊີ້ນໝາເລີ່ມມີຜົນບັງຄັບໃຊ້ຢູ່ ສ.ເກົາຫລີ

     ສ.ເກົາຫລີ ເລີ່ມບັງຄັບໃຊ້ກົດໝາຍກ່ຽວກັບການຫ້າມຂ້າໝາເພື່ອການບໍລິໂພກທາງການຄ້າແລ້ວ.      ວັນທີ 8 ສິງຫາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກົດໝາຍຫ້າມການເຮັດຟາມໝາເພື່ອການຂ້າ ແລະ ການຈັດຈໍາໜ່າຍຊີ້ນໝາເພື່ອບໍລິໂພກ ມີຜົນບັງຄັບໃຊ້ຢ່າງເປັນທາງການຢູ່ ສ.ເກົາຫລີ ໃນວັນທີ 7 ສິງຫາຜ່ານມາ.      ຂະນະທີ່ລາຍງານໂດຍກະຊວງກະສິກໍາ, ອາຫານ ແລະ…

ຍີ່ປຸ່ນຜະເຊີນອາກາດຮ້ອນອົບເອົ້າ ເຮັດໃຫ້ມີຜູ້ເສຍຊີວິດຢູ່ໂຕກຽວເກີນ 120 ຄົນ

ຍີ່ປຸ່ນຜະເຊີນອາກາດຮ້ອນອົບເອົ້າ ເຮັດໃຫ້ມີຜູ້ເສຍຊີວິດຢູ່ໂຕກຽວເກີນ 120 ຄົນ

     ຍີ່ປຸ່ນລາຍງານວ່າ: ໃນເດືອນກໍລະກົດຜ່ານມາ, ມີຜູ້ເສຍຊີວິດຈາກອາກາດຮ້ອນຫລາຍກວ່າ 120 ຄົນ ຢູ່ເຂດມະຫານະຄອນໂຕກຽວ. ຂະນະທີ່ອຸນຫະພູມສູງຂຶ້ນເປັນປະຫວັດສາດ.       ວັນທີ 8 ສິງຫາ, ສໍານັກງານນິຕິເວດແຫ່ງນະຄອນຫລວງໂຕກຽວລາຍງານວ່າ: ມີຜູ້ເສຍຊີວິດແລ້ວ 123 ຄົນ ຈາກຄວາມຮຸນແຮງຂອງຄື້ນຄວາມຮ້ອນ ສ່ວນຫລາຍເປັນຜູ້ສູງອາຍຸ ໂດຍ 121…

ສານ ຫວຽດນາມ ຕັດສິນຈຳຄຸກ ທ່ານ ຈິງວັນ ກວຽດ ປະທານ FLC 21 ປີ ຂໍ້ຫາສໍ້ໂກງຜູ້ຖືຮຸ້ນ

ສານ ຫວຽດນາມ ຕັດສິນຈຳຄຸກ ທ່ານ ຈິງວັນ ກວຽດ ປະທານ FLC 21 ປີ ຂໍ້ຫາສໍ້ໂກງຜູ້ຖືຮຸ້ນ

ວັນທີ 7 ສິງຫາ 2024, ໜັງສືພິມ ຟາບລັວດ (ກົດໝາຍ) ຂອງຫວຽດນາມ ລາຍງານວ່າ: ຫວຽດນາມໄດ້ດຳເນີນຄະດີຕັດສິນຈຳຄຸກ ທ່ານ ຈິງວັນ ກວຽດ 21 ປີ, ປະທານ ເຈົ້າຂອງສາຍການບິນ ແບບປະຫຍັດ ແລະ ທຸລະກິດອະສັງຫາລິມາຊັບຂະໜາດໃຫຍ່…

ພົບແມວນ້ອຍ 4 ຫູ ເກີດຈາກການກາຍພັນຫາຍາກ

ພົບແມວນ້ອຍ 4 ຫູ ເກີດຈາກການກາຍພັນຫາຍາກ

     ພົບລູກແມວຖືກຖິ້ມຢູ່ເທກຊັສທີ່ມີຄວາມພິເສດບ່ອນໃບຫູຂອງມັນທີ່ມີຢູ່ເຖິງ 4 ເບື້ອງ ເຊິ່ງເກີດຈາກຄວາມຜິດປົກກະຕິທາງພັນທຸກໍາ.      ທ້າຍເດືອນກໍລະກົດຜ່ານມາ, ມີຄົນພົບລູກແມວນ້ອຍຈໍານວນໜຶ່ງຖືກຖິ້ມໄວ້ໃນແກັດທີ່ໃຊ້ສະກັອດຕິດໄວ້ ໂດຍບໍ່ມີການເຈາະຮູເພື່ອໃຫ້ອາກາດຜ່ານເຂົ້າໄປໄດ້ ຢູ່ບ່ອນຈອດລົດແຫ່ງໜຶ່ງຂອງເມືອງແນດວິວ ລັດແທນເນສຊີ.      ຕໍ່ມາຄົນໃຈບຸນທີ່ຊ່ວຍເປີດແກັດປ່ອຍລູກແມວອອກມາ ໄດ້ພາພວກມັນໄປສັ່ງໃຫ້ລູກເບິ່ງແຍງສັດບໍ່ມີເຈົ້າຂອງ “ທຣູ ເຣສຄິວ” ເມືອງເມົາຈູລຽດ ລັດດຽວກັນ.      ປາກົດວ່າ:…

ບັນຍາກາດທາງການເມືອງຢູ່ບັງກະລາເທດ ຈະເກີດຫຍັງຂຶ້ນເມື່ອນາຍົກລັດຖະມົນຕີລາອອກ-ໜີອອກນອກປະເທດ

ບັນຍາກາດທາງການເມືອງຢູ່ບັງກະລາເທດ ຈະເກີດຫຍັງຂຶ້ນເມື່ອນາຍົກລັດຖະມົນຕີລາອອກ-ໜີອອກນອກປະເທດ

     ທ່ານ ນາງ ຊີກ ຮາສິນາ ນາຍົກລັດຖະມົນຕີບັງກະລາເທດ ອາຍຸ 76 ປີ ປະກາດລາອອກຈາກຕໍາແໜ່ງ ພາຍຫລັງບໍ່ສາມາດຕ້ານທານກະແສປະທ້ວງຂອງປະຊາຊົນທີ່ນໍາໄປສູ່ເຫດຈະລາຈົນຄັ້ງໃຫຍ່ຂອງປະເທດ ສິ້ນສຸດການຄອງອໍານາດກວ່າ 2 ທົດສະວັດຂອງຜູ້ນໍາຍິງຄົນນີ້ ໂດຍມີລາຍງານວ່ານາງໄດ້ເດີນທາງອອກຈາກປະເທດໄປອິນເດຍແລ້ວໃນວັນທີ 5 ສິງຫາ. ຂະນະທີ່ສື່ອິນເດຍ Times Now…

ກຸ່ມຮາມັດແຕ່ງຕັ້ງທ່ານ ຢາຢາ ຊິນວາ ເປັນຜູ້ນໍາສູງສຸດຝ່າຍການເມືອງຄົນໃໝ່

ກຸ່ມຮາມັດແຕ່ງຕັ້ງທ່ານ ຢາຢາ ຊິນວາ ເປັນຜູ້ນໍາສູງສຸດຝ່າຍການເມືອງຄົນໃໝ່

     ທ່ານ ຢາຢາ ຊິນວາ ຫົວໜຸ່ມກຸ່ມຮາມັດຢູ່ເຂດກາຊາ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງຜູ້ນໍາສູງສຸດຝ່າຍການເມືອງຄົນໃໝ່ຂອງກຸ່ມຮາມັດ.      ວັນທີ 7 ສິງຫາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກຸ່ມຮາມັດອອກຖະແຫລງການແຕ່ງຕັ້ງທ່ານ ຢາຢາ ຊິນວາ ຜູ້ນໍາກຸ່ມຮາມັດຢູ່ເຂດກາຊາ ໃຫ້ດໍາລົງຕໍາແໜ່ງຜູ້ນໍາສູງສຸດຝ່າຍການເມືອງຄົນໃໝ່ ແທນທ່ານ ອິສມາອິລ ຮານິເຢ ເຊິ່ງເສຍຊີວິດຈາກການຖືກລອບສັງຫານ…

ນະຄອນຫລວງຮ່າໂນ້ຍພົບຜູ້ເສຍຊີວິດຈາກພະຍາດໄຂ້ຫູດັບຄົນທໍາອິດຂອງປີນີ້

ນະຄອນຫລວງຮ່າໂນ້ຍພົບຜູ້ເສຍຊີວິດຈາກພະຍາດໄຂ້ຫູດັບຄົນທໍາອິດຂອງປີນີ້

     ເມືອງຫລວງຂອງຫວຽດນາມ ຢືນຢັນການພົບຜູ້ເສຍຊີວິດຈາກພະຍາດຕິດເຊື້ອສເຕັບໂຕຄໍຄັສ ຊູອິສ (streptococcus suis) ຫລື ພະຍາດໄຂ້ຫູດັບ ເຊິ່ງເປັນແບັກທີເຣຍທີ່ມີຕົ້ນຕໍມາຈາກໝູ ເປັນຄັ້ງທໍາອິດໃນປີນີ້.      ວັນທີ 7 ສິງຫາ, ສໍານັກຂ່າວຊິນຮົວລາຍງານວ່າ: ຜູ້ເສຍຊີວິດຄົນດັ່ງກ່າວເປັນຜູ້ຍິງອາຍຸ 86 ປີ ອາໄສຢູ່ເຂດກ໊ວກອອຍຂອງນະຄອນຫລວງຮ່າໂນ້ຍ ເຊິ່ງມີການສົ່ງຕົວໄປໂຮງໝໍທະຫານ…