ພາກເໜືອຂອງຫວຽດນາມຜະເຊີນນໍ້າຖ້ວມໜັກ ມີຜູ້ເສຍຊີວິດແລ້ວ 10 ກວ່າຄົນ

ພາກເໜືອຂອງຫວຽດນາມຜະເຊີນນໍ້າຖ້ວມໜັກ ມີຜູ້ເສຍຊີວິດແລ້ວ 10 ກວ່າຄົນ

ວັນທີ 2 ສິງຫາ 2024, ສື່ທ້ອງຖິ່ນຂອງຫວຽດນາມລາຍງານວ່າ: ພາກເໜືອຂອງປະເທດ ລວມທັງພື້ນທີ່ບາງສ່ວນຂອງນະຄອນຫລວງຮ່າໂນ້ຍ ຖືກນໍ້າຖ້ວມຢ່າງໜັກ ເນື່ອງມາຈາກອິດທິພົນຂອງພາຍຸເຂດຮ້ອນພະພິຣຸນ, ທາງດ້າານກົມອຸຕຸນິຍົມວິທະຍາແຫ່ງຊາດຂອງຫວຽດນາມລາຍງານວ່າ: ສະຖານະການຈະເລີ່ມດີຂຶ້ນນັບແຕ່ທ້າຍອາທິດນີ້ເປັນຕົ້ນໄປ. ເທດສະບານນະຄອນຫລວງຮ່າໂນ້ຍໄດ້ອົບພະຍົບປະຊາຊົນຫລາຍພັນຄົນຢູ່ບາງເຂດ ເນື່ອງຈາກຝົນຕົກໜັກພາຍໃນໄລຍະເວລາອັນສັ້ນ ແຕ່ສົ່ງຜົນເຮັດໃຫ້ເກີດນໍ້າຖ້ວມກະທັນຫັນ ແລະ ມີດິນເຈື່ອນໃນບາງພື້ນທີ່ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລ້ວ 3 ຄົນ. ຂະນະທີ່ຕົ້ນອາທິດຜ່ານມາ…

ທະນາຄານກາງ ສະຫະລັດ ປະກາດຮັກສາດອກເບ້ຍໄວ້ຕາມເດີມ ແຕ່ຈະເລີ່ມຫລຸດເດືອນກັນຍາ 2024

ທະນາຄານກາງ ສະຫະລັດ ປະກາດຮັກສາດອກເບ້ຍໄວ້ຕາມເດີມ ແຕ່ຈະເລີ່ມຫລຸດເດືອນກັນຍາ 2024

ວັນທີ 1 ສິງຫາ 2024 ນີ້, ສຳນັກຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງ ສະຫະລັດອາເມລິກາ (FED) ປະກາດວ່າຍັງຮັກສາອັດຕາດອກເບ້ຍໄວ້ທີ່ອັດຕາ 5.25 – 5.50% ແຕ່ສົ່ງສັນຍານວ່າຈະຫລຸດອັດຕາດອກເບ້ຍລົງໃນເດືອນກັນຍາໜ້ານີ້, ການຕັດສິນໃຈດັ່ງກ່າວ ເປັນໄປຕາມທີ່ຕະຫລາດຄາດວ່າ FED ຈະຍັງບໍ່ປັບຫລຸດອັດຕາດອກເບ້ຍໃນການປະຊຸມຄັ້ງນີ້. ຖະແຫລງການຂອງ FED…

ອິນໂດເນເຊຍແກ້ໄຂກົດໝາຍ ຫ້າມບຸກຄົນອາຍຸຕໍ່າກວ່າ 21 ປີຊື້ຢາສູບ

ອິນໂດເນເຊຍແກ້ໄຂກົດໝາຍ ຫ້າມບຸກຄົນອາຍຸຕໍ່າກວ່າ 21 ປີຊື້ຢາສູບ

     ວັນທີ 1 ສິງຫາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ອິນໂດເນເຊຍປັບເກນອາຍຸຂັ້ນຕໍ່າສໍາລັບການຊື້ຢາສູບຈາກ 18 ປີເປັນ 21 ປີ ເພື່ອຄວບຄຸມພຶດຕິກໍາການສູບຢາທີ່ເປັນອັນຕະລາຍໃນປະເທດ ເຊິ່ງມີອັດຕາການສູບຢາສູງທີ່ສຸດແຫ່ງໜຶ່ງຂອງໂລກ.      ຜົນສໍາຫລວດໃນປີ 2021 ໂດຍອົງການອະນາໄມໂລກ (WHO) ລະບຸວ່າ: ມີຜູ້ໃຫຍ່ທີ່ສູບຢາປະມານ 70…

ມຽນມາຕໍ່ອາຍຸສະຖານະການສຸກເສີນຮອບທີ 6 ອີກ 6 ເດືອນ ອ້າງຮັກສາສະຖຽນລະພາບ-ກຽມການເລືອກຕັ້ງ

ມຽນມາຕໍ່ອາຍຸສະຖານະການສຸກເສີນຮອບທີ 6 ອີກ 6 ເດືອນ ອ້າງຮັກສາສະຖຽນລະພາບ-ກຽມການເລືອກຕັ້ງ

      ສື່ຂອງທາງການມຽນມາລາຍງານວ່າ: ພົນເອກອາວຸໂສ ມິນ ອ່ອງ ຫລ່າຍ ຜູ້ນໍາລັດຖະບານທະຫານມຽນມາ ໄດ້ຂະຫຍາຍໄລຍະເວລາປະກາດສະຖານະການສຸກເສີນອອກໄປອີກ 6 ເດືອນ ໂດຍອ້າງເຫດຜົນເພື່ອຕ້ອງການເວລາເພີ່ມຕື່ມໃນການຮັກສາສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງປະເທດ ແລະ ກຽມພ້ອມສໍາລັບການຈັດການເລືອກຕັ້ງທີ່ສົມບູນ ແລະ ຖືກຕ້ອງ ເຊິ່ງຄາດວ່າອາດຈະມີຂຶ້ນໃນປີ 2025.      …

ຮາມັດຢືນຢັນທ່ານ ອິສມາອິລ ຮານິເຢ ຜູ້ນໍາຝ່າຍການເມືອງ ຖືກສັງຫານຢູ່ອີຣານ

ຮາມັດຢືນຢັນທ່ານ ອິສມາອິລ ຮານິເຢ ຜູ້ນໍາຝ່າຍການເມືອງ ຖືກສັງຫານຢູ່ອີຣານ

     ກຸ່ມຮາມັດອອກຖະແຫລງການຜ່ານບັນຊີທາງການໃນ Telegram ຢືນຢັນວ່າ: ທ່ານ ອິສມາອິລ ຮານິເຢ ຜູ້ນໍາຝ່າຍການເມືອງຂອງຮາມັດ ຖືກສັງຫານລະຫວ່າງເຫດການບຸກໂຈມຕີຢູ່ນະຄອນຫລວງເຕຫະຣານ ວັນທີ 30 ກໍລະກົດ ໂດຍລະບຸວ່າເປັນ ການໂຈມຕີຢ່າງທໍລະຍົດຂອງກຸ່ມໄຊອໍນິສ ຢູ່ເຮືອນພັກຂອງທ່ານໃນເຕຫະຣານ ເຊິ່ງເປັນການກ່າວຫາວ່າເປັນຝີມືຂອງອິດສະລາແອນ.       ຂະນະທີ່ກອງກໍາລັງພິທັກການປະຕິວັດອິດສະລາມ (Islamic Revolutionary…

ອິດສະລາແອນອ້າງວ່າ ສັງຫານຜູ້ບັນຊາການສູງສຸດຂອງກຸ່ມແຮັດໂບລາ ລີບັງຊີ້ ເດັກ-ຜູ້ຍິງ 3 ຄົນ ເສຍຊີວິດຈາກການໂຈມຕີ

ອິດສະລາແອນອ້າງວ່າ ສັງຫານຜູ້ບັນຊາການສູງສຸດຂອງກຸ່ມແຮັດໂບລາ ລີບັງຊີ້ ເດັກ-ຜູ້ຍິງ 3 ຄົນ ເສຍຊີວິດຈາກການໂຈມຕີ

      ກອງທັບອິດສະລາແອນອ້າງວ່າ: ໄດ້ສົ່ງເຮືອບິນຂັບໄລ່ປະຕິບັດການສັງຫານທ່ານ ຟຸອາດ ຊູໂກ (Fuad Shukr) ຜູ້ບັນຊາການລະດັບສູງສຸດຂອງກຸ່ມແຮັດໂບລາ ໃນການໂຈມຕີທາງອາກາດຢູ່ນະຄອນຫລວງເບຣຸດຂອງລີບັງ ວັນທີ 30 ກໍລະກົດ ໂດຍຊີ້ວ່າເປັນການໂຈມຕີເພື່ອຕອບໂຕ້ເຫດຍິງຈະຫລວດຂ້າມຊາຍແດນໄປບ່ອນຮາບສູງໂກລັນ ໃນວັນທີ 27 ກໍລະກົດຜ່ານມາ ເຊິ່ງສົ່ງຜົນເຮັດໃຫ້ມີເດັກນ້ອຍ ແລະ ໄວລຸ້ນເສຍຊີວິດ 12…

ຜູ້ນໍາ ສປປ ເກົາຫລີ ລົງພື້ນທີ່ນໍ້າຖ້ວມ ເລັ່ງຫາທາງຊ່ວຍເຫລືອປະຊາຊົນ

ຜູ້ນໍາ ສປປ ເກົາຫລີ ລົງພື້ນທີ່ນໍ້າຖ້ວມ ເລັ່ງຫາທາງຊ່ວຍເຫລືອປະຊາຊົນ

ວັນທີ 31 ກໍລະກົດ 2024, ສໍານັກຂ່າວສູນກາງເກົາຫລີ (KCNA) ສຽງຂອງພັກແຮງງານ ສປປ ເກົຫລີ ລາຍງານສະຖານະການອຸທົກກະໄພຢູ່ເມືອງ ຊິນອີຈູ ແລະ ເມືອງອີຈູ ແຂວງ ພາຍ່ອງອັ່ນເໜືອ ຂອງ ສປປ ເກົາຫລີ ເຊິ່ງຕິດກັບເມືອງ ຕານຕົ່ງ…

ຜູ້ປະທ້ວງຊຸມນຸມຕໍ່ຕ້ານຜົນການເລືອກຕັ້ງປະທານາທິບໍດີເວເນຊູເອລາ ຕໍາຫລວດໃຊ້ແກັສນໍ້າຕາ-ລູກປືນຢາງສະຫລາຍການຊຸມນຸມ

ຜູ້ປະທ້ວງຊຸມນຸມຕໍ່ຕ້ານຜົນການເລືອກຕັ້ງປະທານາທິບໍດີເວເນຊູເອລາ ຕໍາຫລວດໃຊ້ແກັສນໍ້າຕາ-ລູກປືນຢາງສະຫລາຍການຊຸມນຸມ

      ກອງກໍາລັງຄວາມໝັ້ນຄົງຢູ່ເວເນຊູເອລາໃຊ້ແກັສນໍ້າຕາ ແລະ ລູກປືນຢາງກັບຜູ້ປະທ້ວງທີ່ອອກມາຄັດຄ້ານຜົນການເລືອກຕັ້ງໃນວັນທີ 28 ກໍລະກົດຜ່ານມາ ພາຍຫລັງປະຊາຊົນຈໍານວນຫລາຍເຊື່ອວ່າອາດມີການສໍ້ໂກງການເລືອກຕັ້ງ.       ປະຊາຊົນຫລາຍພັນຄົນອອກມາລວມຕົວກັນຢູ່ໃຈກາງນະຄອນຫລວງກາຣາກັສໃນວັນທີ 29 ກໍລະກົດຜ່ານມາ, ບາງຄົນຍ່າງຈາກທ້ອງຖິ່ນແອອັດຢູ່ເທິງພູນອກເມືອງ ເພື່ອມຸ້ງໜ້າໄປທໍານຽບປະທານາທິບໍດີ.      ການປະທ້ວງເກີດຂຶ້ນ 1 ວັນ ພາຍຫລັງປະທານາທິບໍດີ ໂຄລັສ ມາດູໂຣ…

ແຂວງເຊກອງ ມີໂຄງການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ 124 ໂຄງການ

ແຂວງເຊກອງ ມີໂຄງການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ 124 ໂຄງການ

ວັນທີ 29 ກໍລະກົດ 2024 ແຂວງເຊກອງ ໄດ້ຈັດກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ໂດຍມີທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ບັນດາບໍລິສັດການລົງທຶນ ເຂົ້າຮ່ວມ. ທ່ານ…

ທ່ານ ມາດູໂຣ ປະກາດໄຊຊະນະ ກຽມດໍາລົງຕໍາແໜ່ງປະທານາທິບໍດີເວເນຊູເອລາຕໍ່ອີກສະໄໝ

ທ່ານ ມາດູໂຣ ປະກາດໄຊຊະນະ ກຽມດໍາລົງຕໍາແໜ່ງປະທານາທິບໍດີເວເນຊູເອລາຕໍ່ອີກສະໄໝ

     ປະທານາທິບໍດີ ນິໂຄລັສ ມາດູໂຣ ຂອງເວເນຊູເອລາ ກຽມດໍາລົງຕໍາແໜ່ງຕໍ່ອີກ 1 ສະໄໝ ພາຍຫລັງຜົນການເລືອກຕັ້ງບໍ່ເປັນທາງການຂອງຄະນະກໍາມະການການເລືອກຕັ້ງທີ່ນັບໄປໄດ້ 80% ຊີ້ວ່າ: ທ່ານມີຄະແນນນໍາໜ້າຄູ່ແຂ່ງຄືທ່ານ ເອັດມຸນໂດ ກອນຊາເລ 51.20% ຕໍ່ 44.02%.      ເຖິງຢ່າງໃດກໍຕາມ, ຝ່າຍຄ້ານລະບຸວ່າ:…