ທ່ານ ຟູມິໂອະ ຄິຊິດະ ກຽມລາອອກຈາກຕໍາແໜ່ງນາຍົກລັດຖະມົນຕີຍີ່ປຸ່ນໃນເດືອນໜ້າ ພາຍຫລັງຄະແນນນິຍົມຕົກຕໍ່າ
ທ່ານ ຟູມິໂອະ ຄິຊິດະ (Fumio Kishida) ນາຍົກລັດຖະມົນຕີຂອງຍີ່ປຸ່ນ ປະກາດກຽມລາອອກຈາກຕໍາແໜ່ງນາຍົກລັດຖະມົນຕີໃນເດືອນກັນຍາໜ້ານີ້ ແລະ ຖອນຕົວອອກຈາກການລົງສະໝັກຊີງຕໍາແໜ່ງປະທານພັກລັດຖະບານ ຫຼື LDP ທ່າມກາງກະແສຄວາມນິຍົມທີ່ຕົກຕໍ່າ ແລະ ແຮງກົດດັນຈາກຂ່າວເລື່ອງການສໍ້ລາດບັງຫລວງພາຍໃນພັກ ແລະ ບັນຫາຄ່າຄອງຊີບທີ່ເພີ່ມສູງຂຶ້ນ. ທ່ານ ຄິຊິດະ ຮັບຕໍາແໜ່ງນາຍົກລັດຖະມົນຕີ ແລະ…










